ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ສະແດງຄວາມວິຕົກ ກ່ຽວກັບພະສົງທິເບດ ທີ່ເຜົາໂຕເອງ ປະທ້ວງນະໂຍບາຍຈີນ


ພະທິເບດພັດຖິ່ນ ທີ່ສໍານັກ Dharmsala, ປະເທດອິນເດຍ, ພາກັນໄຕ້ທຽນ ສວດມົນ ເມື່ອໄດ້ຍິນຂ່າວພະສອງອົງຈູດໄຟເຜົາໂຕຕາຍ ໃນເຂດທິເບດຂອງຈີນ, ວັນທີ 26 ກັນຍາ 2011.
ພະທິເບດພັດຖິ່ນ ທີ່ສໍານັກ Dharmsala, ປະເທດອິນເດຍ, ພາກັນໄຕ້ທຽນ ສວດມົນ ເມື່ອໄດ້ຍິນຂ່າວພະສອງອົງຈູດໄຟເຜົາໂຕຕາຍ ໃນເຂດທິເບດຂອງຈີນ, ວັນທີ 26 ກັນຍາ 2011.

ສະຫະລັດໄດ້ສະແດງຄວາມເປັນຫ່ວງກ່ຽວກັບລາຍງານຫລາຍກະແສທີ່ວ່າພະສອງອົງທີ່
ວັດແຫ່ງນຶ່ງໃນເຂດພາກຕາເວັນຕົກຂອງຈີນໄດ້ຈູດເຜົາຕົນເອງເພື່ອປະທ້ວງນະໂຍບາຍ
ຂອງລັດຖະບານຈີນຢູ່ໃນເຂດນັ້ນ.

ເມື່ອວັນອັງຄານວານນີ້ ທ່ານນາງ Victoria Nuland ໂຄສົກກະຊວງຕ່າງປະເທດສະຫະ
ລັດ ໄດ້ຮຽກຮ້ອງໃຫ້ລັດຖະບານຈີນຈົ່ງເຄົາລົບນັບຖືສິດທິຂອງພວກຊາວທິເບດ ແລະທໍາ
ການແກ້ໄຂນະໂຍບາຍຕ່າງໆທີ່ສ້າງຄວາມເຄັ່ງຕຶງຢູ່ໃນເຂດຂອງພວກເຂົາເຈົ້ານັ້ນ. ນອກນີ້
ແລ້ວ ໂຄສົກ ນູລັນ ຍັງໄດ້ຮຽກຮ້ອງໃຫ້ລັດຖະບານປັກກິ່ງຈົ່ງພິທັກປົກປ້ອງຄວາມເປັນ
ເອກກະລັກທາງດ້ານສາສະໜາ ວັທະນະທໍາ ແລະພາສາ ຂອງຊາວທິເບດນັ້ນເອົາໄວ້.

ໂຄສົກ ນູລັນ ກ່າວວ່າ ສະຫະລັດຈະສືບຕໍ່ຮຽກຮ້ອງໃຫ້ລັດຖະບານຈີນຈົ່ງ ອະນຸຍາດໃຫ້
ພວກນັກຂ່າວແລະນັກການທູດ ເຂົ້າໄປໃນເຂດທິເບດຂອງ ຈີນໄດ້.

ພວກຊາວທິເບດພັດຖິ່ນ ໄດ້ລາຍງານເມື່ອວັນຈັນຜ່ານມານີ້ວ່າ ພະສອງອົງຈາກວັດ
Ngaba Kirti ໃນແຂວງ Sichuan ຂອງຈີນ ໄດ້ຈູດໄຟເຜົາຕົນເອງມື້ວັນຈັນ ໃນອັນທີ່
ປາກົດວ່າເປັນການປະທ້ວງຕໍ່ຕ້ານລັດຖະບານປັກກິ່ງ. ລາຍງານຂອງສື່ມວນຊົນເວົ້າ
ວ່າ ພະອົງນຶ່ງໄດ້ເສຍຊີວິດ ໃນຂະນະທີ່ພະອີກອົງນຶ່ງບາດເຈັບສາຫັດ.

ເວັບໄຊທ໌ Phayul ທີ່ນິຍົມທິເບດ ກ່າວວ່າ ພະອົງນຶ່ງເປັນນ້ອງຊາຍຂອງພະໜຸ່ມ ຜູ້ທີ່
ເສຍຊີວິດຫລັງຈາກໄດ້ຈູດເຜົາຕົນເອງ ທີ່ວັດດັ່ງກ່າວ ເມື່ອເດືອນມີນາຜ່ານມາ. ການ
ປະທ້ວງດັ່ງກ່າວນີ້ ໄດ້ເປັນຂີດໝາຍຄົບຮອບປີທີ່ສາມຂອງການລຸກຮືກໍ່ຄວາມບໍ່ສະງົບ
ຕໍ່ຕ້ານຈີນ ແລະການກວາດລ້າງຂອງຈີນບັ້ນນຶ່ງ ໃນຂົງເຂດດຽວກັນນັ້ນ.

ແຕ່ວ່າ ສື່ມວນຊົນຂອງທາງການຈີນບໍ່ໄດ້ລາຍງານຂ່າວ ກ່ຽວກັບການປະທ້ວງໃນມື້ວັນ ຈັນນັ້ນເລີຍ.

XS
SM
MD
LG