ຍັງມີການດໍາເນີນຄວາມພະຍາຍາມສືບຕໍ່ມາ ເພື່ອຊ່ວຍເຫລືອ
ປະຊາຊົນໃນລັດ Oklahoma ທີ່ຖືກກະທົບໂດຍລົມຫົວກຸດ
ຫລືທໍເນໂດ ຢ່າງຂະໜານໃຫຍ່ ໃນວັນຈັນຜ່ານມານັ້ນ. ລົມ
ຫົວກຸດທີ່ຮ້າຍແຮງດັ່ງກ່າວ ໄດ້ພັດປະທະໄປທົ່ວເນື້ອທີ່ກວ້າງ
ປະມານສາມກິໂລແມັດ ແລະຍາວ ເກືອບຮອດ 30 ກິໂລແມັດ
ຢູ່ໃນພາກກາງຂອງລັດ Oklahoma ທີ່ເຮັດໃຫ້ຄົນເສຍຊີວິດ
ແລະຊັບສິນຖືກທໍາລາຍ ເປັນຈໍານວນມະຫາ ສານ. ຜູ້ສື່ຂ່າວ
ວີໂອເອ ສະລາຕິກາ ໂຫ໊ກ (Zlatica Hoke) ມີລາຍງານເລື້ອງ
ນີ້ ຊຶ່ງບົວສະຫວັນ ຈະນໍາມາສະເໜີທ່ານ ໃນອັນດັບຕໍ່ໄປ:
ເມືອງ Moore ຊຶ່ງຕັ້ງຢູ່ໃກ້ນະຄອນ Oklahoma City ເມືອງເອກຂອງລັດ ແມ່ນຖືກກະທົບ
ຮ້າຍແຮງທີ່ສຸດ ໂດຍລົມທໍເນໂດຫົວນັ້ນ ທີ່ໄດ້ເຮັດໃຫ້ບ້ານເຮືອນຖືກທໍາລາຍຢ່າງຮາບ
ຄາບ ແລະກໍທໍາລາຍຊີວິດຂອງຜູ້ຄົນ 24 ຄົນ. ທ່ານນາງ ແມຣີ ຟາລລິນ (Mary Fallin)
ຜູ້ປົກຄອງລັດ Oklahoma ໃຫ້ຄໍາໝັ້ນສັນຍາໃນວັນອັງຄານຜ່ານມານີ້ວ່າ ລັດດັ່ງກ່າວ ຈະໄດ້ຮັບການຟື້ນຟູຄືນ:
ເບິ່ງວີດິໂອກ່ຽວກັບຂ່າວນີ້:
ທ່ານນາງ ຟາລລິນ ເວົ້າວ່າ “ຖ້າມກາງໂສກນາດຕະກໍາ ແລະການສູນເສຍຊີວິດນັ້ນ
ພວກເຮົາກໍຍັງໄດ້ເຫັນ ຄວາມປັບປ່ຽນ, ຄວາມກ້າຫານ ແລະຄວາມເຂັ້ມແຂງຂອງ
ປະຊາຊົນເຮົາ ແລະພວກເຮົາກໍຈະ ຜ່ານຜ່າສະພາບຫຍຸ້ງຍາກນີ້ໄປໃຫ້ໄດ້, ພວກ
ເຮົາຈະຜ່ານຜ່າມັນໃຫ້ໄດ້, ແລະ ພວກເຮົາຈະສ້າງສາຄືນໃໝ່ ແລະພວກເຮົາຈະ
ມີຄວາມເຂັ້ມແຂງກັບ ຄືນມາອີກ.”
ລົມຫົວກຸດໄດ້ເຮັດໃຫ້ປະຊາຊົນຈໍານວນຫລວງຫລາຍ ຊຶ່ງລວມທັງທ້າວ ຄຣິສ ພາມເມີ
(Chris Palmer) ສູນເສຍບ້ານຢູ່ອາໄສໄປ.
ທ້າວ ພາມເມີ ເວົ້າວ່າ “ມັນຈະໃຊ້ເວລາດົນໃນການທີ່ຈະສ້າງສາມັນກັບຄືນມາ
ຄືເກົ່າໄດ້ອີກ ພວກຄອບຄົວຕ່າງໆທີ່ເຮົາເຫັນ. ເຮົາເຄີຍເຫັນ ແຕ່ຢູ່ໃນຮູບເງົາ
ທຸກສິ່ງທຸກຢ່າງທີ່ເກີດຂຶ້ນ ແຕ່ວ່າ ບາດເຮົາໄດ້ພົບກັບມັນດ້ວຍຕົວເອງແລ້ວ
ບໍ່ຮູ້ຈະເວົ້າຈັ່ງໃດເລີຍ.”
ເບິ່ງວິດິໂອອີກເລື້ອງນຶ່ງ ກ່ຽວກັບລາຍງານນີ້:
ທ່ານ ເຄຣກ ຟູເກດ (Craig Fugate) ຜູ້ບໍລິຫານການອົງການ ຄຸ້ມຄອງພາວະສຸກເສີນ
ຂອງລັດຖະບານກາງ ຫລື FEMA ເວົ້າວ່າ ທາງອົງການ ຈະເຮັດໃຫ້ແນ່ໃຈວ່າ ພວກສູນ
ເສຍບ້ານເຮືອນທັງໝົດນັ້ນ ໄດ້ມີບ່ອນຢູ່ອາໄສຢ່າງພຽງພໍ. ພ້ອມກັນນັ້ນ ທ່ານຍັງຮຽກ
ຮ້ອງໃຫ້ຜູ້ທີ່ລອດຊີວິດມາໄດ້ນັ້ນ ລາຍງານໃຫ້ຮູ້ວ່າ ພວກເຂົາເຈົ້າຢູ່ດີ ມີແຮງຢູ່.
ທ່ານ ຟູເກັດ ກ່າວວ່າ: “ຂໍ້ຫຍຸ້ງຍາກອັນນຶ່ງໃນຫລາຍໆຢ່າງ ກ່ຽວກັບເຫດການ
ປະເພດນີ້ກໍຄື ຍ້ອນວ່າ ຄວາມຫາຍະນະມັນຮ້າຍແຮງໜັກໜ່ວງຫລາຍ ຈຶ່ງ
ເປັນການຍາກທີ່ຈະຮູ້ໄດ້ວ່າ ມີຈັກຄົນອາດຫາຍສາບສູນ. ຖ້າຫາກທ່ານເຄີຍ
ອາໄສຢູ່ເຂດນັ້ນ ແລະທ່ານໄດ້ຮັບຜົນກະທົບ ຈົ່ງບອກໃຫ້ຄົນອື່ນຮູ້ວ່າທ່ານ
ສະບາຍດີຢູ່ ເພື່ອວ່າພວກເຮົາຈະບໍ່ໄດ້ຊອກຫາ ຄົນທີ່ພວກເຮົາບໍ່ຈໍາເປັນ
ຕ້ອງຊອກ.”
ເຈົ້າໜ້າທີ່ໄດ້ຂໍໃຫ້ ຊາວເມືອງແລະພວກອາສາສະມັກ ໃຫ້ພາກັນອອກໄກຈາກເສັ້ນທາງ
ໃຫຍ່ ທີ່ເນັ່ງຜ່ານຂົງເຂດທີ່ໄດ້ຮັບຄວາມເສຍຫາຍນັ້ນ ເພື່ອອໍານວຍຄວາມສະດວກ ໃຫ້
ການພະຍາຍາມກູ້ໄພ ດໍາເນີນໄປຢ່າງວ່ອງໄວຂຶ້ນ. ພວກເຂົາເຈົ້າເວົ້າວ່າ ລະບົບເຕືອນ
ໄພໄດ້ດັງຂຶ້ນໄວ ແລະອໍານວຍໃຫ້ມີເວລາໃນການກະກຽມຫລົບໄພຢ່າງພຽງພໍ ກ່ອນລົມ
ຫົວກຸດມາເຖິງ. ທ່ານນາງ ຊູເສິນ ເພຽສ໌ (Susan Pierce) ຫົວໜ້າເຂດໂຮງຮຽນຫລວງ
ເມືອງ Moore ເວົ້າວ່າ ຫລາຍໆຊີວິດລອດມາໄດ້ ຍ້ອນໄດ້ມີການປະຕິບັດຕາມລະບຽບ
ການຫລົບໄພທໍເນໂດ ຢູ່ໃນທຸກໆໂຮງຮຽນ.
ທ່ານນາງ ເພຽສ໌ ເວົ້າວ່າ: “ເຈົ້າໜ້າທີ່ບໍລິຫານ, ພະນັກງານ, ນາຍຄູ ແລະ ນັກຮຽນ
ຂອງພວກເຮົາ ໄດ້ພາກັນຈັດຕັ້ງປະຕິບັດແຜນການຮັບມືກັບວິກິດການຂອງພວກ
ເຮົາ ໃນທັນທີໂລດ. ພວກເຮົາໄດ້ເຝົ້າຕິດຕາມເບິ່ງການພະຍາກອນອາກາດຕະ
ຫລອດມື້ ແລະເມື່ອຮອດຍາມທີ່ຕ້ອງໄປບ່ອນຫລົບໄພ ພວກເຮົາກໍເຮັດໃນທັນ
ໃດໂລດ.”
ປະທານາທິບໍດີ ບາຣັກ ໂອບາມາ ທີ່ມີແຜນຈະໄປຢ້ຽມຢາມເມືອງ Moore ໃນວັນອາທິດ
ຈະມານີ້ ໃຫ້ຄໍາໝັ້ນສັນຍາວ່າ ລັດຖະບານກາງຈະໃຫ້ຄວາມຊ່ວຍເຫລືອ ແກ່ການດໍາ
ເນີນຄວາມພະຍາຍາມໃນການຟື້ນຟູຄືນ ຢ່າງເຕັມທີ່ ຊຶ່ງພາລະໜ້າທີ່ໃນຕໍ່ໜ້ານີ້ ແມ່ນ
ຫຍຸ້ງຍາກຫລາຍ. ໃນຂະນະດຽວກັນ ລັດ Oklahoma ແລະລັດໃກ້ຄຽງ ກໍກໍາລັງກຽມ
ຮັບມື ກັບລົມຫົວກຸດ ແລະພາຍຸຝົນທີ່ຮ້າຍແຮງ ຕື່ມອີກຢູ່ໃນຫລາຍມື້ຂ້າງໜ້ານີ້.
ເບິ່ງປະມວນພາບກ່ຽວກັບເລື້ອງນີ້:

ເມືອງ Moore ກໍາລັງຟື້ນຟູ ຈາກການທໍາລາຍ ຂອງລົມທໍເນໂດ
1/11
Rae Kittrell holds her son Rylan, who turned one-year-old two days after the tornado, a block away from her house in Moore, Oklahoma, May 22, 2013.
Moore, Oklahoma, the tiny suburb of Oklahoma City, is starting the difficult task of recovery following the powerful tornado that swept through on May 20, 2013.
2/11
Chad Allcox, left, helps his friend Kevin McElvany, right, the home owner, clear debris away from his destroyed home from Monday's tornado, Moore, Oklahoma, May 22, 2013.
Moore, Oklahoma, the tiny suburb of Oklahoma City, is starting the difficult task of recovery following the powerful tornado that swept through on May 20, 2013.
3/11
Oklahoma City Thunder NBA basketball player Kevin Durant walks past tornado-damaged homes in a neighborhood in Moore, Oklahoma, May 22, 2013.
Moore, Oklahoma, the tiny suburb of Oklahoma City, is starting the difficult task of recovery following the powerful tornado that swept through on May 20, 2013.
4/11
Jordan Humphrey, a 6th grader at tornado-damaged Briarwood elementary school, shows his mother Mary and his brother Jacob his soggy yearbook after his backpack was retrieved for him by a firefighter in Oklahoma City, Oklahoma, May 22, 2013.
Moore, Oklahoma, the tiny suburb of Oklahoma City, is starting the difficult task of recovery following the powerful tornado that swept through on May 20, 2013.
5/11
A sign reads "God Bless Moore" as workers make repairs to the Warren theater in Moore, Oklahoma, which was left devastated by a tornado, May 22, 2013.
Moore, Oklahoma, the tiny suburb of Oklahoma City, is starting the difficult task of recovery following the powerful tornado that swept through on May 20, 2013.
6/11
A soggy American flag hangs in a broken window at Wayne Osmus' home in Moore, Oklahoma. Osmus' family hid in a closet Monday after winds kept them from taking refuge in the storm shelter.
Moore, Oklahoma, the tiny suburb of Oklahoma City, is starting the difficult task of recovery following the powerful tornado that swept through on May 20, 2013.
7/11
Charles Taber opens the two-week old storm shelter that saved his life in the May 20 tornado in Oklahoma City, Oklahoma, May 22, 2013.
Moore, Oklahoma, the tiny suburb of Oklahoma City, is starting the difficult task of recovery following the powerful tornado that swept through on May 20, 2013.
8/11
Farmers Insurance worker, Paul Gaipo, looks through tornado-damaged cars at a destroyed strip mall, May 22, 2013, in Moore, Oklahoma.
Moore, Oklahoma, the tiny suburb of Oklahoma City, is starting the difficult task of recovery following the powerful tornado that swept through on May 20, 2013.
9/11
A search-and-rescue team from Tennessee searches a field, May 22, 2013, in Moore, Oklahoma.
Moore, Oklahoma, the tiny suburb of Oklahoma City, is starting the difficult task of recovery following the powerful tornado that swept through on May 20, 2013.
Previous slide
Next slide