ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ກ່າວວ່າ ການເປັນປະທານາທິບໍດີ ສະໄໝທີ 3 ຢູ່ ບູຣຸນດີ ຂັດຕໍ່ ລັດຖະທຳມະນູນ


ຜູ້ປະທ້ວງຄົນນຶ່ງ ຍິງໝາກກະຖູນ ລະຫວ່າງການປະທະກັນ ກັບ ໜ່ວຍຮັກສາຄວາມປອດໄພທີ່ນະຄອນຫລວງ Bujumbura.
ຜູ້ປະທ້ວງຄົນນຶ່ງ ຍິງໝາກກະຖູນ ລະຫວ່າງການປະທະກັນ ກັບ ໜ່ວຍຮັກສາຄວາມປອດໄພທີ່ນະຄອນຫລວງ Bujumbura.

ສະ​ຖານ​ທູດສະຫະລັດ ຢູ່ Burundi ກ່າວ​ວ່າ ຕົນ​ຍັງສືບຕໍ່ຮຽກ
ຮ້ອງ​ໃຫ້ປະທາ​ນາ​ທິບໍດີ Pierre Nhurunziza ປະລະ​ຄວາມ
ພະ​ຍາ​ຍາມ​ຂອງ​ທ່ານ ​ໃນ​ການ​ທີ່ຈະສະໝັກເຂົ້າຮັບຕຳ​ແໜ່​ງ​
ເປັນສະໄໝທີສາມ ຊຶ່ງເປັນການ​ຕັດສິນ​ໃຈ​ທີ່ໄດ້ກໍ່ ​ໃຫ້​ເກີດ
ການປະ​ທ້ວງຢ່າງ​ຮຸນແຮງ ນັບ​ແຕ່​ປະ​ທາ​ນາ​ທິບໍດີໄດ້​ປະກາດ​
ໃນ​ເດືອນ​ເມສາຜ່ານມາ.

ສະຖານທູດສະຫະລັດ ​ໃນນະຄອນ Bujumbura ກ່າວ​ວ່າ ​
ແຜນ​ຂອງທ່ານ Nhurunziza ລະເມີດຕໍ່​ຂໍ້​ຕົກລົງ​ເພື່ອຍຸດຕິ
ຄວາມຮຸນ​ແຮງ​ເປັນເວລາຫຼາຍໆປີ ໃນ Burundi ແລະ​ອາດ
ຈະ​ເປັນ​ອັນ​ຕະລາຍ​ຕໍ່ສະຖຽນລະ​ພາບທີ່ຍາດມາໄດ້ ດ້ວຍ
ຄວາມຍາກລຳບາກຂອງປະເທດ ຫລັງ​ຈາກ​ສົງຄາມ​ກາງ​ເມືອງ ທີ່ໜ້າເສົ້າ ສະຫລົດໃຈ.

ຖະ​ແຫລ​ງການຂອງສະຖານທູດ ກ່າວ​ວ່າ ເງື່ອນໄຂໃນການຈັດໃຫ້ມີການເລືອກ ຕັ້ງ​ເສລີ
ທ່ຽງ​ທຳ ​ໂປ່ງໃສ ​ແລະ​ໜ້າ​ເຊື່ອຖື​ໄດ້​ນັ້ນ ບໍ່​ມີ​ຢູ່​ໃນ Burundi ​ໃນ​ປັດ​ຈຸ​ບັນ​ນີ້ ​ເນື່ອງ​ຈາກ​
ການ​ປິດ​ໂອກາດທາງດ້ານ​ການເມືອງ ການ​ປິດ​ສື່​ມວນຊົນ​ທີ່​ເປັນ​ອິດສະຫຼະ ການ​ຕອບ​ໂຕ້ຢ່າງຮຸນແຮງຂອງລັດຖະບານ​ຕໍ່​ພວກ​ປະ​ທ້ວງ​ການ​ເມືອງ ​ແລະ​ການ​ສືບຕໍ່ມີລາຍງານ
ກ່ຽວກັບຄວາມ​ຮຸນ​ແຮງ ​ແລະ​ກສຍຂົ່ມຂູ່​ຈາກ ກຸ່ມ​ທະຫານ​ບ້ານຂອງພວກຊາວໜຸ່ມ.

ບັນດາ​ຜູ້ນຳ ໃນເຂດອາ​ຟຣິກາ​ຕາ​ເວັນອອກ ທີ່​ໄດ້​ພົບປະກັນ​ໃນ​ວັນ​ອາທິດແລ້ວ ​ເພື່ອ​ສົນ​
ທະນາ​ຫາລືກ່ຽວກັບວິ​ກິດ​ການ ​ໄດ້​ຮ້ອງ​ຂໍ​ໃຫ້ປະທາ​ນາ​ທິບໍດີ Nkurunziza ​ເລື່ອນ​ການ​
ເລືອກ​ຕັ້ງ​ປະທາ​ນາ​ທິບໍດີ ໃນ​ວັນ​ທີ 26 ​ເດືອນ​ມິຖຸນາ ອອກໄປຢ່າງ​ໜ້ອຍຫົກ​ອາທິດ.

ປະທານາທິບໍດີ ກ່າວ​ຜ່ານ​ໂຄສົກ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ທ່ານ​ຈະ​ພິຈາລະນາ​ຄຳຮຽກຮ້ອງ
ດັ່ງກ່າວ. ​ແຕ່ຮອງ​ໂຄສົກ​ປະທານາທິບໍດີ ທ່ານ Gervais Abayeho ກ່າວ​ຕໍ່ວີ​ໂອ​ເອ ວ່າ
ການ​ເລື່ອນເວລາ​ໃດໆກໍຕາມບໍ່​ ​ຄວນທີ່​ຈະຍ້າຍການປ່ອນ​ບັດ​ອອກ​ໄປໄກ​ໂພດ.

ປະທານາທິບໍດີ ກ່າວ​ວ່າ ທ່ານ​ມີ​ສິດ​ທີ່​ຈະ​ເຂົ້າ​ແຂ່ງຂັນ ເອົາ​ຕຳ​ແໜ່​ງເປັນ​ສະໄໝທີ​ສາມ
ເພາະວ່າທ່ານ​ໄດ້​ຖືກ​ແຕ່ງ​ຕັ້ງ​ໃນສະໄໝທຳ​ອິດແທນ​ທີ່​ຈະແມ່ນ​ດ້ວຍການ ເລືອກ​ຕັ້ງ​. ​ແຕ່​
ຜູ້​ຕິຕຽນ​ຂ​ອງ​ທ່ານກ່າວ​ວ່າ ​ສະໄໝທີ​ສາມຈະ​ບໍ່ຖືກຕ້ອງ​ຕາມ​ກົດ ໝາຍລັດຖະທຳມະນູນ.

Burundi Election
please wait
Embed

No media source currently available

0:00 0:01:08 0:00

XS
SM
MD
LG