ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

Black Friday ຫລື ວັນສຸກມືດ ໃນສະຫະລັດ


ພວກໄປນອນລໍຖ້າຮ້ານ Best Buy ເປີດ ໃນເວລາ 5 ໂມງ ເຊົ້າວັນສຸກມື້ນີ້ ທີ 26 ພະຈິກ 2010 ເພື່ອຈະໄດ້ຊຶ້ຂອງລົດລາຄາຖືກໆ ຢູ່ນະຄອນ Atlanta ລັດ Georgia.
ພວກໄປນອນລໍຖ້າຮ້ານ Best Buy ເປີດ ໃນເວລາ 5 ໂມງ ເຊົ້າວັນສຸກມື້ນີ້ ທີ 26 ພະຈິກ 2010 ເພື່ອຈະໄດ້ຊຶ້ຂອງລົດລາຄາຖືກໆ ຢູ່ນະຄອນ Atlanta ລັດ Georgia.

ວັນ​ສຸກ​ມື້​ນີ້ ພວກຫາເລາະຊື້ເຄຶ່ອງຕາມຮ້ານໃນສະຫະລັດ
ພາກັນລຸຫລັ່ງ​ເຂົ້າໄປ​ໃນຮ້ານຄ້າ​ລຸດລາຄາຕ່າງໆ ຫລັງຈາກ
ໄດ້ຢືນລຽນແຖວລໍຄອຍໃຫ້ຮ້ານເປີດ ເປັນເວລາຫລາຍໆ
ຊົ່ວໂມງ ຕັ້ງ​ແຕ່​ທ່ຽງ​ຄືນ​ວານ​ນີ້​ກໍ​ມີ ແລະບາງລາຍກໍເປັນ
ຫລາຍມື້ ເພື່ອສວາຍໂອກາດຊື້ເຄຶ່ອງລຸດລາຄາ ໃນມື້ນີ້ ທີ່
ຖື​ກັນ​ວ່າ​ເປັນ​ມື້ເລີ່ມຕົ້ນລະດູເລາະຊື້ເຄຶ່ອງ ຂອງ​ເທດສະການ
ຄຣິສມັສ​ແລະ​ປີ​ໃໝ່ ທີ່​ຈະ​ມາ​ເຖິງໃນ​ເດືອນ​ໜ້າ​ນັ້ນ.

ມີຫລາຍໆຮ້ານທີ່ເລິ່ມຕ້ອນຮັບພວກເລາະຊື້ເຄຶ່ອງໃນວັນ
ສຸກກ່ອນຕາເວັນຂຶ້ນ ໃນຂະນະທີ່ບາງຮ້ານຮອດເປີດກ່ອນ
ຕັ້ງ​ແຕ່ວັນພະຫັດ ຊຶ່ງເປັນມື້ພັກ ທີ່ຊາວອາເມລິກັນພາກັນ
ສະເຫລີມສະຫລອງວັນຂອບຄຸນພະເຈົ້າ ຫລື Thanksgiving ນັ້ນ.

ວັນລົດລາຄາສິນຄ້າ Black Friday ຫລືວັນສຸກມືດ ເປັນຄໍາທີ່ພວກຮ້ານຄ້າປີກຍ່ອຍ
ທັງຫລາຍເອີ້ນ ວັນ​ສຸກຫລັງວັນຂອບຄຸນພະເຈົ້າ ຊຶ່ງຍອດຂາຍເຄຶ່ອງຂອງເຂົາເຈົ້າທີ່​ເພິ່ມ
ທະວີ​ຂຶ້ນ ຊ່ວຍໃຫ້ທຸລະກິດຂອງພວກເຂົາເຈົ້າ ຍ້າຍອອກ​ຈາກ​ສະພາວະ​ຂາດທຶນ ຫລື in the red ນັ້ນ ​ໄປ​ສູ່ສະພາວະ​ໄດ້ກໍາໄລ ຫລື in the black.

ພວກລູກຄ້າທັງຫລາຍພາກັນອັ່ງອໍກັນຢູ່ຕາມຮ້ານສັບພະສິນຄ້າຍັກໃຫຍ່ Walmart
ຮ້ານ Best Buy ແລະຮ້ານໃຫຍ່ໆສໍາຄັນອື່ນໆຫລາຍຮ້ານ ເພື່ອຍາດແຍ່ງເອົາສິນຄ້າ
ລາຄາຖືກເປັນພິເສດທີ່ມີທຸກໆຢ່າງ ນັບຕັ້ງແຕ່ ເຄຶ່ອງທີວີຄຸນນະພາບສູງ ໄປຈົນຮອດ ເຄຶ່ອງຫລິ້ນເດັກນ້ອຍ ເປັນຕົ້ນ.

ນອກນີ້ແລ້ວ ພວກຮ້ານຄ້າປີກຍ່ອຍທັງຫລາຍພາກັນສະເນີຂາຍສິນຄ້າ ລຸດລາຄາພິເສດ
ທາງອິນເທີເນັຕ ຫລືອອນລາຍ ສໍາລັບພວກທີ່ບໍ່ຢາກເຂົ້າໄປແຫຍ້ກັນຢູ່ຕາມຮ້ານ. ສະຫະ
ພັນຮ້ານ​ຄ້າປີກຍ່ອຍແຫ່ງຊາດ ທໍານາຍວ່າ ຍອດຂາຍສິນຄ້າໃນເທດສະການ​ບຸນຄຣິສມັສ
ແລະ​ປີ​ໃໝ່ປີນີ້ ຈະເພີ່ມຂຶ້ນ 2.3% ຈາກປີຜ່ານມາ ຄືຫລາຍກວ່າ 447 ພັນລ້ານໂດລາ.

XS
SM
MD
LG