ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວອະເມຣິກັນ 3 ຄົນ ຍອມຮັບຜິດ ໃນຂໍ້ຫາຄ້າມະນຸດ


ສ່ວນໃຫຍ່ຂອງພວກຄົນງານທີ່ເຮັດວຽກກະສິກຳຕາມຟາມຕ່າງໆໃນສະຫະລັດ ແມ່ນມາຈາກຕ່າງປະເທດ.
ສ່ວນໃຫຍ່ຂອງພວກຄົນງານທີ່ເຮັດວຽກກະສິກຳຕາມຟາມຕ່າງໆໃນສະຫະລັດ ແມ່ນມາຈາກຕ່າງປະເທດ.

ຜູ້ຊາຍຊາວອະເມຣິກັນ 3 ຄົນໄດ້ສາລະພາບຍອມຮັບຜິດໃນຂໍ້ຫາຄ້າມະນຸດທີ່ພົວພັນກັບ
ບໍລິສັດນຶ່ງທີ່ໄດ້ເກັບເກນເອົາພວກຄົນງານໄປເຮັດວຽກຢູ່ຕາມຟາມຈາກປະເທດໄທ.

ກະຊວງຍຸຕິທຳຂອງສະຫະລັດກ່າວວ່າໃນລະຫວ່າງປີ 2001 ຫາ 2007 ຜ່ານມານີ້ພວກ
ຈຳເລີຍທັງ 3 ໄດ້ນຳເອົາຄົນໄທປະມານ 600 ຄົນເຂົ້າມາໃນສະຫະລັດພາຍໃຕ້ໂຄງການ
Guest Worker ຫຼືຄົນງານຮັບ​ເຊີ​ນຈາກຕ່າງປະເທດຂອງລັດຖະບານກາງສະຫະລັດເພື່ອ
ມາ​ເຮັດ​ວຽກ​ກະສິກໍາ.

ສຳນວນຟ້ອງເວົ້າວ່າບຸກຄົນທັງ 3 ຊຶ່ງມີນາຍ Bruce Schwartz ນາຍ Sam Wong-
sesanit ແລະນາຍ Shane Germann ໄດ້ບັງຄັບໃຫ້ພວກຄົນງານໄທ ເຮັດວຽກເຮັດ
ການໂດຍຢຶດໜັງສືເດີນທາງຂອງພວກເຂົາເຈົ້າໄວ້ ຂົ່ມຂູ່ວ່າຈະທຳອັນຕະລາຍຕໍ່ພວກເຂົາ
ເຈົ້າ ແລະສົ່ງພວກເຂົາເຈົ້າກັບຄືນປະເທດແລະບັງຄັບໃຫ້ພວກຄົນງານເຫຼົ່ານີ້ຕ້ອງໄດ້ເປັນ
ໜີ້ເປັນສິນໂດຍເອົາເຮືອນຊານແລະທີ່ດິນຂອງຄອບຄົວເຂົາເຈົ້າທີ່ປະເທດ​ໄທມັດຈຳໄວ້.

ບຸກຄົນທັງ 3 ປະເຊີນກັບການໄດ້ຮັບໂທດໜັກທີ່ສຸດ ຄືຈຳຄຸກເປັນເວລາ 5 ປີ.

ອີກຄົນນຶ່ງທີ່ພົວພັນກັບບໍລິສັດພົດຈະນີ ສິນໄຊໄດ້ຖືກຟ້ອງແລະຖືກພົບເຫັນວ່າມີຄວາມ ຜິດໃນການເກັບເກນເອົາພວກຄົນງານແບບຫຼອກລວງທີ່ປະເທດໄທ ແລະໄດ້ຖືກຕັດສິນ
ໂທດໃຫ້ຈຳຄຸກເປັນເວລາ 4 ປີ.

XS
SM
MD
LG