ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີການຂູ່ວ່າມີລະເບີດຢູ່ໃນ ຖ້ຽວບິນໄທທີ່ບິນໄປ Los Angeles


ເຈົ້າໜ້າທີ່ສະຫະລັດກ່າວວ່າບໍ່ມີຫຼັກຖານໃດໆສະແດງໃຫ້
ເຫັນວ່າໄດ້ມີການພົບເຫັນດິນລະເບີດຢູ່ໃນຖ້ຽວບິນຂອງ
ສາຍການບິນ Thai Airways ໄປຍັງ ນະຄອນ Los
Angeles ທີ່ໄດ້ລົງຈອດຢ່າງປອດໄພລຸນຫຼັງທີ່ໄດ້ມີການ
ຂົ່ມຂູ່ວ່າຈະມີການວາງລະເບີດນັ້ນ.

ຄຳເຕືອນກ່ຽວກັບວ່າມີລະເບີດຢູ່ເທິງເຮືອບິນໄດ້ຖືກພົບເຫັນໂດຍການຂຽນໃສ່ແວ່ນຢູ່ໃນ
ຫ້ອງນໍ້າຂອງເຮືອບິນປະມານ 1 ຊົ່ວໂມງກ່ອນທີ່ເຮືອບິນລຳນີ້ມີກຳນົດທີ່ຈະລົງຈອດ.

ໂຄສົກຍິງຄົນນຶ່ງ ຂອງອົງການສັນຕິບານກາງ FBI ສະຫະລັດກ່າວວ່າການສືບສວນ
ບໍ່ໄດ້ພົບເຫັນຫຼັກຖານທີ່ໜ້າເຊື່ອຖືໃດໆກ່ຽວກັບໄພຂົ່ມຂູ່ທີ່ມີຕໍ່ເຮືອບິນ ຫຼັງຈາກໄດ້ມີ
ການກວດຄົ້ນເບິ່ງເຮືອບິນລຳນີ້ ທີ່ສະໜາມບິນນາໆຊາດນະຄອນ Los Angeles.

ຖ້ຽວບິນຈາກບາງກອກ ມີຜູ້ໂດຍສານທັງໝົດ 171 ຄົນພ້ອມດ້ວຍພະນັກງານປະຈຳ
ເຮືອບິນອີກ 18 ຄົນ. ເຈົ້າໜ້າທີ່ເວົ້າວ່າ ທຸກໆຄົນທີ່ຢູ່ເທິງຖ້ຽວບິນລຳນີ້ໄດ້ຖືກສອບຖາມ
ຫຼັງຈາກຖືກນຳອອກມາຈາກເຮືອບິນແລ້ວ.

ເຈົ້າໜ້າທີ່ດັບໄຟໃນເຂດທ້ອງຖິ່ນເວົ້າວ່າໄດ້ມີຄຳສັ່ງໃຫ້ລົດດັບໄຟ 18 ຄັນ ກຽມພ້ອມ
ເວລາເຮືອບິນຂອງໄທລຳນີ້ລົງຈອດ.

XS
SM
MD
LG