ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ນັກຄ້າອາວຸດຣັດເຊຍໃຫ້ການວ່າ ຕົນບໍ່ຜິດ


ຜູ້ຕ້ອງສົງໄສຄ້າອາວຸດຣັດເຊຍ ນາຍ Viktor Bout ຢູ່ພາຍໃຕ້ ການຄວບຄຸມໂຕ ຂອງເຈົ້າໜ້າທີ່ສະຫະລັດ ຫຼັງຈາກໄດ້ຖືກສົ່ງ ແຕ່ ບາງກອກໄປຍັງນະຄອນນິວຢອກ (16 ພະຈິກ 2010)
ຜູ້ຕ້ອງສົງໄສຄ້າອາວຸດຣັດເຊຍ ນາຍ Viktor Bout ຢູ່ພາຍໃຕ້ ການຄວບຄຸມໂຕ ຂອງເຈົ້າໜ້າທີ່ສະຫະລັດ ຫຼັງຈາກໄດ້ຖືກສົ່ງ ແຕ່ ບາງກອກໄປຍັງນະຄອນນິວຢອກ (16 ພະຈິກ 2010)

ຊາວຣັດເຊຍ ທີ່ຖືກກ່າວຫາວ່າ
ເປັນຜູ້ຈັດສົ່ງອາວຸດໄປຍັງບ່ອນ
ທີ່ເກີດບັນຫາຂັດແຍ້ງແຫ່ງຕ່າງ
ຕ່າງຂອງໂລກນັ້ນ ໄດ້ໃຫ້ການ
ຕໍ່ສານແຫ່ງນຶ່ງໃນສະຫະລັດວ່າ
ຕົນບໍ່ມີຄວາມຜິດໃນຂໍ້ຫາກໍ່ການ
ຮ້າຍ.

ນາຍ Viktor Boot ໄດ້ໃຫ້ການ
ຢ່າງເປັນທາງການ ຕໍ່ສານລັດຖະ
ບານກາງ ແຫ່ງນຶ່ງທີ່ນະຄອນນິວ
ຢອກໃນວັນພຸດວານນີ້ ນຶ່ງມື້ຫຼັງຈາກຖືກນໍາໂຕຈາກປະເທດໄທມາຍັງສະຫະລັດ. ຣັດເຊຍໄດ້
ຕຳໜິຕິຕຽນຢ່າງແຮງຕໍ່ການສົ່ງໂຕນາຍ Boot ໃຫ້ສະຫະລັດໂດຍເອີ້ນວ່າເປັນການກະທຳ
ທີ່ຜິດກົດໝາຍ.

ທະນາຍຄວາມຂອງລັດຖະບານສະຫະລັດທ່ານ Preet Bharara ກ່າວໃນມື້ວັນພຸດວານນີ້ ກ່ອນການໄປປາກົດໂຕຢູ່ສານຂອງນາຍ Boot ວ່າຜູ້ຕ້ອງສົງໄສແລະພັກພວກຂອງລາວໄດ້
ສະແດງໃຫ້ເຫັນຢ່າງຈະແຈ້ງຕໍ່ພວກທີ່ອາດເປັນລູກຄ້ານັ້ນວ່າເຂົາເຈົ້າພ້ອມແລ້ວເຕັມໃຈແລະ ສາມາດຕົກລົງຂາຍອາວຸດໃຫ້ແກ່ກຸ່ມຕ່າງໆທີ່ດຳເນີນງານຕ້ານຜົນປະໂຫຍດຂອງສະຫະລັດ.

ທ່ານເວົ້າວ່າ ການສົ່ງໂຕນາຍ Boot ມາໃຫ້ສະຫະລັດ ແມ່ນການພິສູດໃຫ້ເຫັນວ່າບໍ່ມີບຸກ
ຄົນໃດທີ່ກົດໝາຍໄປນຳເອົາໂຕມາລົງໂທດບໍ່ໄດ້.

ນາຍ Boot ຖືກດຳເນີນຄະດີໃນຂໍ້ຫາສົມຮູ້ຮ່ວມຄິດ ສັງຫານຊາວອະເມຣິກັນແລະໃຫ້ການ
ສະໜັບສະໜຸນ ອົງການກໍ່ການຮ້າຍຕ່າງໆ. ລາວປະເຊີນກັບໂທດຈຳຄຸກຕະຫຼອດຊີວິດ ຖ້າ
ຫາກຖືກພົບເຫັນວ່າມີຄວາມຜິດ.

XS
SM
MD
LG