ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນັກຄ້າອາວຸດຣັດເຊຍ ຖືກນຳໂຕຂຶ້ນສານ


ລົດທີ່ເຊື່ອວ່າໄປຮັບເອົາຜູ້ຕ້ອງສົງໄສນັກຄ້າອາວຸດຣັດເຊຍ ນາຍ Viktor Bout ໄດ້ແລ່ນເຂົ້າໄປຈອດທີ່ຄຸກເກາະແມນຮັດຕັນ ນະຄອນນິວຢອກ ໃນຕອນເຊົ້າຂອງວັນທີ 17 ພະຈິກ 2010.
ລົດທີ່ເຊື່ອວ່າໄປຮັບເອົາຜູ້ຕ້ອງສົງໄສນັກຄ້າອາວຸດຣັດເຊຍ ນາຍ Viktor Bout ໄດ້ແລ່ນເຂົ້າໄປຈອດທີ່ຄຸກເກາະແມນຮັດຕັນ ນະຄອນນິວຢອກ ໃນຕອນເຊົ້າຂອງວັນທີ 17 ພະຈິກ 2010.

ຄາດ​ວ່າຜູ້ຕ້ອງສົງໄສນັກຄ້າອາ
ວຸດຊາວຣັດເຊຍ ນາຍ Viktor
Bout ຈະ​ໄປປາກົດ​ໂຕ​ ຕໍ່ໜ້າ​
ສານ​ເປັນ​ເທື່ອ​ທໍາ​ອິດໃນ​ວັນ​ພຸດ
ມື້​ນີ້ບໍ່ຮອດນຶ່ງ​ມື້ ຫລັງ​ຈາກທີ່ໄດ້
ຖືກ​ນໍາ​ໂຕ​ມາ​ຍັງສະຫະລັດຈາກ
ປະ​ເທດ​ໄທເພື່ອປະເຊີນກັບຂໍ້ຫາ
ກໍ່ການຮ້າຍ.

ເຈົ້າໜ້າທີ່ເວົ້າວ່າ ນາຍ Bout ຊຶ່ງໄດ້ເດີນທາງມາຮອດສະຫະລັດ ໃນຕອນແລງວັນອັງຄານ
ວານນີ້ ຈະ​ໄປ​ປາກົດ​ໂຕ​ຢູ່​ສານ​ແຫ່ງ​ນຶ່ງ​ຂອງນະຄອນ​ນິວຢອກ​ໃນ​ມື້​ນີ້.

ເຈົ້າ​ໜ້າ​ທີ່​ກະຊວງ​ຍຸດຕິ​ທໍາ​ແລະ​ຄະນະ​ໄອ​ຍະ​ການ​ຂອງ​ສະຫະ​ລັດມີ​ກໍານົດ​ຈະຈັດ​ກອງ​ປະຊຸມ
ນັກ​ຂ່າວ ​ເພື່ອຖະ​ແຫລ​ງກ່ຽວ​ກັບ​ຂໍ້​ກ່າວ​ຫາ​ຂອງ​ພວກ​ເຂົາ​ເຈົ້າ​ຕໍ່ນາຍ Boot ທີ່ຈະຖືກດຳເນີນ ຄະດີໃນຂໍ້ຫາສົມຮູ້ຮ່ວມຄິດເພື່ອສັງຫານຊາວອະເມຣິກັນແລະໃຫ້ການສະໜັບສະໜຸນອົງການ
ກໍ່ການຮ້າຍ.

ລັດຖະມົນຕີກະຊວງຍຸດຕິທຳຂອງສະຫະລັດທ່ານ Eric Holder ກ່າວວ່າກິດຈະກໍາຄ້າອາ
ວຸດແລະການສະໜັບສະໜຸນຂອງ​ນາຍ Boot ຕໍ່ການຂັດແຍ້ງກັນດ້ວຍກຳລັງອາວຸດຢູ່ທີ່ອາ
ຟຣິກາ ຕາມ​ຂໍ້​ກ່າວ​ຫາ​ນັ້ນ ແມ່ນເປັນສາເຫດທີ່ພາໃຫ້ມີຄວາມວິຕົກກັງວົນຢູ່ໃນທົ່ວໂລກ.

ເຈົ້າໜ້າ​ທີ່​ໄທ​ໄດ້​ຕັດສິນ​ໃຈ​ອະນຸຍາດ​ໃຫ້ຈັດ​ສົ່ງ​ນາຍ Boot ມາ​ຍັງ​ສະຫະລັດ​ເຖິງ​ແມ່ນ​ມີ​ການ​
ຄັດຄ້ານ​ຈາກຣັດ​ເຊຍ ໂດຍ​ໄດ້​ມອບ​ໂຕ​ຜູ້ກ່ຽວ​ໃຫ້ສະຫະລັດ ​ໃນ​ຕອນ​ບ່າຍ​ວັນ​ອັງຄານ​ວານ​ນີ້
ຈາກ​ຄຸກ​ແຫ່ງ​ນຶ່ງໃນ​ບາງກອກ.

XS
SM
MD
LG