ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄວາມສໍາພັນລະຫວ່າງສະຫະລັດ ກັບໄທ


ທ່ານ William Burns ຮອງ ລມຕ ການຕ່າງປະເທດ ສຫລ ຮັບຜິດຊອບກິດຈະການການເມືອງເວົ້າວ່າ: "ສາຍ ພົວພັນຂອງພວກເຮົາກັບປະເທດໄທໂດຍສະເພາະ ແມ່ນ ເປັນຕົວຢ່າງສຳຄັນຂອງພັນທະອັນໝັ້ນຄົງຂອງອະເມຣິກາ ໃນຂົງເຂດດັ່ງກ່າວ ​ແລະ​ສາຍ​ພົວພັນ​ອັນ​ນີ້ ກໍມີບົດບາດອັນ ຂາດບໍ່ໄດ້ໃນຖານະເປັນເວທີສຳລັບເຜີຍແຜ່ຜົນປະໂຫຽດ ແລະຄ່ານິຍົມ ທີ່​ພວກ​ເຮົາ​ມີຮ່ວມກັນ ແລະຮັບປະກັນ​ໃຫ້​ມີສັນຕິພາບແລະຄວາມໝັ້ນ​ຄົງ​ໃນ​ຂົງ​ເຂດ."

ໃນການກ່າວຄຳປາໄສຢູ່ມະຫາວິທະຍາໄລຈຸລາລົງກອນທີ່​ບາງກອກ ​ເມື່ອວັນທີ 16 ກໍລະກົດ ນັ້ນ ຮອງ ລມຕ Burns ໃຫ້ຂໍ້ສັງເກດວ່າ: "ການ​ມີປະເທດໄທ ທີ່ມີສະເຖຍລະພາບ ມີຄວາມອຸດົມຮັ່ງມີ ແລະເປັນປະເທດໄທທີ່ຈະສືບຕໍ່ ເປັນພາຄີ​ດ້ານຍຸທະສາດທີ່ເຂັ້ມແຂງ ໃນຂະນະທີ່ພວກເຮົາປະເຊີນກັບການທ້າທາຍຕ່າງໆ ຂອງສັດຕະວັດທີ 21 ຮ່ວມ​ກັນນັ້ນ ​ແມ່ນນອນ​ຢູ່​ໃນຜົນປະໂຫຽດແຫ່ງຊາດອັນເລິກເຊິ່ງ ຂອງ ສຫລ."

ທ່ານກ່າວວ່າ: " ສຫລ ຈະສືບຕໍ່ອາໄສປະສົບປະການທາງດ້ານປະວັດສາດອັນຍາວ​ນານ ຂອງປະເທດໄທ ໃນການດໍາ​ເນີນ​ນະ​ໂຍບາຍ​ຂອງ​ຕົນ​ໃຫ້​ສອດຄ່ອງ​ກັບ​ສະພາບ​ການດ້ານ ພູມີສາດການເມືອງຢູ່ໃນຂົງເຂດດັ່ງກ່າວ." ທ່ານ Burns ໄດ້ໃຫ້ຂໍ້ສັງເກດວ່າປະເທດໄທ ຮັບໃຊ້ເປັນປະຕູສຳຄັນ ທັງທາງບົກແລະທະເລຂອງເອເຊຍ ທັງເປັນສະພານແຫ່ງສຳຄັນ ລະຫວ່າງອິນເດຍກັບບັນດາປະເທດເອເຊຍຕາເວັນອອກ ຊຶ່ງອິນເດຍກຳລັງຫາ​ທາງຜູກ ສາຍພົວພັນທີ່ເຂັ້ມແຂງກວ່າເກົ່າຢູ່ເວລານີ້." ທ່ານກ່າວຕໍ່​ໄປວ່າ: "ໃນທ່າມກາງການປ່ຽນ ແປງແລະຄວາມປັ່ນປ່ວນທີ່ສຳຄັນ ທີ່​ໄດ້​ເກີດ​ຂຶ້ນ​ຢູ່​ໃນຂົງເຂດ ເອເຊຍ-ປາຊິຟິກນັ້ນ ປະເທດໄທກໍຍັງຄົງເປັນພະລັງ​ຂັບ​ດັນທີ່ສຳຄັນ ຂອງວິວັດທະນາການຂອງອາຊ່ຽນ ທັງ ເປັນຕົວຕັ້ງຕົວຕີໃນການເຕີບໃຫຍ່ຂອງເສດຖະກິດ ທີ່​ມີ​ພື້ນຖານ​ຝັງ​ເລິກ​ຢູ່​ໃນສະຖາບັນ ປະຊາທິປະໄຕຕ່າງໆນັ້ນ." ສໍາພັນທະ​ມິດລະຫວ່າງ ສຫລ ກັບໄທນັ້ນ ​ແມ່ນກໍ່ຕັ້ງຂຶ້ນມາ ບົນ​ພື້ນຖານ​ຂອງຄ່ານິຍົມຮ່ວມກັນຫລາຍ​ຢ່າງ ອັນ​ມີພັນທະຕໍ່ປະຊາທິປະໄຕ, ຄວາມປາດ ຖະໜາຢາກໃຫ້ມີການປົກຄອງທີ່ດີ ຄວາມຮັບຜິດຊອບແລະຄວາມໂປ່ງໄສຂາວສະອາດໃນ ບົດບາດຕ່າງໆຂອງລັດຖະບານ, ຕະຫລອດທັງການເຄົາຣົບນັບຖືສິດທິ ໃນການມີເສຣີພາບ ໃນການໂຮມຊຸມນຸມ ແລະການສະແດງອອກຢ່າງສັນຕິ.

ທ່ານ Burns ກ່າວວ່າ: "ເຖິງແມ່ນປະເທດໄທ ຫາກໍໄດ້ປະສົບກັບຄວາມຮຸນແຮງທາງດ້ານ ການເມືອງຄັ້ງຮ້າຍແຮງທີ່ສຸດໃນຄົນລຸ້ນນຶ່ງກໍຕາມ ແຕ່ພວກເຮົາກໍເຊື່ອວ່າ ເພື່ອນໄທຂອງ ພວກເຮົາ ຈະຖອດ​ຖອນ​ບົດຮຽນ​ຈາກຄ່ານິຍົມດັ່ງກ່າວມາໃຊ້ ​ເພື່ອ​ທໍາງານຮ່ວມກັນເພື່ອ ແກ້ໄຂບັນຫາທາງການເມືອງຢ່າງສັນຕິ." ທ່ານກ່າວຕື່ມວ່າ: "ມັນຈຳເປັນທີ່​ສຸດ ທີ່ບັນດາຜູ້ ນຳໄທທຸກຄົນ ຈະຕ້ອງສົ່ງເສີມໃຫ້ມີການເຈລະຈາ ແລະສ້າງຄວາມປອງດອງກັນ ​ແລະຮັບ ຮູ້ຄວາມຄັບ​ແຄ້ນ​ໃຈທີ່ແທ້ຈິງຂອງພົນລະ​ເມືອງໄທ ​ແລະສະໜັບສະໜູນການນໍາໃຊ້ຕົວບົດ ກົດໝາຍ ທີ່ທ່ຽງທຳແລະບໍ່ເຂົ້າຂ້າງອອກຂາ."

ຮ່ອງຮອຍທີ່​ໃຫ້ຄວາມຫວັງອັນນຶ່ງຂອງຄວາມເຂັ້ມແຂງ ແລະຄວາມ​ສາມາດ​ຟຶ້ນ​ໂຕ​ຄືນ​ໄດ້​ ງ່າຍ​ຂອງລະບອບປະຊາທິປະໄຕຂອງໄທ ກໍຄືວ່າ ການອະພິປາຍບັນຫາທາງດ້ານການ ເມືອງຂອງໄທ ໄດ້ມີຄືນມາໃໝ່ອີກ ຢູ່ໃນສະພາແລະຢູ່ແຫ່ງອຶ່ນໆ ໃນຊິວິດທົ່ວໄປຂອງຊາວ ໄທ. ປະເທດໄທຍັງມີການທ້າທາຍຫຼາຍຢ່າງຂວາງໜ້າຢູ່ ໃນຂນະທີ່ພວມທໍາການປະຕິຮູບ ທາງດ້ານການເມືອງແລະເສດຖະກິດຢູ່ນີ້ ໂດຍອິງ​ໃສ່ການເຄົາລົບນັບຖືສິດທິພົນລະເມື​ອງ ຂອງປະຊາຊົນໄທນັ້ນ. ຮອງ ລມຕ ຕ່າງປະ​ເທດ William Burns ກ່າວ​ໃນ​ທີ່​ສຸດວ່າ:

"ສຫລ ພ້ອມແລ້ວ ທີ່ຈະທໍາງານຮ່ວມກັບປະເທດໄທ ຊຶ່ງເປັນນຶ່ງ​ໃນ​ບັນດາເພື່ອນມິດທີ່ ໃກ້ຊິດທີ່​ສຸດ ແລະພັນທະມິດທີ່ຍາວນານທີ່ສຸດຂອງ​ພວກ​ເຮົາ ໃນການສືບ​ຕໍ່​ສະແຫວ​ງຫາ ສັນຕິພາບ, ຄວາມອຸດົມຮັ່ງມີ ແລະຄວາມໝັ້ນຄົງປອດໄພນັ້ນ."

XS
SM
MD
LG