ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ລຶບຊື່ກຸ່ມ MEK ຂອງອີຣ່ານ ອອກຈາກບັນຊີ ພວກກໍ່ການຮ້າຍ


ຊາວອີຣ່ານພັດຖິ່ນ ທີ່ສະໜັບສະໜຸນກຸ່ມ Mujahedin-e Khalq ປະທ້ວງການມາຢ້ຽມຢາມສະຫະປະຊາຊາດ ຂອງປະທານາທິບໍດີ Ahmadinejad ທີ່ນະຄອນນິວຢອກ (22 ກັນຍາ 2012)
ຊາວອີຣ່ານພັດຖິ່ນ ທີ່ສະໜັບສະໜຸນກຸ່ມ Mujahedin-e Khalq ປະທ້ວງການມາຢ້ຽມຢາມສະຫະປະຊາຊາດ ຂອງປະທານາທິບໍດີ Ahmadinejad ທີ່ນະຄອນນິວຢອກ (22 ກັນຍາ 2012)
ສະຫະລັດ ໄດ້ປະກາດຖອນຊື່ ກຸ່ມ Mujahedin-e Khalq ຂອງ
ອີຣ່ານແລະລຶບຊື່ຂອງກຸ່ມດັ່ງກ່າວອອກຈາກບັນຊີລາຍຊື່ອົງການ ກໍ່ການຮ້າຍຕ່າງປະເທດ.

ກະຊວງການຕ່າງປະເທດສະຫະລັດໄດ້ປະກາດກ່ຽວກັບການຕັດ
ສິນໃຈດັ່ງກ່າວໃນວັນສຸກວານນີ້ ໂດຍເວົ້າວ່າ ລັດຖະບານສະຫະ
ລັດຍັງໄດ້ລຶບລ້າງ ການລະບຸຊື່ ກຸ່ມດັ່ງກ່າວ ເປັນອົງການກໍ່ການ
ຮ້າຍນຶ່ງໃນໂລກ. ການຕັດສິນໃຈທັງສອງນີ້ ແມ່ນມີຜົນບັງຄັບໃຊ້
ໃນທັນທີ.

ຖະແຫຼງຂ່າວໃຫ້ການອະທິບາຍວ່າ ນັບແຕ່ນີ້ໄປອົງການຕ່າງໆ
ຂອງສະຫະລັດສາມາດພົວພັນ ໃນການຕິດຕໍ່ທາງທຸລະກິດກັບ
ອົງການ MEK ໄດ້ ໂດຍບໍ່ຕ້ອງໄດ້ຮັບໃບອະນຸຍາດ.

ຖະແຫຼງຂ່າວກ່າວຕໍ່ໄປວ່າ ການຕັດສິນໃຈທີ່ວ່ານີ້ ໄດ້ມີຂຶ້ນ ເພື່ອໃຫ້ເປັນການສອດຄ່ອງ ກັບກົດໝາຍຂອງສະຫະລັດ ເມື່ອພິຈາລະນາເຖິງ ການປະກາດຢ່າງເປັນການເປີດເຜີຍ ຂອງກຸ່ມທີ່ຈະບໍ່ໃຊ້ຄວາມຮຸນແຮງ ການບໍ່ສ່ວນໃນການກໍ່ການຮ້າຍຂອງກຸ່ມ MEK ທີ່ໄດ້ ຮັບການຢືນຢັນມາເປັນເວລາຫຼາຍກວ່ານຶ່ງທົດສະວັດ ແລະການຮ່ວມມືຂອງກຸ່ມດັ່ງກ່າວ ໃນການປິດສູນຝຶກທະຫານຂອງຕົນດ້ວຍຄວາມສະຫງົບທີ່ຄ້າຍ Ashraf ໃນອີຣັກ.

ກະຊວງການຕ່າງປະເທດສະຫະລັດໄດ້ກ່າວຢໍ້າວ່າ ຍັງມີຄວາມວິຕົກກັງວົນຢູ່ກ່ຽວກັບກຸ່ມ ດັ່ງກ່າວນີ້ ໂດຍສະເພາະແລ້ວແມ່ນການກ່າວຫາທີ່ວ່າໄດ້ມີການປະຕິບັດແບບບໍ່ຖືກຕ້ອງ ຕໍ່ສະມາຊິກຂອງຕົນເອງ.
XS
SM
MD
LG