ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດສືບຕໍ່ ແນເປົ້າໝາຍໃສ່ ກຸ່ມອາລກາຍດາ ໃນຕ່າງປະເທດ


ທີ່ປຶກສາອະວຸໂສກ່ຽວກັບການຕໍ່ຕ້ານພວກກໍ່ການຮ້າຍແລະຄວາມປອດໄພພາຍໃນຂອງທຳນຽບຂາວ ທ່ານ John Brennan (17 ກັນຍາ 2011)
ທີ່ປຶກສາອະວຸໂສກ່ຽວກັບການຕໍ່ຕ້ານພວກກໍ່ການຮ້າຍແລະຄວາມປອດໄພພາຍໃນຂອງທຳນຽບຂາວ ທ່ານ John Brennan (17 ກັນຍາ 2011)

ເຈົ້າໜ້າທີ່ອະວຸໂສທ່ານນຶ່ງຂອງສະຫະລັດກ່າວວ່າ ສະຫະລັດຈະສືບຕໍ່ແນເປົ້າໝາຍການໂຈມ
ຕີໃສ່ກຸ່ມກໍ່ການຮ້າຍອາລກາຍດາ ຢູ່ໃນບັນດາປະເທດ ທີ່ບໍ່ສາມາດ ຫຼືບໍ່ເຕັມໃຈທີ່ຈະດຳເນີນ
ການດ້ວຍໂຕເອງ.

ທ່ານ John Brennan ທີ່ປຶກສາອະວຸໂສຂອງທຳນຽບຂາວ ທີ່ຮັບຜິດຊອບໃນການຕໍ່ຕ້ານ
ການກໍ່ການຮ້າຍແລະຄວາມປອດໄພພາຍໃນປະເທດ ໃຫ້ທັດສະນະດັ່ງກ່າວໃນຄຳປາໄສໃນ
ມື້ວັນສຸກວານນີ້ທີ່ສະຖາບັນກົດໝາຍຂອງມະຫາວິທະຍາໄລ Harvard.

ທ່ານເວົ້າວ່າ ສະຫະລັດບໍ່ໄດ້ມອງເຫັນວ່າ ສິດອຳນາດໃນການໃຊ້ກຳລັງທະຫານຂອງຕົນຕໍ່ ກຸ່ມກໍ່ການຮ້າຍອາລກາຍດາຈຳກັດຢູ່ແຕ່ສະເພາະສະໜາມລົບທີ່ດຸເດືອດເຊັ່ນອັຟການິສຖານ
ທໍ່ນັ້ນ.

ແຕ່ແນວໃດກໍຕາມທ່ານ Brennan ກ່າວຕື່ມວ່າສະຫະລັດແມ່ນບໍ່ສາມາດໃຊ້ກຳລັງທະຫານ
ຂອງຕົນໃນສະຖານທີ່ແຫ່ງໃດຫຼືເວລາໃດຕາມທີ່ຕົນຕ້ອງການໄດ້.

ທ່ານເວົ້າວ່າ ຫຼັກການທາງດ້ານກົດໝາຍຂອງນາໆຊາດ ຮວມທັງການເຄົາລົບນັບຖືອະທິ
ປະໄຕຂອງປະເທດ ແລະກົດໝາຍການເຮັດສົງຄາມ ເປັນຜູ້ກຳນົດຂໍ້ຈຳກັດທີ່ສຳຄັນຕ່າງໆ ກ່ຽວກັບຄວາມສາມາດຂອງສະຫະລັດໃນການທີ່ຈະດຳເນີນການຕາມລຳພັງແລະໃຊ້ກຳລັງ
ຢູ່ໃນດິນແດນຂອງຕ່າງປະເທດ.

ນອກນັ້ນແລ້ວທ່ານ Brennan ຍັງໄດ້ເວົ້າເຖິງບັນຫາກ່ຽວກັບພວກທີ່ຕຳໜິຕິຕຽນລັດຖະ
ບານຢູ່ໃນ ລັດຖະສະພາສະຫະລັດ ທີ່ຊອກຫາຊ່ອງທາງອອກກົດໝາຍ ໃຫ້ພວກຕ້ອງສົງ ໄສວ່າເປັນຜູ້ກໍ່ການຮ້າຍທັງໝົດ ໄດ້ຮັບການປະຕິບັດຕໍ່ແບບສະຕູໃນສະໜາມລົບແລະຖືກ
ຄຸມຂັງໂດຍພວກທະຫານ ແທນທີ່ຈະແມ່ນລະບົບສານຂອງພົນລະເຮືອນ.

ທ່ານເວົ້າວ່າ ທ່ານມີຄວາມວິຕົກກັງວົນເປັນທີ່ສຸດ ທີ່ວິທີການຮັບມື ກັບການກໍ່ການຮ້າຍ
ແບບນີ້ ຈະນຳສະເໜີເຖິງການປ່ຽນແປງຢ່າງໃຫຍ່ ໄປຈາກຫຼັກຄຸນຄ່າແລະຫຼັກການທາງ
ດ້ານກົດໝາຍຂອງສະຫະລັດ.

ທ່ານ Brennan ເວົ້າວ່າການຈາກໄປທີ່ວ່ານີ້ບໍ່ພຽງແຕ່ຈະສ່ຽງຕໍ່ການປະຕິເສດຂອງສານ ຕ່າງໆແລະຫາງສຽງມະຫາຊົນຊາວອະເມຣິກັນ ແຕ່ຍັງຈະບ່ອນທຳລາຍ ການຮ່ວມມືກັບ
ນາໆຊາດ ທີ່ມີຄວາມຫຼໍ່ແຫຼມສຳຄັນຕໍ່ຜົນປະໂຫຍດແຫ່ງຊາດ ຂອງສະຫະລັດທີ່ໄດ້ຮັບມາ
ນັ້ນ.

XS
SM
MD
LG