ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສະຫະລັດ ເຕືອນໃຫ້ ລະວັງ ການກໍ່ການຮ້າຍ


ລັດຖະມົນຕີຮັກສາຄວາມໝັ້ນຄົງພາຍໃນຂອງສະຫະລັດ ທ່ານນາງ Janet Napolitano (8 ກັນຍາ 2011)
ລັດຖະມົນຕີຮັກສາຄວາມໝັ້ນຄົງພາຍໃນຂອງສະຫະລັດ ທ່ານນາງ Janet Napolitano (8 ກັນຍາ 2011)

ລັດຖະມົນຕີຮັກສາຄວາມປອດໄພພາຍໃນຂອງສະຫະລັດ ທ່ານນາງ Janet Napolitano ຮຽກຮ້ອງໃຫ້ຊາວອະເມຣິກັນເຝົ້າລະວັງ ລາຍງານກ່ຽວກັບກິດຈະກຳທີ່ໜ້າສົງໄສໃດໆກໍຕາມ
ຂະນະທີ່ເຈົ້າໜ້າທີ່ຍັງສືບຕໍ່ດຳເນີນການສືບສວນ ເບິ່ງອັນທີ່ພວກເຈົ້າໜ້າທີ່ເວົ້າວ່າໄພຂົ່ມຂູ່ທີ່
ໜ້າເຊື່ອຖື ແຕ່ຍັງບໍ່ທັນໄດ້ຮັບການຢືນຢັນກ່ຽວກັບການໂຈມຕີກໍ່ການຮ້າຍ ທີ່ວາງແຜນໃຫ້ມີ
ຂຶ້ນພ້ອມໆກັນກັບວັນຄົບຮອບ 10 ປີໃນການໂຈມຕີຂອງພວກກໍ່ການຮ້າຍໃນວັນທີ 11 ກັນ
ຍາປີ 2001 ນັ້ນ.

ໃນຖະແຫຼງຂ່າວສະບັບນຶ່ງ ທີ່ນຳອອກເຜີຍແຜ່ໃນວັນສຸກວານນີ້ 2 ມື້ກ່ອນວັນຄົບຮອບໃນ
ການໂຈມຕີທ່ານນາງ Napolitano ເວົ້າວ່າ ພວກເຈົ້າໜ້າທີ່ຂອງລັດຖະບານກາງພວມດຳ
ເນີນງານຮ່ວມກັບພວກເຈົ້າໜ້າທີ່ປະຕິບັດກົດໝາຍ ໃນເຂດທ້ອງຖິ່ນແລະຂອງລັດ ເພື່ອຈັດ
ຕັ້ງປະຕິບັດມາດຕະການທີ່ເບິ່ງເຫັນແລະເບິ່ງບໍ່ເຫັນ ເພື່ອຫຼຸດຜ່ອນບັນເທົາໄພອັນຕະລາຍລົງ.
ແຕ່ຂະນະດຽວກັນ ທ່ານນາງກໍເວົ້າວ່າ ການປົກປ້ອງຄຸ້ມຄອງສະຫະລັດ ເປັນໜ້າທີ່ຮ່ວມກັນ
ແລະປະຊາຊົນທຸກໆຄົນສາມາດມີບົດບາດໄດ້.

ບໍ່ໄດ້ມີການເປີດເຜີຍລາຍລະອຽດຫຍັງຫຼາຍໃຫ້ຊາບ ກ່ຽວກັບທາດແທ້ຂອງໄພຂົ່ມຂູ່ດັ່ງກ່າວ ແຕ່ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton ໃຫ້ຮ່ອງຮອຍວ່າ ກຸ່ມກໍ່ການຮ້າຍອາລກາຍດາ ເປັນຜູ້ຢູ່ເບື້ອງຫລັງ. ໃນຄຳປາໄສ ກ່ຽວກັບການຕໍ່ຕ້ານພວກກໍ່
ການຮ້າຍທີ່ນະຄອນນິວຢອກໃນມື້ວັນສຸກວານນີ້ທ່ານນາງ Clinton ກ່າວເຖິງໄພຂົ່ມຂູ່ນີ້ວ່າ ເປັນລາຍງານກ່ຽວກັບກຸ່ມ ກໍ່ການຮ້າຍອາລກາຍດາ ທີ່ພວມຊອກຫາຊ່ອງທາງຕື່ມອີກທີ່ຈະ
ເຮັດໃຫ້ຊາວອະເມຣິກັນຕົກຢູ່ໃນອັນຕະລາຍ ແລະໂດຍສະເພາະແລ້ວແມ່ນແນເປົ້າໝາຍໃສ່ ນະຄອນນິວຢອກແລະກຸງວໍຊິງຕັນ.

ເຈົ້າໜ້າທີ່ຂອງຫົວເມືອງທັງສອງກ່າວວ່າ ຕົນໄດ້ເພີ່ມການປະຕິບັດງານຂອງຕຳຫຼວດສຳລັບ
ໄລຍະຫຼາຍໆມື້ຂ້າງໜ້າ ແຕ່ການຂົ່ມຂູ່ກ່ຽວກັບການໂຈມຕີທີ່ວ່ານີ້ ຈະບໍ່ລົບກວນພິທີໄວ້ອາ
ໄລຕ່າງໆເນື່ອງໃນວັນຄົບຮອບແຕ່ປະການໃດ.

ເລຂາທິການໃຫຍ່ຂອງອົງການສະຫະປະຊາຊາດທ່ານ Ban Ki-moon ອອກຖະແຫຼງຂ່າວ
ສະບັບນຶ່ງເນື່ອງໃນໂອກາດວັນຄົບຮອບການໂຈມຕີ ທີ່ເຮັດໃຫ້ມີຜູ້ເສຍຊີວິດເກືອບ 3000
ຄົນນັ້ນ. ທ່ານເວົ້າວ່າ ຄວາມຄິດຂອງທ່ານ ແມ່ນຢູ່ກັບພວກເຄາະຮ້າຍ ຄອບຄົວຂອງພວກ ເຂົາເຈົ້າແລະທຸກໆຄົນທີ່ປະສົບກັບການສູນເສຍ.

ທ່ານເວົ້າວ່າ ບໍ່ມີເຫດຜົນໃດໆທີ່ຈະມາໂຕ້ແຍ້ງໄດ້ຕໍ່ການສັງຫານແລະການທຳລາຍແບບປ່າ
ເຖື່ອນແລະອົງການສະຫະປະຊາຊາດຈະໃຫ້ກຽດແລະໄວ້ອາໄລແກ່ພວກເຄາະຮ້າຍດ້ວຍການ ກະຕຸກຊຸກຍູ້ໃຫ້ໂລກຮ່ວມກັນຕໍ່ສູ້ ເພື່ອຄວາມຍຸຕິທຳແລະສັນຕິພາບໃນປັດຈຸບັນ ແລະສຳລັບ
ຮຸ້ນຄົນຕໍ່ໆໄປ.

ທຳນຽບຂາວກ່າວວ່າ ການຂົ່ມຂູ່ລ່າສຸດຂອງພວກກໍ່ການຮ້າຍຈະບໍ່ເຮັດໃຫ້ມີການປ່ຽນແປງ ແຜນການໄປໄວ້ອາໄລໃດໆ ຂອງປະທານາທິບໍດີບາຣັກໂອບາມາ ເນື່ອງໃນວັນຄົບຮອບນີ້. ທ່ານໂອບາມາມີໝາຍກຳນົດໃນມື້ວັນອາທິດ ໄປຢ້ຽມສະຖານທີ່ຖືກໂຈມຕີແຫ່ງຕ່າງໆໃນນະ
ຄອນນິວຢອກຕະຫຼອດທັງທຳນຽບ 5 ແຈແລະທີ່ເມືອງ Shanksville ໃນລັດ Pennsyl-
vania.

XS
SM
MD
LG