ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລມຕ ຄວາມປອດໄພພາຍໃນປະເທດ ກ່າວວ່າ ກຸ່ມອານກາຍດາ ຍັງເປັນໄພຂົ່ມຂູ່ຕໍ່ ສຫລ


ລັດຖະມົນຕີປ້ອງກັນຄວາມປອດໄພພາຍໃນຂອງສະຫະລັດ ທ່ານນາງ Janet Napolitano ຖະແຫຼງຕໍ່ສູນກາງນະໂຍບາຍ ຂອງສະຫະພາບຢູໂຣບ ທີ່ນະຄອນ Brussels (6 ມັງກອນ 2011)
ລັດຖະມົນຕີປ້ອງກັນຄວາມປອດໄພພາຍໃນຂອງສະຫະລັດ ທ່ານນາງ Janet Napolitano ຖະແຫຼງຕໍ່ສູນກາງນະໂຍບາຍ ຂອງສະຫະພາບຢູໂຣບ ທີ່ນະຄອນ Brussels (6 ມັງກອນ 2011)

ລັດຖະມົນຕີ ກະຊວງປ້ອງກັນຄວາມປອດໄພພາຍ​ໃນ​
ປະ​ເທດ ຫຼື Homeland Security ຂອງສະຫະລັດ
ທ່ານນາງ Janet Napolitano ກ່າວວ່າ ການຂົ່ມຂູ່
ຂອງພວກກໍ່ການຮ້າຍຕໍ່ສະຫະລັດ ພວມມີ​ວິວັດທະນາ
ການຊຶ່ງໃນບາງດ້ານນັ້ນ ອາດຢູ່ໃນລະດັບຮ້າຍແຮງສູງ
ສຸດ ນັບແຕ່ໄດ້ມີການໂຈມຕີ ໃນວັນທີ 11 ກັນຍາ ປີ
2001 ນັ້ນ.

ທ່ານນາງ Napolitano ກ່າວຕໍ່ຄະນະກຳມະການປ້ອງ
ກັນຄວາມປອດໄພຂອງສະພາຕໍ່າສະຫະລັດ ໃນວັນພຸດ
ວານນີ້ວ່າ ກຸ່ມກໍ່ການຮ້າຍອານກາຍດາ ຍັງສືບຕໍ່ເປັນໄພຂົ່ມຂູ່ຕໍ່ສະຫະລັດ ເຖິງແມ່ນຄວາມ
ສາມາດຂອງກຸ່ມດັ່ງກ່າວ ໄດ້ຫຼຸດນ້ອຍຖອຍລົງກໍຕາມ.

ທ່ານນາງເວົ້າວ່າ ນອກນັ້ນແລ້ວສະຫະລັດຍັງໄດ້ປະເຊີນກັບການຂົ່ມຂູ່ຈາກກຸ່ມຕ່າງໆທີ່ເປັນ ເຄືອຂ່າຍຂອງອານກາຍດາ ທີ່ສະແດງໃຫ້ເຫັນວ່າ ໄດ້ມີການເນັ້ນໜັກເພີ່ມ​ຂຶ້ນ ​ໃສ່ການເກັບ ເກນເອົາຊາວອະເມຣິກັນແລະຊາວຕາເວັນຕົກ ເປັນຜູ້ທຳການໂຈມຕີ.

ຜູ້ອຳນວຍການສູນກາງຕໍ່ຕ້ານພວກກໍ່ການຮ້າຍແຫ່ງຊາດຂອງສະຫະລັດ ທ່ານ Mike Lei-
ter ກໍກ່າວວ່າທ່ານຖືວ່າກຸ່ມອານກາຍດາໃນແຫຼມອາຣາເບຍທີ່ມີ​ຖານ​ຢູ່​ເຢ​ເມັນ​ແລະເປັນສາ ຂາຂອງກຸ່ມອານກາຍດານັ້ນແມ່ນເປັນກຸ່ມທີ່ມີຄວາມສ່ຽງສູງທີ່ສຸດທີ່ຈະທຳການໂຈມຕີສະຫະ
ລັດ. ທ່ານເວົ້າວ່ານັກສອນສາສະໜາຫົວຮຸນແຮງ Anwar al-Awlaki ຊຶ່ງເປັນຜູ້ນຳຄົນນຶ່ງ
ຂອງກຸ່ມດັ່ງກ່າວ ໄດ້ໃຊ້ອິນເຕີແນັດໂອ້ລົມໂດຍກົງກັບຊາວອະເມຣິກັນ.

XS
SM
MD
LG