ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຜູ້ຕ້ອງສົງໄສ ເປັນສະມາຊິກ ອາລກາອີດາ ເສຍຊີວິດ ບໍ່ເທົ່າໃດມື້ ກ່ອນຂຶ້ນສານ


ຮູບທ້າວ Abu Anas al-Libi ຜູ້ນຳອາລກາອີດາ ທີ່ພົວພັນ ກັບການວາງລະເບີດ ໂຈມຕີສະຖານທູດສະຫະລັດ ໃນເຂດອາຟຣິກາຕາເວັນອອກ ເມື່ອປີ 1998.
ຮູບທ້າວ Abu Anas al-Libi ຜູ້ນຳອາລກາອີດາ ທີ່ພົວພັນ ກັບການວາງລະເບີດ ໂຈມຕີສະຖານທູດສະຫະລັດ ໃນເຂດອາຟຣິກາຕາເວັນອອກ ເມື່ອປີ 1998.

ຊາວລີເບຍທີ່ສົງໄສວ່າ ເປັນສະມາຊິກ ຂອງກຸ່ມອາລກາອີດາ
ໄດ້ເສຍຊີວິດ ພຽງບໍ່ເທົ່າໃດມື້ ກ່ອນທີ່ຜູ້ກ່ຽວຈະຖືກນຳໂຕຂຶ້ນ
ສານທີ່ນະຄອນນິວຢອກ ໃນການວາງລະເບີດໂຈມຕີສະຖານ
ທູດສະຫະລັດ ໃນທະວີບອາຟຣິກາ ເມື່ອປີ 1998.

ທະນາຍຄວາມ ຂອງທ້າວ Abu Anas al-Libi ກ່າວວ່າ ລູກ
ຄວາມຂອງລາວ ທີ່ເປັນໂຣກ Hepatitis C ແລະ ມະເຮັງໃນ
ຕັບຂັ້ນສຸດທ້າຍນັ້ນໄດ້ເສຍຊີວິດໃນມື້ວັນສຸກວານນີ້ຢູ່ທີ່ໂຮງ ໝໍແຫ່ງນຶ່ງໃນເຂດນະຄອນນິວຢອກ.

ທ້າວ Libi ແລະທ້າວ Khalid al-Fawwaz ຊຶ່ງເປັນຄົນ Saudi
Arabia ມີ ກຳນົດທີ່ຈະຖືກນຳໂຕຂຶ້ນສານ ໃນວັນທີ 12 ມັງກອນນີ້ ຍ້ອນໄດ້ທຳການໂຈມ
ຕີສະຖານທູດສະຫະລັດ ຢູ່ທີ່ປະເທດ Kenya ແລະ Tanzania ທີ່ເຮັດໃຫ້ ມີຜູ້ເສຍຊີວິດ ຫລາຍກວ່າ 200 ຄົນ.

ທ່ານ Bernard Kleiman ທະນາຍຄວາມ ຂອງທ້າວ Libi ກ່າວວ່າ ສຸຂະພາບລູກຄວາມ ຂອງລາວໄດ້ຊຸດໂຊມລົງຢ່າງວ່ອງໄວ ໃນເດືອນແລ້ວນີ້.

ທັງທ້າວ Libi ແລະທ້າວ Fawwaz ຕ່າງກໍໄດ້ຮ້ອງຂໍຕໍ່ສານວ່າ ເຂົາເຈົ້າບໍ່ມີຄວາມຜິດໃນ ຂໍ້ຫາສົມຮູ້ຮ່ວມຄິດ.

ທ້າວ Libi ໄດ້ຖືກກຳລັງພິເສດ ຂອງສະຫະລັດ ບຸກເຂົ້າໄປຈັບເອົາໂຕ ທີ່ນະຄອນຫລວງ Tripoli ເມື່ອວັນທີ 23 ຕຸລາປີກາຍນີ້. ຜູ້ກ່ຽວແມ່ນຢູ່ໃນບັນຊີລາຍຊື່ຜູ້ກໍ່ການຮ້າຍ ທີ່ທາງ ການຕ້ອງການໂຕຫລາຍທີ່ສຸດ.

XS
SM
MD
LG