ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ສະພາສູງສະຫະລັດຮັບຜ່ານ ຮ່າງຍັດຕິ ອະນຸມັດ ງົບປະມານຊົ່ວຄາວ


ທີ່ລັດຖະສະພາສະຫະລັດ.
ວັນທີ 26 ກັນຍາ 2011.
ທີ່ລັດຖະສະພາສະຫະລັດ. ວັນທີ 26 ກັນຍາ 2011.

ສະພາ​ສູງ​ສະຫະລັດ ​ໄດ້​ຮັບ​ຜ່ານ​ຮ່າງ​ຍັດຕິ​ສະບັບ​ນຶ່ງ​ທີ່ຈະ​ອະນຸມັດ​ເງິນເປັນ​ການ​ຊົ່ວຄາວ
ເພື່ອ​ໃຫ້​ລັດຖະບານ​ດໍາເນີນ​ງານ​ຕໍ່​ໄປ ​ແລະ​ເພື່ອ​ຫລີກລ້ຽງ​ການ​ອັດ​ກິດຈະການ​ຂອງ​ລັດ
ຖະບານ​ລົງ ​ເວລາ​ງົບປະມານ​ສົກ​ປີ​ນີ້​ໝົດ​ອາຍຸ​ລົງ​ໃນ​ວັນ​ສຸກ​ສັບປະດາ​ນີ້.

ໃນ​ການ​ລົງມະຕິ​ເຫັນດີ ​ດ້ວຍ​ສຽງ​ສະໜັບສະໜຸນ 79 ສຽງ​ຕໍ່ 12 ສຽງ​ຄັດຄ້ານ ສະພາ
ສູງ​ທີ່​ພັກ​ເດ​ໂມກຣັດມີ​ສຽງ​ຂ້າງ​ຫລາຍ​ນັ້ນ​ ໄດ້​ຮັບ​ຜ່ານຮ່າງ​ຍັດຕິ​ວ່າ​ດ້ວຍ​ມາດ​ຕະການ​ໃຊ້
ຈ່າຍ​ຊົ່ວຄາວ​ໃນ​ແລງ​ວັນ​ຈັນ​ວານ​ນີ້ ອັນ​ທີ່ເອີ້ນ​ກັນວ່າ ຮ່າງ​ຍັດຕິ​ສືບ​ຕໍ່ ​ເພື່ອ​ອະນຸມັດ​ໃຫ້​
ລັດຖະບານ​ດໍາ​ເນີນງານ​ຕໍ່​ໄປ​ຮອດ​ວັນ​ທີ 18 ພະຈິກ​ປີ​ນີ້. ການ​ຮັບຮອງ​ເອົາ​ມະຕິ​ດັ່ງກ່າວ​
ມີຂຶ້ນ​ຫລັງ​ຈາກ​ໄດ້​ມີ​ການ​ໂອ້​ລົມ​ເຈລະຈາເບື້ອງ​ຫລັງສາກ​ກັນ​ມາ​ເປັນ​ເວລາ​ຫລາຍ​ມື້​ເພື່ອ​
ແກ້​ໄຂ​ສະພາບ​ການ​ທີ່ບໍ່​ໄປ​ບໍ່​ມາກ່ຽວ​ກັບ​ການ​ໃຊ້​ຈ່າຍຂອງ​ລັດຖະບານ ​ແລະ​ການຂາດ​
ດຸນ​ງົບປະມານ​ແລະ​ການ​ເກັບ​ພາສີ​ລາຍ​ໄດ້ຂອງ​ສະຫະລັດ​ນັ້ນ.

ນອກ​ນັ້ນ​ສະພາ​ສູງ​ຍັງ​ໄດ້​ຮັບຮອງ​ເອົາ​ຮ່າງ​ຍັດຕິ​ສະບັບ​ນຶ່ງ​ຕ່າງຫາກກ່ຽວ​ກັບ​ການ​ໃຊ້​
ຈ່າຍ​ໃນ​ລະຍະ​ສັ້ນ​ໄປ​ຮອດ​ວັນ​ທີ 4 ຕຸລາ​ໜ້າ​ນີ້. ຮ່າງ​ຍັດຕິ​ດັ່ງກ່າວ​ຈະ​ຕ້ອງ​ໄດ້​ຮັບຮອງ​
ເອົາ​ໂດຍ​ບັນດາ​ສະມາຊິກ​ສະພາ​ຕໍ່າ ທີ່​ພັກ Republican ມີ​ສຽງ​ຂ້າງ​ຫລາຍ​ນັ້ນ ​ເພື່ອ
ຫລີກ​ລ້ຽງ​ການ​ອັດ​ການດໍາ​ເນີນວຽກ​ງານ​ຂອງ​ລັດຖະບານລົງ​ນັ້ນ.

XS
SM
MD
LG