ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສະຫະລັດ ບອກບັນດາຜູ້ນຳ ອັຟການິສຖານ ວ່າ ອະນາຄົດ ແມ່ນ 'ຢູ່ໃນຄວາມຮັບຜິດຊອບ ຂອງພວກເຂົາເຈົ້າ'


ກອງກຳລັງ ກຳມັງໂດ ຈາກກອງທັບແຫ່ງຊາດຂອງອັຟການິສຖານ ຍາມຢູ່ເສັ້ນທາງສາຍນຶ່ງ ທ່າມກາງການສູ້ລົບ ລະຫວ່າງ ກຸ່ມຕາລີບານ ແລະກອງກຳລັງຮັກສາຄວາມປອດໄພຂອງອັຟການິສຖານ ໃນເມືອງ ເອັນຈີລ ແຂວງເຮີຮັດ, ວັນທີ 1 ສິງຫາ 2021.
ກອງກຳລັງ ກຳມັງໂດ ຈາກກອງທັບແຫ່ງຊາດຂອງອັຟການິສຖານ ຍາມຢູ່ເສັ້ນທາງສາຍນຶ່ງ ທ່າມກາງການສູ້ລົບ ລະຫວ່າງ ກຸ່ມຕາລີບານ ແລະກອງກຳລັງຮັກສາຄວາມປອດໄພຂອງອັຟການິສຖານ ໃນເມືອງ ເອັນຈີລ ແຂວງເຮີຮັດ, ວັນທີ 1 ສິງຫາ 2021.

ດ້ວຍການໄດ້ຮັບໄຊຊະນະໃໝ່ ໃນແຕ່ລະຄັ້ງຂອງກຸ່ມຕາລີບານ ສັນຍານຈາກວໍຊິງຕັນ ຕໍ່ລັດຖະບານອັຟການິສຖານໃນນະຄອນກາບູລ ປາກົດໃຫ້ເຫັນຫຼາຍຂຶ້ນວ່າ: ຄວາມລົ້ມແຫຼວໃນການສະກັດກັ້ນການບຸກໂຈມຕີດ້ານທະຫານຂອງກຸ່ມຕາລີບານນັ້ນ ຂຶ້ນຢູ່ກັບເຈົ້າ.

ຂໍ້ຄວາມດັ່ງກ່າວ ຍັງໄດ້ຖືກເປີດເຜີຍຕໍ່ສາທາລະນະຫຼາຍຂຶ້ນ.

“ບັນດາຜູ້ນໍາຂອງອັຟການິສຖານ ຕ້ອງຮ່ວມມືກັນ. ອະນາຄົດຂອງປະເທດແມ່ນຢູ່ໃນຄວາມຮັບຜິດຊອບຂອງພວກເຂົາເຈົ້າແທ້ໆເລີຍ” ໂຄສົກທຳນຽບຂາວທ່ານ ນາງເຈັນ ຊາກີ ໄດ້ກ່າວຕໍ່ບັນດານັກຂ່າວ ໃນວັນພຸດວານນີ້.

ທ່ານນາງກ່າວຕື່ມວ່າ ກຳລັງຮັກສາຄວາມປອດໄພຂອງອັຟການິສຖານ “ມີສິ່ງທີ່ພວກເຂົາຕ້ອງການ. ສິ່ງທີ່ພວກເຂົາຕ້ອງການເພື່ອກຳນົດວ່າ ຖ້າຫາກພວກເຂົາມີຄວາມຕັ້ງໃຈທາງດ້ານການເມືອງທີ່ຈະຕໍ່ສູ້ຄືນ ແລະຖ້າຫາກພວກເຂົາມີຄວາມສາມາດ ທີ່ຈະເຕົ້າໂຮມພວກຜູ້ນຳ ເພື່ອຕໍ່ສູ້ຄືນ.”

ເມື່ອຖືກຖາມກ່ຽວກັບ ທ່ານອາສຣັຟ ການີ ປະທານາທິບໍດີຂອງອັຟການິສຖານ ໂຄສົກທຳນຽບຫ້າແຈ ທ່ານຈອນ ເຄີບີ ກໍໄດ້ກ່າວຢ່າງກົງໄປກົງມາຄືກັນ.

ທ່ານເຄີບີ ໄດ້ກ່າວວ່າ “ພວກເຮົາບໍ່ໄດ້ແນະນຳວິທີໃດທີ່ສະເພາະເຈາະຈົງໃຫ້ແກ່ທ່ານ ກ່ຽວກັບການປ້ອງກັນ. ມັນແມ່ນປະເທດຂອງທ່ານ. ທ່ານເປັນຜູ້ບັນຊາການ. ມັນເປັນການນຳພາທາງດ້ານການເມືອງຂອງທ່ານ ຄວາມຕັ້ງໃຈທາງດ້ານການເມືອງຂອງທ່ານ ທີ່ສາມາດເຮັດໃຫ້ມີການປ່ຽນແປງໄດ້ນະທີ່ນີ້.”

ຄວາມເຫັນທັງຫຼາຍນັ້ນ ທີ່ອອກມາຈາກທຳນຽບຂາວ ແລະທຳນຽບຫ້າແຈ ໃນວັນພຸດວານນີ້ນັ້ນ ໄດ້ສະທ້ອນໃຫ້ເຫັນຄວາມຮູ້ສຶກທີ່ໄດ້ສະແດງອອກໃນມື້ກ່ອນໂດຍປະທານາທິບໍດີ ສະຫະລັດ ທ່ານໂຈ ໄບເດັນ ຜູ້ທີ່ໄດ້ປົກປ້ອງການຕັດສິນໃຈຂອງທ່ານ ໃນການປະຕິບັດຕາມຂໍ້ຕົກລົງໂດຮາໃນເດືອນກຸມພາ 2020 ກັບກຸ່ມຕາລີບານ ແລະນຳເອົາກອງກຳລັງທະຫານສະຫະລັດ ກັບຄືນປະເທດ ຫຼັງຈາກສົງຄາມທີ່ແກ່ຍາວມາ ເກືອບສອງທົດສະວັດ.

ທ່ານໄບເດັນ ໄດ້ກ່າວໃນວັນອັງຄານຜ່ານມານີ້ ວ່າ “ພວກເຮົາໃຊ້ຈ່າຍເງິນເກີນກວ່ານຶ່ງພັນຕື້ໂດລາ ຕະຫຼອດໄລຍະ 20 ປີ ທີ່ຜ່ານມາ. ພວກເຮົາໄດ້ຝຶກແອບແລະປະກອບອາວຸດຍຸດໂທປະກອນທີ່ທັນສະໄໝ ໃຫ້ແກ່ກອງກຳລັງອັຟການິສຖານກວ່າ 300,000 ຄົນ. ພວກເຂົາມີຈໍານວນເກີນກວ່າກຸ່ມຕາລີບານ.”

ທ່ານກ່າວຕໍ່ບັນດານັກຂ່າວວ່າ “ພວກເຂົາຕ້ອງຢາກຈະຕໍ່ສູ້.” ແຕ່ຄວາມທໍ້ແທ້ ໃຈ ຢູ່ໃນວໍຊິງຕັນ ປາກົດວ່າມີເພີ້ມຂຶ້ນນັບມື້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG