ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາຜູ້ບໍລິຫານ ບໍລິສັດເທັກໂນໂລຈີ ສະຫະລັດ ເຕືອນວ່າ ການລັກເຈາະຂໍ້ມູນ ຂອງ SolarWinds ແມ່ນໃຫຍ່ກວ່າທີ່ຄາດຄິດໄວ້


ບັນດາເຈົ້າໜ້າທີ່ຕຳຫຼວດປະຈຳ ລັດຖະສະພາ ຢືນຍາມ ຢູ່ດ້ານນອກ ຫໍປະຊຸມ ໃນຂະນະທີ່ຄະນະກຳມະການດ້ານການດ້ານສືບລັບຂອງສະພາສູງ ພວມພິຈາລະນາຮັບຟັງຄຳໃຫ້ການ, ຢູ່ທີ່ລັດຖະສະພາສະຫະລັດ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 14 ຕຸລາ 2020.
ບັນດາເຈົ້າໜ້າທີ່ຕຳຫຼວດປະຈຳ ລັດຖະສະພາ ຢືນຍາມ ຢູ່ດ້ານນອກ ຫໍປະຊຸມ ໃນຂະນະທີ່ຄະນະກຳມະການດ້ານການດ້ານສືບລັບຂອງສະພາສູງ ພວມພິຈາລະນາຮັບຟັງຄຳໃຫ້ການ, ຢູ່ທີ່ລັດຖະສະພາສະຫະລັດ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 14 ຕຸລາ 2020.

ບັນດາເຈົ້າໜ້າທີ່ບໍລິຫານບໍລິສັດເທັກໂນໂລຈີ ທີ່ໄດ້ຮັບຜົນກະທົບຈາກການລ່ວງລ້ຳໃນດ້ານການຮັກສາຄວາມປອດໄພທາງໄຊເບີ້ຂະໜາດໃຫຍ່ຂະໜາດໃຫຍ່ ທີ່ຮູ້ຈັກກັນຄື ການລັກເຈາະຂໍ້ມູນ ໂຊລາຣວິນສ໌ (SolarWinds hack) ແມ່ນກຳລັງໃຫ້ເຫດຜົນຕື່ມ ແກ່ບັນດາສະມາຊິກສະພາຫະຫະລັດ ທີ່ຈະຕ້ອງເປັນຫ່ວງເປັນໃຍ ໂດຍໃຫ້ຄຳເຕືອນກ່ຽວກັບການລ່ວງລ້ຳນັ້ນ ທັງໃຫຍ່ກວ່າເກົ່າແລະອັນຕະລາຍຫຼາຍກວ່າທີ່ໄດ້ຄິດໄວ້ໃນເບື້ອງຕົ້ນ.

ບັນດາເຈົ້າໜ້າທີ່ທັງຫຼາຍ ຮວມທັງພວກທີ່ມາຈາກບໍລິສັດຟາຍອາຍ (FireEye) ຊຶ່ງເປັນບໍລິສັດການຮັກສາຄວາມປອດໄພດ້ານໄຊເບີ້ ທີ່ໄດ້ພົບເຫັນການລ່ວງລ້ຳຄັ້ງທຳອິດ ເມື່ອເດືອນທັນວາປີກາຍນີ້ ແລະບໍລິສັດໂຊລາຣວິນສ໌ ເປັນບໍລິສັດຄຸ້ມຄອງດ້ານຊັອບແວລຫຼືໂປຣແກຣມ ທີ່ມີຫ້ອງການຕັ້ງຢູ່ໃນລັດເທັກຊັສ ຊຶ່ງເປັນຈຸດສູນກາງຂອງການລັກເຈາະຂໍ້ມູນ ໄດ້ເຂົ້າມາໃຫ້ປາກຄຳຕໍ່ໜ້າຄະນະກຳມະການດ້ານສືບລັບຂອງສະພາສູງ ໃນວັນອັງຄານວານນີ້ ແລະໄດ້ບອກບັນດາສະມາຊິກສະພາສູງວ່າ ພວກເຂົາເຈົ້າຍັງພະຍາຍາມປະເມີນຜົນເສຍຫາຍນັ້ນຢູ່.

“ພວກໂຈມຕີທັງຫຼາຍເຫຼົ່ານີ້ ຈາກມື້ທີນຶ່ງ ພວກເຂົາມີປະຕູຫຼັງ” ຫົວໜ້າບໍລິຫານບໍລິສັດຟາຍອາຍ ທ່ານແຄວິນ ແມນເດຍ ໄດ້ກ່າວໄປກ່ຽວກັບການລັກເຈາະຂໍ້ມູນ ທີ່ໄດ້ສົ່ງຜົນກະທົບຕໍ່ບັນດາລູກຄ້າຂອງບໍລິສັດໂຊລາຣວິນສ໌ ຫຼາຍເຖິງ 18,000 ລາຍໃນທົ່ວໂລກ.

ທ່ານກ່າວຕື່ມວ່າ “ທ່ານອາດຄິດວ່າ ເປັນຫຍັງຄົນຈຶ່ງບໍ່ເຫັນມັນ? ອັນນີ້ບໍ່ແມ່ນແຫ່ງທຳອິດທີ່ທ່ານຄວນຈະໄປຊອກຫາ. ອັນນີ້ເປັນແຫ່ງສຸດທ້າຍທີ່ທ່ານຈະໄປຊອກຫາການລ່ວງລ້ຳ.”

ໂດຍເຮັດໃຫ້ເລື້ອງນີ້ຮ້າຍແຮງຂຶ້ນຕືື່ມ ປະທານບໍລິສັດໄມໂກຣຊອຟ (Microsoft) ທ່ານແບຣດ ສມິຕ ຊຶ່ງລະຫັດຄອມພິວເຕີ ຂອງບໍລິສັດທ່ານນັ້ນ ອັນເປັນການຂຽນໂປຣແກຣມຂັ້ນພື້ນຖານ ທີ່ສຳຄັນ ເພື່ອເຮັດໃຫ້ໂປຣແກຣມທັງຫຼາຍຂອງໄມໂກຣຊອຟ ແລະລະບົບການປະຕິບັດງານທັງຫຼາຍທຳງານໄດ້--ແມ່ນຖືກລ່ວງລ້ຳເຂົ້າໄປໄດ້ນັ້ນ ຊຶ່ງທ່ານໄດ້ກ່າວວ່າອາດມີພວກຜູ້ເຄາະຮ້າຍຫຼາຍຕື່ມອີກຍັງມີຢູ່ນັ້ນ.

ທ່ານສມິຕ ກ່າວອີກວ່າ “ມີການໂຈມຕີໃນຫຼາຍຮູບແບບ ແລະພວກເຮົາອາດຈະບໍ່ຮູ້ໄດ້ເລີຍວ່າ ແມ່ນຫຍັງຄືຈຳນວນທີ່ຖືກຕ້ອງ ດຽວນີ້ ພວກໂຈມຕີທັງຫຼາຍ ແມ່ນພຽງຄົນດຽວ ຜູ້ທີ່ຮູ້ທຸກສິ່ງທຸກຢ່າງທີ່ພວກເຮົາໄດ້ເຮັດ.”

ທ່ານສມິຕ ໄດ້ກ່າວເຕືອນຕື່ມວ່າ ການລັກເຈາະຂໍ້ມູນຂະໜາດໃຫຍ່ ແມ່ນອັນ ຕະລາຍກວ່າທີ່ພວກຄົນສ່ວນຫຼາຍ ທີ່ຈະຍອມຮັບ ໂດຍເອີ້ນມັນວ່າ “ການກະ ທຳທີ່ບໍ່ຄຳນຶງເຖິງຜົນເສຍຫາຍທີ່ຕິດຕາມມາ.”

ທ່ານກ່າວໄປອີກວ່າ “ໂລກກາງຕໍ່ ໃນການແກ້ໄຂ ແລະການປັບປຸງຊອຟແວຣ. ພວກເຮົາກາງຕໍ່ມັນສຳລັບທຸກສິ່ງທຸກຢ່າງ, ການທີ່ໄປລົບກວນ ກໍ່ຄວາມເສຍຫານ ດັດແປງກັບຂັ້ນຕອນຂອງການປັບປຸງຊອຟແວລແບບນັ້ນ ກໍແມ່ນວ່າ ໃນຄວາມຄິດເຫັນຂອງຂ້າພະເຈົ້າແລ້ວ ການໄປດັດແປງກັບດິຈິໂຕລ ແມ່ນ ທຽບເທົ່າກັບ ການບໍລິການດ້ານສາທາລະນະສຸຂຂອງພວກເຮົາ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG