ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ນາຍຄູຄົນນຶ່ງ ພາໃຫ້ມີການລະບາດ ໂຄວິດ-19 ຢູ່ໃນໂຮງຮຽນ, ອີງຕາມສູນກາງຄວບຄຸມ ແລະປ້ອງກັນພະຍາດ ສຫລ


ນາງ Laura Sanchez, (ຂວາ) ອູ້ມລູກຊາຍນ້ອຍອາຍຸ 2 ເດືອນຂອງນາງ ໃນຂະນະທີ່ໄປສັກຢາວັກຊີນ Pfizer ກັນໂຄວິດ-19 ຈາກພະຍາບານຢູ່ຄລີນິກສັກຢາວັກຊີນທີ່ຕັ້ງຂຶ້ນຢູ່ລານຈອດລົດຂອງຄຸ້ມ CalOptima ໃນເມືອງ Orange ຂອງລັດຄາລິຟໍເນຍ, ວັນທີ 28 ສິງຫາ, 2021, (ພາບສະໜອງໃຫ້ໂດຍອົງການຂ່າວ AP…)
ນາງ Laura Sanchez, (ຂວາ) ອູ້ມລູກຊາຍນ້ອຍອາຍຸ 2 ເດືອນຂອງນາງ ໃນຂະນະທີ່ໄປສັກຢາວັກຊີນ Pfizer ກັນໂຄວິດ-19 ຈາກພະຍາບານຢູ່ຄລີນິກສັກຢາວັກຊີນທີ່ຕັ້ງຂຶ້ນຢູ່ລານຈອດລົດຂອງຄຸ້ມ CalOptima ໃນເມືອງ Orange ຂອງລັດຄາລິຟໍເນຍ, ວັນທີ 28 ສິງຫາ, 2021, (ພາບສະໜອງໃຫ້ໂດຍອົງການຂ່າວ AP…)

ນາຍຄູສະຫະລັດຄົນນຶ່ງ ທີ່ອ່ານໜັງສືດັງໆ ໃຫ້ນັກຮຽນຂອງຕົນຟັງໃນຂະນະທີ່ບໍ່ໃສ່ໜ້າກາກ ເປັນເລື້ອງທີ່ບອກເຕືອນຄົນໃຫ້ລະວັງ ໃນຂະນະທີ່ໂຮງຮຽນໃນທົ່ວປະເທດເລີ້ມເປີດສົກຮຽນໃໝ່.

ໃນເດືອນພຶດສະພາທີ່ຜ່ານມາ, ຄູຄົນນຶ່ງທີ່ບໍ່ໄດ້ສັກວັກຊີນຢູ່ໃນໂຮງຮຽນປະຖົມແຫ່ງນຶ່ງໃນເຂດແມຣິນ (Marin) ຂອງລັດຄາລິຟໍເນຍ ໄດ້ອ່ານໜັງສືດັງໆ ໃຫ້ນັກຮຽນຂອງຕົນຟັງ ຫຼັງຈາກໄດ້ເອົາໜ້າກາກຂອງນາງອອກ ເຖິງແມ່ນວ່າຈະມີຄຳສັ່ງຂອງໂຮງຮຽນ ຮຽກຮ້ອງໃຫ້ທຸກຄົນໃສ່ໜ້າກາກ ໃນເວລາຢູ່ໃນອາຄານກໍຕາມ.

ຄູຄົນນັ້ນໄດ້ກັບກາຍມາມີອາການປ່ວຍໃນວັນທີ 19 ພຶດສະພາ, ອີງຕາມບົດລາຍງານຂອງສູນຄວບຄຸມ ແລະປ້ອງກັນພະຍາດສະຫະລັດ. ນາງໄດ້ສືບຕໍ່ເຮັດວຽກເປັນເວລາສອງມື້ ກ່ອນທີ່ຈະມີການກວດໂຄວິດ-19 ໃນວັນທີ 21 ພຶດສະ ພາ. ນາຍຄູຄົນນັ້ນກວດພົບວ່າ ຕິດໄວຣັສສາຍພັນແດລຕາ.

ໃນວັນທີ 23 ພຶດສະພາ ໂຮງຮຽນໄດ້ເລີ່ມຮັບລາຍງານວ່າ ມີກໍລະນີເປັນໂຄວິດ -19 ຈາກນັກຮຽນ, ພໍ່ແມ່ນັກຮຽນ, ພາຍຄູ ແລະພະນັກງານທີ່ກ່ຽວຂ້ອງກັບໂຮງຮຽນ. ພະແນກສາທາລະນະສຸກ ຂອງເມືອງແມຣິນ (Marin) ໄດ້ດໍາເນີນການສືບທາວຫາຜູ້ທີ່ມີການຕິດຕໍ່ສໍາພັດ ເຊິ່ງລວມມີການຈັດລໍາດັບກໍາມະພັນທັງໝົດ.

ລາຍງານຂອງ CDC ເວົ້າວ່າ 26 ກໍລະນີໄດ້ຖືກພົບເຫັນວ່າ ພົວພັນກັບນາຍຄູ ຄົນນັ້ນ ລວມທັງນັກຮຽນ 12 ຄົນຂອງລາວ. ລາຍງານກ່າວອີກວ່າ ຢູ່ໃນຫ້ອງຮຽນຂອງລາວ “ອັດຕາຄວາມແຮງໃນການໂຈມຕີ” ຂອງພະຍາດຕໍ່ນັກຮຽນຢູ່ໃນສອງແຖວໜ້າ ທີ່ໃກ້ກັບລາວທີ່ສຸດ ແມ່ນ 80 ເປີເຊັນ, ແລະ 28 ເປີເຊັນແມ່ນອັດຕາໂຈມຕີຕໍ່ນັກຮຽນຢູ່ໃນ 3 ແຖວຫຼັງ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG