ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ຮ່າງກົດໝາຍຫຼຸດພາສີ ຜ່ານສະພາ ສຫລ


ຕຶກຫໍລັດຖະສະພາສະຫະລັດ ທີ່ກຸງວໍຊິງຕັນ
ຕຶກຫໍລັດຖະສະພາສະຫະລັດ ທີ່ກຸງວໍຊິງຕັນ

ແຜນການຕັດພາສີ ໃນມູນຄ່າມະຫາສານ 858 ພັນລ້ານ
ໂດລາ ໄດ້ຮັບການອະນຸມັດຈາກສະພາຕໍ່າຂອງສະຫະລັດ
ໃນແລງວັນພະຫັດວານນີ້ ແລະເວລານີ້ພວມສົ່ງໄປໃຫ້ປະ
ທານາທິບໍດີບາຣັກໂອບາມາ ລົງນາມ.

ແຜນການສະບັບນີ້ ຊຶ່ງໄດ້ມີການຮັບຮອງເອົາ ດ້ວຍຄະ
ແນນສຽງ 277 ຕໍ່ 148 ນັ້ນ ຈະສືບຕໍ່ຫຼຸດພາສີ ໃຫ້ແກ່
ຊາວອະເມຣິກັນທີ່ຮັ່ງມີແລະຄົນຊັ້ນກາງ ແລະໄດ້ຖືກປະ
ກາດໃຊ້ເປັນກົດໝາຍເທື່ອທຳອິດໃນສະໄໝປະທານາທິ
ບໍດີຄົນກ່ອນຂອງສະຫະລັດຄືທ່ານ George W. Bush.
ນອກນັ້ນແລ້ວຮ່າງກົດໝາຍສະບັບນີ້ຍັງໄດ້ຕໍ່ອາຍຸໃຫ້ແກ່ພວກຄົນກິນເງິນຫວ່າງງານຊາວ
ອະເມຣິກັນ 13 ເດືອນ ແລະກຳໜົດໃຫ້ຕັດພາສີເງິນເດືອນອີກ 2%.

ການຮັບຜ່ານຂັ້ນສຸດທ້າຍ ຂອງຮ່າງກົດໝາຍສະບັບນີ້ ໄດ້ມີການຊັກຊ້າ ຫຼັງຈາກສະມາຊິກ
ຂອງພັກເດໂມແຄຣັທໃນສະພາຕໍ່າ ພະຍາຍາມແຕ່ບໍ່ປະສົບຄວາມສຳເລັດຈະເພີ່ມອັດຕາພາ
ສີສຳລັບມໍລະດົກມູນຄ່າຫຼາຍລ້ານໂດລາ ຈາກ 35% ຂຶ້ນເປັນ 45%.

XS
SM
MD
LG