ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໕ ກຸມພາ ໒໐໒໕

ສະຫະລັດ ເລີ້ມໃຊ້ມາດຕະການພາສີ ສໍາລັບສິນຄ້ານໍາເຂົ້າຈາກ ຈີນ


ກໍາປັ່ນບັນທຸກຕູ້ຄັອນເທັນເນີ້ CMA CGM Rigoletto ຈອດທຽບທ່າ ຢູ່ທ່າກໍາປັ່ນສໍາລັບຕູ້ຄັອນເທັນເນີ້ ລອສ ແອນເຈີເລັສ ໃນນະຄອນ ລອສ ແອນເຈິເລັສ, ລັດຄາລິຟໍເນຍ, ວັນທີ 3 ກຸມພາ 2025.
ກໍາປັ່ນບັນທຸກຕູ້ຄັອນເທັນເນີ້ CMA CGM Rigoletto ຈອດທຽບທ່າ ຢູ່ທ່າກໍາປັ່ນສໍາລັບຕູ້ຄັອນເທັນເນີ້ ລອສ ແອນເຈີເລັສ ໃນນະຄອນ ລອສ ແອນເຈິເລັສ, ລັດຄາລິຟໍເນຍ, ວັນທີ 3 ກຸມພາ 2025.

ອັດຕາພາສີໃໝ່ຂອງ ສະຫະລັດ ຕໍ່ສິນຄ້າຈາກ ຈີນ ໄດ້ມີຜົນບັງຄັບໃຊ້ໃນວັນອັງຄານມື້ນີ້, ໂດຍ ຈີນ ໄດ້ປະກາດອັດຕາພາສີຕໍ່ສິນຄ້ານໍາເຂົ້າຂອງ ສະຫະລັດ ຢ່າງໄວວາ ເພື່ອເປັນການຕອບໂຕ້.

ຈີນ​ກ່າວ​ວ່າ​ ຈະ​ເກັບ​ພາ​ສີ 15 ເປີເຊັນຕໍ່​ຖ່ານ​ຫີນ ​ແລະ​ອາຍ​ແກັສ​ທຳ​ມະ​ຊາດ​ຂອງ ສະຫະລັດ, ພ້ອມ​ທັງ​ເກັບ​ພາ​ສີ 10 ເປີເຊັນຕໍ່​ນ້ຳ​ມັນ​ດິບ, ເຄື່ອງ​ຈັກ​ກະ​ສິ​ກຳ​ ແລະ​ຍານພາຫະນະລົດ​ຍົນ​ຈຳ​ນວນ​ນຶ່ງ.

ແຟ້ມຮູບ-ສານຕົ້ນເຟນຕານອລ ປາກົດໃຫ້ເຫັນໃນພາບຂອງອົງການຂ່າວ ຣອຍເຕີ້ສ, ໃນນະຄອນເມັກຊິໂກ ຊິຕີ້, ປະເທດເມັກຊິໂກ, ວັນທີ 4 ຕຸລາ 2023.
ແຟ້ມຮູບ-ສານຕົ້ນເຟນຕານອລ ປາກົດໃຫ້ເຫັນໃນພາບຂອງອົງການຂ່າວ ຣອຍເຕີ້ສ, ໃນນະຄອນເມັກຊິໂກ ຊິຕີ້, ປະເທດເມັກຊິໂກ, ວັນທີ 4 ຕຸລາ 2023.

ມາດ​ຕະ​ການ​ຂອງ ​ສະ​ຫະ​ລັດ ​ກ່ຽວ​ຂ້ອງ​ກັບ​ການ​ເກັບ​ພາ​ສີ 10 ເປີເຊັນຕໍ່​ສິນ​ຄ້າ​ຂອງ ​ຈີນ ​ທັງ​ໝົດ, ທີ່ ທ່ານ ທຣໍາ ໄດ້​ປະ​ກາດອອກໄປ ​ໃນ​ຄວາມ​ພະ​ຍາ​ຍາມ​ເພື່ອ​ກົດ​ດັນ​ໃຫ້ ​ຈີນ ​ດໍາ​ເນີນ​ການປ້ອງ​ກັນ​ການ​ລັກ​ລອບ​ຂົນ​ສົ່ງ ຢາເຟນຕານອລ (fentanyl) ເຂົ້າມາ​ໃນ ​ສະ​ຫະ​ລັດ.

ລັດຖະບານ ​ສະຫະລັດ ​ໄດ້​ລະບຸ​ວ່າ ​ຈີນ​ເປັນ​ແຫຼ່ງ​ທີ່​ສຳຄັນ​ຂອງ​ສານ​ເຄ​ມີ​ທີ່​ເປັນ​ສານເຄມີຕົ້ນ ​ທີ່ກຸ່ມ​ຄ້າ​ຢາ​ເສບ​ຕິດ​ໃນ ເມັກ​ຊິ​ໂກ ນໍາໃຊ້​ເພື່ອ​ຜະລິດ​ຢາ ເຟນຕານອລ.

ຈີນ ​ກ່າວ​ວ່າ ​ຕົນ​ໄດ້​ດຳ​ເນີນ​ບາດກ້າວເພື່ອ​ປາບ​ປາມ​ຂະ​ບວນການ​ອຸດສາຫະກຳ​ ແລະ​ການ​ຄ້າ​ຢາ​ເສບ​ຕິດ​ທີ່​ຜິດ​ກົດໝາຍດັ່ງກ່າວ.

ທ່ານ ທຣໍາ ກ່າວໂດຍຫວັງວ່າ “ຈີນ ຈະຍຸຕິການສົ່ງ ເຟນຕານອລ ມາສູ່ພວກເຮົາ, ແລະຖ້າພວກເຂົາບໍ່ເຮັດດັ່ງນັ້ນ, ອັດຕາພາສີ ກໍຈະເພີ້ມສູງຂຶ້ນອີກ.”

ໂຄສົກທຳນຽບຂາວ ທ່ານນາງ ແຄໂຣລາຍ ເລວິທ ກ່າວໃນວັນຈັນວານນີ້ວ່າ ທ່ານ ທຣໍາ ຈະທໍາການໂອ້ລົມກັບປະທານປະເທດຈີນ ທ່ານ ສີ ຈິ້ນຜິງ ໃນອີກບໍ່ເທົ່າໃດມື້ຂ້າງໜ້ານີ້.

ໃນວັນຈັນວານນີ້, ທ່ານ ທຣໍາ ໄດ້ປະກາດການຢຸດອັດຕາພາສີ 25 ເປີເຊັນຕໍ່ສິນຄ້າຈາກ ເມັກຊິໂກ ແລະ ການາດາ ໄວ້ຊົ່ວຄາວເປັນເວລານຶ່ງເດືອນ ລຸນຫຼັງທ່ານໄດ້ໂອ້ລົມກັບປະທານາທິບໍດີເມັກຊິໂກ ທ່ານນາງ ຄລາວເດຍ ເຊນບວມ ແລະນາຍົກລັດຖະມົນຕີ ການາດາ ທ່ານ ຈັສຕິນ ທຣູໂດ.

ແຟ້ມຮູບ-ລົດຂົນສົ່ງຄັນນຶ່ງ ແລ່ນຜ່ານຂົວ Ambassador ຈາກເມືອງວິນເຊີ, ນະຄອນ ອອນຕາຣິໂອ (Ontario), ໄປຍັງນະຄອນ ດີທຣອຍ, ລັດ ມິຊິແກນ, ວັນທີ 31 ມັງກອນ 2025.
ແຟ້ມຮູບ-ລົດຂົນສົ່ງຄັນນຶ່ງ ແລ່ນຜ່ານຂົວ Ambassador ຈາກເມືອງວິນເຊີ, ນະຄອນ ອອນຕາຣິໂອ (Ontario), ໄປຍັງນະຄອນ ດີທຣອຍ, ລັດ ມິຊິແກນ, ວັນທີ 31 ມັງກອນ 2025.

ທ່ານນາງ ເຊນບວມ ກ່າວວ່າ ທ່ານນາງຈະສົ່ງທະຫານ 10,000 ຄົນ ສໍາລັບຄວາມພະຍາຍາມເພື່ອສະກັດກັ້ນການຫຼັ່ງໄຫຼເຂົ້າສູ່ ສະຫະລັດ ຂອງສານ ເຟນຕານອລ.

ທ່ານນາງ ເຊນບວມ ໂພສຂໍ້ຄວາມລົງໃນສື່ສັງຄົມ X ລຸນຫຼັງໂອ້ລົມກັບ ທ່ານ ທຣໍາ ວ່າ “ເມັກຊິໂກ ຈະເສີມສ້າງຊາຍແດນທາງພາກເໜືອໃຫ້ເຂັ້ມແຂງ ເພື່ອຢຸດການຄ້າຂາຍຢາເສບຕິດຈາກ ເມັກຊິໂກ ໄປ ສູ່ສະຫະລັດ, ໂດຍສະເພາະ ສານເຟນຕານອລ.”

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG