ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ການເກັບພາສີ ສຫລ ພາໃຫ້ມີ ຄວາມຢ້ານກົວ ທີ່ຈະເກີດ ສົງຄາມການຄ້າ ໃນເອເຊຍ


ໂຮງງານເຫຼັກກ້າ JFE ຢູ່ກາວາຊາກິ ໃກ້ນະຄອນຫຼວງໂຕກຽວ ຂອງຍີ່ປຸ່ນ. (ວັນທີ 2 ມີນາ 2018)
ໂຮງງານເຫຼັກກ້າ JFE ຢູ່ກາວາຊາກິ ໃກ້ນະຄອນຫຼວງໂຕກຽວ ຂອງຍີ່ປຸ່ນ. (ວັນທີ 2 ມີນາ 2018)

ປະເທດໃນເຂດເອເຊຍຫຼາຍໆປະເທດ ທີ່ເປັນຄູ່ການຄ້າຂອງສະຫະລັດ ໄດ້ສະແດງປະ
ຕິກິລິຍາຢ່າງແຮງ ໃນວັນສຸກວານນີ້ ຕໍ່ການເລີ້ມເກັບພາສີເຫຼັກກ້າແລະອາລູມີນຽມທີ່ນຳ
ເຂົ້າ ຊຶ່ງພາໃຫ້ມີ ຄວາມເປັນຫ່ວງກັງວົນ ທີ່ອາດຈະເກີດ ບັນຫາຂັດແຍ້ງ ທາງດ້ານການ ຄ້າໃນໂລກ.

ຈີນ ຊຶ່ງເປັນເປົ້າໝາຍທີ່ສຳຄັນ ໃນຄວາມເປັນຫ່ວງ ທາງດ້ານການຄ້າ ຂອງສະຫະລັດ
ກ່າວວ່າ ຕົນແມ່ນ “ຄັດຄ້ານ ຢ່າງເດັດດ່ຽວ” ຕໍ່ການຕັດສິນໃຈ ໃນການເກັບພາສີ ຂອງ
ສະຫະລັດ ແລະຍີ່ປຸ່ນກໍໄດ້ເຕືອນເຖິງຜົນກະທົບ ໃນສາຍພົວພັນສອງຝ່າຍ.

ພາບປະທານາທິບໍດີ ດໍໂນລ ທຣຳ ຫຼັງຈາກ ເຊັນຄຳປະກາດ ໃນການເກັບພາສີເຫຼັກກາ ແລະ ອາລູມີນຽມ
ພາບປະທານາທິບໍດີ ດໍໂນລ ທຣຳ ຫຼັງຈາກ ເຊັນຄຳປະກາດ ໃນການເກັບພາສີເຫຼັກກາ ແລະ ອາລູມີນຽມ

ເກົາຫຼີໃຕ້ກ່າວວ່າ ຕົນອາດຈະຍື່ນຄຳຮ້ອງທຸກຕໍ່ອົງການໆຄ້າໂລກ. ເກົາຫຼີໃຕ້ເປັນປະ
ເທດທີ່ສົ່ງອອກເຫລັກກ້າ ລາຍໃຫຍ່ອັນດັບ 3 ມາຍັງ ສະຫະລັດ ຮອງຈາກ ການາດາ ແລະບຣາຊີລ.

ຫຼາຍໆປະເທດໃນເຂດເອເຊຍຕາເວັນອອກສຽງໃຕ້ ກ່າວວ່າ ຕົນຢ້ານວ່າຈະເກີດຄື້ນ
ຟອງໃນການນຳເຂົ້າ ເພື່ອທຸ້ມຜະລິດຕະພັນເຫຼັກກ້າແລະອາລູມີນຽມເຂົ້າໃສ່ຕະຫຼາດ
ຂອງຕົນ.

ພາບເຄື່ອງຍົກ ຢູ່ເທິງກອງເຫຼັກກ້າ ທີ່ຈະສົ່ງອອກ ຢູ່ເມືອງທ່າຫລຽນຢຸນກັງ ໃນແຂວງຈຽງຊູ ປະເທດຈີນ (ວັນທີ 1 ທັນວາ ປີ 2015)
ພາບເຄື່ອງຍົກ ຢູ່ເທິງກອງເຫຼັກກ້າ ທີ່ຈະສົ່ງອອກ ຢູ່ເມືອງທ່າຫລຽນຢຸນກັງ ໃນແຂວງຈຽງຊູ ປະເທດຈີນ (ວັນທີ 1 ທັນວາ ປີ 2015)

ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳບໍ່ຍອມຟັງຄຳເຕືອນຂອງພວກນັກເສດ
ຖະສາດ ແລະ ສະມາຊິກ ຂອງພັກຣີພັບບລີກັນ ໂດຍໄດ້ລົງນາມ ໃນດຳລັດດັ່ງກ່າວ ເມື່ອວັນພະຫັດຜ່ານມາທີ່ຈະເກັບພາສີໃໝ່ 25 ເປີເຊັນຕໍ່ເຫຼັກກ້າທີ່ນຳເຂົ້າມາໃນສະ
ຫະລັດ ແລະ 10 ເປີເຊັນຕໍ່ອາລູມີນຽມໂດຍເວົ້າວ່າ ມາດຕະການນີ້ແມ່ນມີຄວາມຈຳ
ເປັນ ເພື່ອປົກປ້ອງຄຸ້ມຄອງອຸດສາຫະກຳຂອງສະຫະລັດ.

ທ່ານທຣຳ ໄດ້ຍົກເວັ້ນ ປະເທດທີ່ສະຫະລັດນຳເຂົ້າເຫຼັກແລະອາລູມີນຽມທີ່ສຳຄັນໆ ເຊັ່ນການາດາ ແລະເມັກຊິໂກ ໃນຂະນະທີ່ມີການເຈລະຈາ ເພື່ອປັບປ່ຽນ ກ່ຽວກັບຂໍ້
ຕົກ ລົງການຄ້າໃນທະວີບອາເມຣິກາເໜືອ ຫຼືນາຟຕ້າ ແລະປະເທດອື່ນໆເຊັ່ນອອສ
ເຕຣເລຍ ກໍອາດໄດ້ຮັບການຍົກເວັ້ນຄືກັນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG