ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ​ຕໍ່ອາຍຸ ​ການຍົກ​ເວັ້ນ ພາສີ ອາ​ລູມີ​ນຽມ ​ແລະ​ເຫຼັກ​ກ້າ ​ຈາກອີຢູ ກາ​ນາ​ດາ​ ແລະ ​ເມັກຊິ​​ໂກ


The sun rises through the middle of buildings long 42nd street in New York's Manhattan borough during a phenomenon known as Manhattanhenge as viewed from Weehawken, New Jersey.
The sun rises through the middle of buildings long 42nd street in New York's Manhattan borough during a phenomenon known as Manhattanhenge as viewed from Weehawken, New Jersey.

ປະທາ​ນາ​ທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣໍາ ກຳລັງ​ຕໍ່ອາຍຸ ​ການ​ຍົກ​ເວັ້ນໃນ ການເກັບ
ພາສີ ​ສຳລັບການ​ສົ່ງອອກ​ອາ​ລູມີ​ນຽມ ​ແລະ​ເຫຼັກ​ກ້າ ​ຈາກ​ສະຫະພາບ ​ຢູ​ໂຣບ ກາ​ນາ​ດາ
​ແລະ ​ເມັກຊິໂກ ຢ່າງໜ້ອຍອີກເດືອນ​ນຶ່ງ.

ການ​ຍົກ​ເວັ້ນຊົ່ວຄາວ​ກ່ຽວກັບການ​ເກັບ​ພາສີ ຊຶ່ງໄດ້ມີການນຳໃຊ້​ແລ້ວ​ສຳລັບປະ​ເທດ
​ຕ່າງໆ​ເຊັ່ນ​ວ່າ ຈີນ ຍີ່ປຸ່ນ ​ແລະຣັດ​ເຊຍ ທີ່​ຈະ​ໝົດ​ອາຍຸ​ລົງ​ໃນ​ວັນ​ອັງຄານ​ມື້​ນີ້.

​ແຕ່ທຳນຽບຂາວ​ກ່າວ​ວ່າ ຕົນ​ຈະໃຫ້ເວລາແກ່ຄະນະເຈລະຈາຕື່ມ​ອີກ 30 ມື້​ເພື່ອ​ຕົກລົງ
ກັນ ກ່ຽວກັບເລື້ອງນີ້.

ຄະນະ​ກຳມາທິການ​ຢູ​ໂຣບໄດ້​ຕິ​ຕຽນ​ການ​ການ​ຕໍ່ອາຍຸ​ຊົ່ວຄາວ​ຢູ່​ໃນ​ຖະ​ແຫຼ​ງການ ສະບັບ
ນຶ່ງ ໃນ​ວັນ​ອັງຄານ​ມື້​ນີ້ ໂດຍກ່າວ​ວ່າ ຢູ​ໂຣບໄດ້ເຕັມ​ໃຈ​ ທີ່​ຈະຫາລືກ່ຽວ ກັບ​ບັນຫານີ້ ​ແລະ
“ຈະ​ບໍ່​ເຈລະຈາ​ພາຍ​ໃຕ້​ການ​ຂົ່ມຂູ່.”

ຖະ​ແຫຼ​ງການ​ກ່າວ​ວ່າ “ການ​ຕັດສິນ​ໃຈ​ຂອງ​ສະຫະລັດ ​ທີ່ຈະແກ່ຍາວ​ຄວາມ​ບໍ່​ແນ່ນອນ​
ຂອງ​ຕະຫຼາດ​ ຊຶ່ງໄດ້ມີຜົນກະທົບໄປແລ້ວຕໍ່ການຕັດສິນໃຈທາງດ້ານທຸລະກິດ. ສະຫະ
ພາບຢູ​ໂຣບ​ຄວນ​ໄດ້​ຮັບ​ການ​ຍົກ​ເວັ້ນຢ່າງ​ເຕັມທີ່ແລະ​ຢ່າງຖາ ວອນ​ຈາກ​ມາດ​ຕະການ​
ເຫລົ່າ​ນີ້ ​ໃນ​ຂະນະ​ທີ່​ບໍ່ສາມາດນຳເອົາເຫດຜົນໃດໆ ມາກ່າວອ້າງບົນ​ພື້ນຖານດ້ານ​
ຄວາມ​ໝັ້ນຄົງ​ແຫ່ງຊາດ.”

ປະທານາທິບໍດີ​ທຣໍາ​ໄດ້​ຮ້ອງ​ການ​ເກັບ​ພາສີ​ນີ້​ວ່າ​ ​ເປັນ​ບັນຫາ​ດ້ານຄວາມ​ໝັ້ນຄົງ​ແຫ່ງ
ຊາດ ​ເພາະວ່າ ການຜະ​ລິດ​ເກີນ​ກຳນົດ​ຂອງບາງ​ປະ​ເທດ ​ເຮັດ​ໃຫ້ການ​ສົ່ງ​ ອອກ​ຂອງ​ສະຫະລັດມີ​ລາຄາ​ແພງ​ຂຶ້ນ​ແລະ​ບໍ່​ເປັນ​ທີ່​ຕ້ອງການ​ຢູ່່​ໃນ​ຕະຫຼາດ​ໂລກ.

ທຳນຽບຂາວ​ຍັງ​ໄດ້​ປະກາດ​ໃນ​ຕອນ​ແລງ​ວັນ​ຈັນ​ວານ​ນີ້​ວ່າ ຕົນ​ໄດ້​ບັນລຸ​ຂໍ້​ຕົກລົງ​ຂັ້ນສຸດ
​ທ້າຍ ​ກ່ຽວ​ກັບ​ການ​ສົ່ງອອກ​ເຫຼັກ​ກ້າກັບ​ເກົາຫຼີ​ໃຕ້​ໂດຍ​ຈະໄດ້ຮັບການ​ຍົກ​ເວັ້ນຢ່າງເປັນ
ການ​ຖາວອນ ​ໃນ​ຂະນະທີ່​ ໄດ້ບັນລຸການຕົກລົງ​ໃນດ້ານ​ຫຼັກການ​ກັບ​ອາເຈັນ​ຕີ​ນາ
ອອສ​ເຕຣ​ເລຍ ​ແລະ​ບຣາຊີ​ລ.

US to Delay Decision on Tariffs Until June 1
please wait

No media source currently available

0:00 0:02:23 0:00

ຖະ​ແຫຼ​ງການ​ທຳນຽບຂາວ​ກ່າວ​ວ່າ “ຂໍ້​ຕົກລົງ​ເຫລົ່ານີ້ ​ແມ່ນໄດ້ເນັ້ນໃຫ້ເຫັນເຖິງ ​ຜົນ
ສຳ​ເລັດໃນດ້ານຍຸດ​ທະ​ສາດ​ຂອງລັດຖະບານທ່ານ​ທຣໍາ ​ເພື່ອ​ບັນລຸຜົນທີ່ເປັນ ​ທໍາ​ກັບ
​ບັນດາ​ພັນທະ​ມິດ ​ເພື່ອ​ປົກ​ປ້​ອງ ຄວາມ​ໝັ້ນຄົງ​ແຫ່ງຊາດຂອງ​ພວກ​ເຮົາ ​ແລະ​ແກ້ໄຂ
ບັນຫາ​ທ້າ​ທາຍ​ຂອງ​ໂລກ​ຕໍ່​ອຸດສາຫະກຳ​ເຫຼັກ​ກ້າ ​ແລະ​ອາ​ລູມີ​ນຽມ.”

ປະທານາທິບໍດີ​ທຣໍາ ​ໄດ້ວາງ​ມາດ​ຕະການ​ເກັບ​ພາສີຂາ​ເຂົ້າ 25 ​ເປີ​ເຊັນ​ສຳລັບ ເຫຼັກ​
ກ້າ ​ແລະ 10 ​ເປີ​ເຊັນ​ສຳລັບ​ອາ​ລູມີ​ນຽມ​ໃນ​ເດືອນ​ມີນາ​ທີ່​ຜ່ານ​ມາຕໍ່ຈີນ ຣັດ​ເຊຍ ຍີ່ປຸ່ນ
​ແລະ​ປະເທດສົ່ງອອກອື່ນໆ ຕໍ່ອັນທີ່​ທ່ານ​ກ່າວ​ວ່າ ​ເປັນການ​ປົວ​ແປງການ​ແຂ່ງຂັນທີ່ບໍ່
ເປັນທຳ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Trump Tariff
please wait
Embed

No media source currently available

0:00 0:01:15 0:00

XS
SM
MD
LG