ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນ ແລະເກົາຫຼີໃຕ້ ປະທ້ວງຕໍ່ ການຂຶ້ນພາສີ ຈັກຊັກເຄື່ອງ ແລະແຜ່ນພະລັງງານ ແສງຕາເວັນ ຂອງ ສຫລ


ຄູ່ສາມີພັນລະຍາ ກຳລັງກວດເບິ່ງຈັກຊັກເຄື່ອງ ຍີ່ຫໍ້ ຊຳຊຸງ ຢູ່ທີ່ ງານວາງສະແດງສິນຄ້າອີເລັກໂທຣນິກ ສາກົນ International Consumer Electronics Show (CES) ຢູ່ໃນນະຄອນ ລາສ໌ ເວກັສ ລັດເນວາດາ, ວັນທີ 6 ມັງກອນ 2015.
ຄູ່ສາມີພັນລະຍາ ກຳລັງກວດເບິ່ງຈັກຊັກເຄື່ອງ ຍີ່ຫໍ້ ຊຳຊຸງ ຢູ່ທີ່ ງານວາງສະແດງສິນຄ້າອີເລັກໂທຣນິກ ສາກົນ International Consumer Electronics Show (CES) ຢູ່ໃນນະຄອນ ລາສ໌ ເວກັສ ລັດເນວາດາ, ວັນທີ 6 ມັງກອນ 2015.

ຈີນແລະເກົາຫຼີໃຕ້ ປະທ້ວງການຕັດສິນໃຈຂອງປະທານາທິບໍດີສະຫະລັດ ທ່ານດໍໂນລ
ທຣຳ ທີ່ຈະເກັບພາສີເພີີ້ມຂຶ້ນຢ່າງໜັກ ຕໍ່ແຜ່ນ​ພະລັງງານ​ແສງຕາ​ເວັນ ແລະ​ຈັກຊັກ
​ເຄື່ອງ​ທີ່ນຳເຂົ້າ ຊຶ່ງເປັນການເຄື່ອນໄຫວ ທີ່ກໍ່ໃຫ້ເກີດຄວາມກັງວົນຢູ່ໃນເອເຊຍ ທີ່ວ່າ
ຈະມີການເອົາມາດຕະການປົກປ້ອງຄຸ້ມຄອງສິນຄ້າ ຂອງສະຫະລັດຕື່ມອີກໃນໄວໆນີ້.

ປະທານາທິບໍດີທຣຳ ກ່າວໃນວັນອັງຄານວານນີ້ວ່າ ສະຫະລັດ ກຳລັງພິຈາລະນາທີ່ຈະ
ຂຶ້ນພາສີ ເຫຼັກ ແລະອາລູມີນຽມ ຊຶ່ງທ່ານໄດ້ກ່າວຕໍ່ພວກນັກຂ່າວວ່າ “ພວກເຮົາກຳລັງ
ສຶກສາເບິ່ງກ່ຽວກັບເລື່ອງນີ້ ພວກເຮົາກຳລັງສຶກສາເບິ່ງຫຼາຍໆຢ່າງ.”

ລັດຖະມົນຕີກະຊວງການຄ້າຂອງເກົາຫຼີໃຕ້ ທ່ານກິມ ຢຸນ ຈອງ ເອີ້ນການຂຶ້ນພາສີນີ້
ວ່າ “ຫຼາຍເກີນໄປ” ແລະກ່າວວ່າ ເປັນການລະເມີດ ຕໍ່ກົດລະບຽບຂອງອົງການ
ການຄ້າໂລກ. ທ່ານກິມ ເວົ້າວ່າ ເກົາຫຼີໃຕ້ ມີແຜນການທີ່ຈະຍື່ນໜັງສືຮ້ອງຮຽນ ຕໍ່
ອົງການການຄ້າໂລກ.

ການຂຶ້ນພາສີດັ່ງກ່າວ ມີຜົນກະທົບທີ່ສຳຄັນຕໍ່ບໍລິສັດຊຳຊຸງ ແລະແອລຈີ ອີເລັກໂທຣນິກ
ຂອງເກົາຫຼີໃຕ້ ຊຶ່ງເປັນຜູ້ຄວບຄຸມນຶ່ງສ່ວນສີ່ຂອງຕະຫລາດຈັກຊັກເຄື່ອງ ຢູ່ໃນສະຫະລັດ
ຊຶ່ງຄອບງຳ ໂດຍບໍລິສັດເວີລພູລ ແລະ ເຈເນໂຣລເອເລັກທິກ ຂອງສະຫະລັດ.

ບໍລິສັດຊຳຊຸງກ່າວວ່າ ການຂຶ້ນພາສີດັ່ງກ່າວ ແມ່ນເປັນ “ການເກັບພາສີຈາກຜູ້ບໍລິໂພກ
ທຸກໆຄົນ ທີ່ຕ້ອງການຢາກຊື້ຈັກຊັກເຄື່ອງ.”

ສ່ວນຈີນ ຊຶ່ງເປັນຄູ່ການຄ້າ ທີ່ໃຫຍ່ທີ່ສຸດຂອງສະຫະລັດ ແລະເປັນຜູ້ຜະລິດແຜ່ນພະລັງ
ງານແສງຕາເວັນ ທີ່ໃຫຍ່ທີ່ສຸດຂອງໂລກ ນັ້ນ ກ່າວວ່າ ການຂຶ້ນພາສີນີ້ ແມ່ນເປັນ“ປະຕິ
ກິລິຍາຕອບໂຕ້ ເກີນຄວາມເປັນຈິງ”
ທີ່ຈະສ້າງຄວາມເສຍຫາຍໃຫ້ແກ່ບັນຍາກາດທາງ
ດ້ານການຄ້າຂອງໂລກ.

ກະຊວງການຄ້າຂອງຈີນ ກ່າວວ່າ ຕົນຈະຮ່ວມມືກັບສະມາຊິກອື່ນໆ ຂອງອົງການ
ການຄ້າໂລກ ເພື່ອທຳການປ້ອງກັນຢ່າງແນ່ວແນ່ ຕໍ່ຜົນປະໂຫຍດທີ່ຖືກຕ້ອງຊອບທຳ
ຕາມກົດໝາຍຂອງຕົນ ໂດຍບໍ່ໄດ້ໃຫ້ລາຍລະອຽດໃດໆ.

ປະທານາທິບໍດີທຣຳ ມັກຕ້ອງຕິຈີນຢູ່ເລື້ອຍໆ ຕໍ່ອັນທີ່ທ່ານເອີ້ນວ່າ ເຮັດການຄ້າແບບ
ບໍ່ຍຸຕິທຳ ທີ່ເຮັດໃຫ້ສະຫະລັດສູນເສຍວຽກເຮັດງານທຳ.

ທ່ານຊ່າງ ຢີ ຫົວໜ້ານັກເສດຖະສາດທີ່ບໍລິສັດຕະຫລາດຫຼັກຊັບ ແຄບປີໂຕລເຊກູຣີຕີ
ຊຶ່ງມີຫ້ອງການຕັ້ງຢູ່ນະຄອນປັກກິ່ງກ່າວວ່າ “ຫລັງຈາກໄດ້ມີການກະກຽມຫລາຍໆປີ
ທ່ານທຣຳກໍພ້ອມແລ້ວ ທີ່ຈະເອົາບາດກ້າວເພື່ອແກ້ໄຂ ການຂາດດຸນການຄ້າ ຢ່າງ
ຫຼວງຫຼາຍກັບຈີນ ແລະລົງໂທດປັກກິ່ງ.”

ວໍຊິງຕັນຈະເກັບພາສີຫຼາຍເຖິງ 50 ເປີເຊັນ ຕໍ່ຈັກຊັກເຄື່ອງຂະໜາດໃຫຍ່ໃນໄລຍະ 3 ປີ
ຕໍ່ໜ້າ ແລະເກັບພາສີຫຼາຍເຖິງ 30 ເປີເຊັນ ຕໍ່ແຜ່ນພະລັງງານແສງຕາເວັນ ໃນໄລຍະ 4
ປີຂ້າງໜ້າ.

US Trade Tariffs Reax
please wait
Embed

No media source currently available

0:00 0:00:48 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG