ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ແນເປົ້າໝາຍໃສ່ ເຈົ້າໜ້າທີ່ ຂອງເທີກີ ເພື່ອລົງໂທດ ຍ້ອນການກັກໂຕ ຄຸນພໍ່ຂອງສະຫະລັດ

ຄຸນພໍ່ ແອນດຣູ ເຄຣກ ບຣັນສັນ, ນັກສອນສາສະໜາຄຣິສ ຈາກເມືອງ ແບລກ ເມົາເທັນ (Black Mountain) ລັດ ຄາໂຣໄລນາ ເໜືອ, ເດີນທາງໄປຮອດເຮືອນຂອງຜູ້ກ່ຽວ ໃນເມືອງ ອີດຊ໌ເມຍ ຂອງປະເທດເທີກີ, ວັນທີ 25 ກໍລະກົດ 2018.
ຄຸນພໍ່ ແອນດຣູ ເຄຣກ ບຣັນສັນ, ນັກສອນສາສະໜາຄຣິສ ຈາກເມືອງ ແບລກ ເມົາເທັນ (Black Mountain) ລັດ ຄາໂຣໄລນາ ເໜືອ, ເດີນທາງໄປຮອດເຮືອນຂອງຜູ້ກ່ຽວ ໃນເມືອງ ອີດຊ໌ເມຍ ຂອງປະເທດເທີກີ, ວັນທີ 25 ກໍລະກົດ 2018.

ເທີກີ ກ່າວວ່າ ຕົນປະທ້ວງຢ່າງແຂງຂັນ ຕໍ່ການຕັດສິນໃຈຂອງ ສະຫະລັດ ທີ່ຈະວາງ
ມາດຕະການ ລົງໂທດ ຕໍ່ເຈົ້າໜ້າທີ່ລັດຖະບານຂອງຕົນ ສອງທ່ານ ຍ້ອນການກັກໂຕ
ຄຸນພໍ່ສອນສາສະໜາຄຣິສ ທ່ານນຶ່ງ ຜູ້ທີ່ຖືກກ່າວຫາວ່າ ໃຫ້ການຊ່ອຍເຫຼືອພວກກໍ່
ການຮ້າຍ.

ກະຊວງການຕ່າງປະເທດຂອງເທີກີ ໄດ້ກ່າວ ໃນວັນພຸດວານນີ້ ວ່າ ການຕັດສິນໃຈ
ດັ່ງກ່າວ “ທັງບໍ່ສອດຄ່ອງກັບສະພາບການທີ່ຮ້າຍແຮງ ແລະ ມັນເປັນໄປຕາມຂໍ້ກຳນົດ
ຂອງກົດໝາຍ ຫຼື ຄວາມຍຸຕິທຳ ທີ່ສາມາດອະທິບາຍໄດ້ ຫຼືບໍ່.”

ຖະແຫລງການດັ່ງກ່າວ ໄດ້ຊຸກຍູ້ໃຫ້ສະຫະລັດ ຕ່າວປີ້ນ ການຕັດສິນໃຈ ຂອງຕົນ ແລະ
ໄດ້ສັນຍາວ່າ “ການຕອບໂຕ້ທີ່ເທົ່າທຽມກັນ ຈະຖືກວາງອອກ ໂດຍບໍ່ມີການຊັກຊ້າ
ຕໍ່ທ່າທີລ່ວງລະເມີດ ອັນນີ້.”

ລັດຖະມົນຕີ ກະຊວງຍຸຕິທຳ ຂອງ ເທີກີ ທ່ານ ອັບດູຮາມິດ ກູລ ແລະ ລັດຖະມົນຕີ ກະຊວງ ພາຍໃນ ທ່ານ ຊູລີມານ ໂຊຍລູ, ກຳລັງຟັງ ປະທານາທິບໍດີ ຣີເໍຊັບ ໄຕຢິບ ເອີຣໂດອານ ໃນລະຫວ່າງ ກອງປະຊຸມຖະແຫລງຂ່າວ ໃນນະຄອນຫຼວງ ອັງກາຣາ ຂອງເທີກີ, ວັນທີ 9 ກໍລະກົດ 2018.

ຖະແຫລງການຂອງເທີກີ ອອກມາ
ໃນຕອນແລງວັນພຸດວານນີ້ ຫຼັງ
ຈາກທີ່ ໄດ້ມີການປະກາດ ໂດຍ
ກະຊວງ ການເງິນ ຂອງສະຫະລັດ
ທີ່ວ່າ ຕົນໄດ້ແນເປົ້າໝາຍໃສ່
ເຈົ້າໜ້າທີ່ ລັດຖະບານ ຂອງເທີກີ
ສອງທ່ານ ສຳລັບ ມາດຕະການ
ລົງໂທດ ພາຍຫຼັງ ເທີກີ ໄດ້ປະຕິ
ເສດ ວ່າ ຈະປ່ອຍໂຕ ຄຸນພໍ່
ແອນດຣູ ບຣັນສັນ ຂອງສະຫະລັດ
ຈາກການກັກບໍລິເວນ ກ່ອນໜ້າ
ການດຳເນີນຄະດີ.

ໃນພາບຖ່າຍ ເມື່ອວັນທີ 6 ກຸມພາ 2016, ຂອງ ລັດຖະມົນຕີ ກະຊວງຍຸຕິທຳ ຂອງ ເທີກີ ທ່ານ ອັບດູຮາມິດ ກູລ ເຂົ້າຮ່ວມກອງປະຊຸມ ສະພາ ໃນນະຄອນຫຼວງ ອັງກາຣາ ຂອງເທີກີ.
ໃນພາບຖ່າຍ ເມື່ອວັນທີ 6 ກຸມພາ 2016, ຂອງ ລັດຖະມົນຕີ ກະຊວງຍຸຕິທຳ ຂອງ ເທີກີ ທ່ານ ອັບດູຮາມິດ ກູລ ເຂົ້າຮ່ວມກອງປະຊຸມ ສະພາ ໃນນະຄອນຫຼວງ ອັງກາຣາ ຂອງເທີກີ.

​ກະຊວງການເງິນ ສະຫະລັດ ໄດ້
ປະກາດການເຄື່ອນໄຫວດັ່ງກ່າວ
ໃນວັນພຸດວານນີ້ ໂດຍກ່າວວ່າ
ລັດຖະມົນຕີ ກະຊວງຍຸຕິທຳ ຂອງ
ເທີກີ ທ່ານ ອັບດູຮາມິດ ກູລ ແລະ
ລັດຖະມົນຕີ ກະຊວງພາຍໃນ ທ່ານ
ຊູລີມານ ໂຊຍລູ ໄດ້ຕົກເປັນເປົ້າ
ໝາຍ ຂອງມາດຕະການລົງໂທດ
ທີ່ງົດໃຊ້ຊັບສິນໃດໆ ທີ່ພວກເຂົາ
ເຈົ້າເປັນເຈົ້າຂອງ ແລະ ຫ້າມບໍ່ໃຫ້
ພົນລະເມືອງຂອງ ສະຫະລັດ ຄົນ
ໃດ ເຮັດທຸລະກິດ ດ້ານການເງິນ
ກັບພວກເຂົາທັງສອງ.

ທ່ານ ກູລ ໄດ້ຕອບໂຕ້ຜ່ານທາງ
ທວີດເຕີວ່າ: “ຂ້າພະເຈົ້າ ບໍ່ໄດ້
ປູກຕົ້ນໄມ້ ແມ່ນແຕ່ຕົ້ນດຽວ ຫຼື
ມີເງິນນຶ່ງເຊັນ ຢູ່ໃນ ສະຫະລັດ
ຫຼື ຢູ່ນອກປະເທດໃດນຶ່ງ ນອກ
ຈາກປະເທດເທີກີ.”

ຖະແຫລງການຂອງກະຊວງການເງິນ ກ່າວວ່າ ທ່ານ ກູລ ແລະ ທ່ານ ໂຊຍລູ ມີບົດບາດ
ໃນການນຳພາ ອົງການຕ່າງໆ ທີ່ຮັບຜິດຊອບສຳລັບ ການຈັບກຸມ ແລະກັກຂັງ ທ່ານ
ບຣັນສັນ ຕະຫຼອດໄລຍະ 21 ເດືອນຜ່ານມາ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG