ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສະຫະລັດ ແນເປົ້າໝາຍໃສ່ ອຸດສາຫະກຳເຫຼັກກ້າ ຂອງອີຣ່ານ ໃນການວາງມາດຕະການລົງໂທດຮອບໃໝ່


ພະນັກງານຄົນນຶ່ງ ກຳລັງຕັດກໍ້ແຜ່ນເຫຼັກກ້າຢູ່ທີ່ ໂຮງງານເຫຼັກກ້າ ໂມບາຣາເກ (Mobarakeh Steel Complex), ຕັ້ງຢູ່ຫ່າງຈາກນະຄອນຫຼວງເຕຫະຣ່ານ ກ້ຳໃຕ້ ປະມານ 460 ກິໂລແມັດ, ວັນທີ 31 ພຶດສະພາ 2012.
ພະນັກງານຄົນນຶ່ງ ກຳລັງຕັດກໍ້ແຜ່ນເຫຼັກກ້າຢູ່ທີ່ ໂຮງງານເຫຼັກກ້າ ໂມບາຣາເກ (Mobarakeh Steel Complex), ຕັ້ງຢູ່ຫ່າງຈາກນະຄອນຫຼວງເຕຫະຣ່ານ ກ້ຳໃຕ້ ປະມານ 460 ກິໂລແມັດ, ວັນທີ 31 ພຶດສະພາ 2012.

ສະຫະລັດ ໄດ້ວາງມາດຕະການລົງໂທດຕໍ່ອົງການຈັດຕັ້ງ ແລະສ່ວນບຸກຄົນ ທີ່ມີສ່ວນພົວພັນກັບອຸດສາຫະກຳເຫຼັກກ້າຂອງອີຣ່ານ ອີງຕາມການກ່າວຂອງກະ ຊວງການເງິນສະຫະລັດ ໃນວັນອັງຄານວານນີ້ ຊຶ່ງເປັນການເຄື່ອນໄຫວຂອງສະຫະລັດຄັ້ງຫຼ້າສຸດໃນຄວາມພະຍາຍາມກົດດັນຕໍ່ເຕຫະຣ່ານ ໃນຊ່ວງໄລຍະ ບໍ່ເທົ່າໃດວັນຂອງການພົ້ນຈາກຕຳແໜ່ງປະທານາທິບໍດີຂອງທ່ານດໍໂນລ ທຣຳ.

ກະຊວງການເງິນສະຫະລັດ ໄດ້ກ່າວໃນຖະແຫລງການວ່າ ຕົນໄດ້ນຳເອົາ ສິບກວ່າອົງການຈັດຕັ້ງ ແລະບຸກຄົນຜູ້ນຶ່ງ ລົງໃນບັນຊີດຳ.

ການວາງມາດຕະການລົງໂທດດັ່ງກ່າວ ໄດ້ຖືກວາງຕໍ່ຄົນຈີນ ທີ່ເປັນເຈົ້າຂອງບໍລິສັດ ຄາຍຟັງ ປິງເມ ວັດຖຸຄາບອນໃໝ່ ເທັກໂນໂລຈີ ຈຳກັດ (Kaifeng Pingmei New Carbon Materials Technology Co., Ltd.) ຫຼື KFCC ຊຶ່ງເປັນບໍລະສັດຜະລິດວັດຖຸຄາບອນ ອັນເປັນສ່ວນປະກອບສຳຄັນໃນການຜະລິດເຫຼັກກ້າ.

ກະຊວງການເງິນ ໄດ້ກ່າວວ່າ ບໍລິສັດນີ້ ໄດ້ຂາຍວັດຖຸທັງຫຼາຍແລະອຸປະກອນໃຫ້ແກ່ບໍລິສັດເຫຼັກກ້າແຫ່ງນຶ່ງໃນອີຣ່ານ ໂດຍຜ່ານບໍລິສັດການຄ້າຂອງອີຣ່ານ ໃນລະຫວ່າງເດືອນທັນວາ ປີ 2019 ຫາ ເດືອນມິຖຸນາ ປີ 2020. ບໍລິສັດດັ່ງ ກ່າວໄດ້ຕົກເປັນເປົ້າໝາຍ “ສຳລັບໃຫ້ການຊ່ວຍເຫຼືອທາງດ້ານວັດຖຸ, ໃຫ້ການອຸປະຖຳ ຫຼື ສະໜອງດ້ານການເງິນ, ໃຫ້ການສະໜັບສະໜຸນດ້ານວັດຖຸ ຫຼືເທັກໂນໂລຈີ ຫຼື ສິ່ງຂອງໃດໆ ຫຼືໃຫ້ການບໍລິການທີ່ສະໜັບສະໜຸນ ແກ່ໂຮງງານຜະລິດເຫຼັກກ້າ ປາຊາຣກາດ (Pasargad Steel Complex) ຂອງອີຣ່ານ.”

ລັດຖະມົນຕີກະຊວງການເງິນ ທ່ານສຕີບເວັນ ທີ ມະນູຈິນ ໄດ້ກ່າວວ່າ “ລັດ ຖະບານທ່ານທຣຳ ຍັງຄົງມີຄວາມໝັ້ນໝາຍທີ່ຈະສະກັດກັ້ນການລັ່ງໄຫລຂອງລາຍໄດ້ໄປຫາລະບອບການປົກຄອງຂອງອີຣ່ານ ໃນຄະນະທີ່ມັນສືບຕໍ່ໃຫ້ການອຸປະຖຳກຸ່ມກໍ່ການຮ້າຍຕ່າງໆ ສະໜັບສະໜຸນລະບອບການປົກຄອງທີ່ກົດຂີ່ຂົ່ມເຫັງ ແລະສະແຫວງຫາອາວຸດທຳລາຍລ້າງ ຢູ່ນັ້ນ.”

ກະຊວງສະຫະລັດດັ່ງກ່າວ ໄດ້ກ່າວອີກວ່າ ຕົນຍັງໄດ້ແນເປົ້າໝາຍໃສ່ອີກ 9 ບໍລິສັດຜະລິດເຫຼັກກ້າ ແລະທ້າວມາຈິດ ຊາຈເດ (Majid Sajdeh) ຜູ້ບໍລິຫານ ປະຈຳບໍລິສັດຂົນສົ່ງ ຮາເຟດຊ໌ ດາຣີຢາ ອາຣີຢາ (Hafez Darya Arya Shipping Company) ທີ່ມີຫ້ອງການຕັ້ງຢູ່ໃນອີຣ່ານ ຊຶ່ງເປັນບໍລິສັດຍ່ອຍຂອງບໍລິສັດຂົນສົ່ງຫາທາລະນະລັດອິສລາມຂອງອີຣ່ານ (Islamic Republic of Iran Shipping Lines).

ລັດຖະບານຂອງອີຣ່ານ ບໍ່ໄດ້ຕອບໂຕ້ໃນທັນທີຕໍ່ມາດຕະການລົງໂທດດັ່ງກ່າວ ຊຶ່ງໄດ້ກັກຊັບສິນໃດໆຢູ່ໃນສະຫະລັດຂອງພວກບໍລິສັດດັ່ງກ່າວ ແລະຂອງທ້າວຊາຈເດ ແລະໂດຍທົ່ວໄປແລ້ວ ຈະຫ້າມບໍ່ໃຫ້ຊາວອາເມຣິກັນ ດຳເນີນທຸລະກິດໃດໆກັບພວກເຂົາເຈົ້າ.

ພາກສ່ວນອຸດສາຫະກຳເຫຼັກກ້າຂອງອີຣ່ານ ເປັນແຫລ່ງສ້າງລາຍໄດ້ໃຫຍ່ ໃຫ້ແກ່ລັດຖະບານຂອງອີຣ່ານ. ອຸດສາຫະກຳດ້ານເຫຼັກກ້າຂອງປະເທດນີ້ ໄດ້ຜະ ລິດເຫຼັກກ້າເກືອບຮອດ 13 ເປີເຊັນ ໃນລະຫວ່າງ 11 ເດືອນທຳອິດຂອງປີ 2020 ຫຼາຍກວ່າຕະຫຼອດໄລຍະດຽວກັນໃນປີກາຍນີ້ ອີງຕາມສະມາຄົມເຫຼັກກ້າໂລກ ຊຶ່ງໄດ້ເຮັດໃຫ້ອີຣ່ານ ເປັນຜູ້ຜະລິດເຫຼັກກ້າທີ່ໃຫຍ່ສຸດອັນດັບທີ 11 ຂອງໂລກ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG