ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ກໍາລັງຊອກຫາ ບັນຊີທະນາຄານລັບ ຂອງຄອບຄົວ Kim Jong Un (ເບິ່ງວິດີໂອ )


ຊາວເກົາຫລີເໜືອພາກັນຂໍ່ານັບຮູບປັ້ນ ຂອງສອງພໍ່ລູກ ມື້ລາງຜູ້ນໍາເກົາຫລີເໜືອ Kim Il Sung, ຊ້າຍ, ກັບ Kim Jong Il ໃນໂອກາດສະຫລອງ ຄົບຮອບວັນຄ້າຍວັນເກີດ ຂອງທ່ານ Kim Il Sung, ວັນທີ 13 ເມສາ 2013.
ຊາວເກົາຫລີເໜືອພາກັນຂໍ່ານັບຮູບປັ້ນ ຂອງສອງພໍ່ລູກ ມື້ລາງຜູ້ນໍາເກົາຫລີເໜືອ Kim Il Sung, ຊ້າຍ, ກັບ Kim Jong Il ໃນໂອກາດສະຫລອງ ຄົບຮອບວັນຄ້າຍວັນເກີດ ຂອງທ່ານ Kim Il Sung, ວັນທີ 13 ເມສາ 2013.
ເຈົ້າ​ໜ້າທີ່​ຂັ້ນ​ສູງ​ຂອງສະຫະລັດຄົນ​ນຶ່ງ ກ່າວ​ວ່າ ວໍ​ຊິງ​ຕັນ ກໍາ
ລັງ​ພະຍາຍາມ​ຂັດຂວາງ ​ຜູ້​ນໍາເກົາຫລີ​ເໜືອ ທ່ານ Kim Jong
Un ບໍ່​ໃຫ້​ເຂົ້າ​ເຖິງເງິນ​ຢູ່​ໃນ ບັນຊີ​ທະນາຄານ​ລັບ ທີ່ຝາກ​ໄວ້​ຢູ່
ໃນ​ທະນາຄານນອກ​ປະ​ເທດ ​ໃນ​ຂະນະ​ທີ່​ກົດ​ດັນ​ໃຫ້ຜູ້ກ່ຽວຢຸດ
ເຊົາ​ພັດທະນາ ອາວຸດ​ນິວ​ເຄລຍນັ້ນ.

​ໃນ​ການ​ໃຫ້​ສໍາພາດ​ກັບ ວີ​ໂອ​ເອ ພະ​ແນ​ກພາສາ​ເກົາຫລີ ​ໃນ​
ວັນ​ສຸກ​ຜ່ານ​ມາ ຮອງລັດຖະມົນ​ຕີການ​ເງິນ​ຂອງ​ສະຫະລັດ​ ຮັບ
ຜິດຊອບ​ຝ່າຍການ​ກໍ່​ການ​ຮ້າຍ ​ແລະ​ຂ່າວ​ລັບ​ດ້ານການ​ເງິນ
ທ່ານ David Cohen ກ່າວ​ວ່່າ ກະ​ຊວງ​ຂອງ ທ່ານ ກໍາລັງ​
ຊອກ​ຫາ “​ເງິນ​ຈໍານວນກ້ອນ​ໃຫຍ່” ຂອງ ທ່ານ Kim.

ຫລັງ​ຈາກ​ພໍ່​ຂອງ​ທ່ານ Kim ​ແລະ​ຜູ້​ນໍາຄົນ​ກ່ອນ ຄື​ທ່ານ Kim
Jong II ​ໄດ້​ເສຍ​ຊີວິດໄປໃນ​ເດືອນ​ທັນວາ ປີ 2011 ສື່​ມວນ​
ຊົນ​ຕ່າງປະ​ເທດຈໍານວນ​ນຶ່ງ ລາຍ​ງານ​ວ່າ ມື້​ລາງ ທ່ານ Kim
ອາດໄດ້​ຝາກ​ເງິນໄວ້ຢ່າງ​ໜ້ອຍ 4 ພັນ​ລ້ານ​ໂດ​ລາ ຢູ່​ໃນ​ທະນາ
ຄານຫລາຍ​ແຫ່ງ​ໃນ​ຢູ​ໂຣບ ​ໂຮມທັງຢູ່​ທະນາຄານ​ໃນສະ​ວິດ​
ເຊີ​ແລນນໍາ.

ທ່ານ Cohen ກ່າວ​ວ່າ ​ບັນດາ​ເຈົ້າ​ໜ້າ​ທີ່ສະຫະລັດ ກໍາລັງ​ແນ່​ເປົ້າ​ໝາ​ຍ​ໃສ່​ເງິນກ້ອນ​ນັ້ນ ຊຶ່ງ​ຈະເປັນ​ພາກສ່ວນ​ຂອງ​ຄວາມ​ພະ​ຍາ​ຍາມ ​ເພື່ອ​ຈໍາ​ກັນ​ຮັດ​ແຄບ​ຄວາມ​ສາມາດ​ຂອງເກົາຫລີ​ເໜືອ ​ໃນ​ການນໍາ​ໃຊ້​ເງິນ​ໃນໂຄງການສ້າງ​ອາ​ວຸດນິວ​ເຄລຍ ​ແລະລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ
ຊຶ່ງ​ບັນດາ​ປະ​ເທດ​ມະຫາ​ອໍານາດ​ເຫັນ​ວ່າ ​ເປັນ​ການ​ຂົ່ມຂູ່​ຕໍ່ສະຖຽນ​ລະ​ພາບ​ຢູ່​ໃນ​ຂົງເຂດ.

n korea
please wait
Embed

No media source currently available

0:00 0:01:03 0:00
XS
SM
MD
LG