ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ເວົ້າ​ວ່າ ການ​ແນ​ເປົ້າ​ໝາຍ​ໃສ່ນາຍົກ ອີຣັກ ​ເປັນ​ການ​ໂຈມ​ຕີຕໍ່ "ອະທິປະ​ໄຕ ​ແລະ​ ສະຖຽນ​ລະ​ພາບ ​ຂອງ​ປະ​ເທດ"


ປະ​ທາ​ນາທິ​ບໍ​ດີ ​ສະ​ຫະ​ລັດ, ທ່ານ​ໂຈ ໄບ​ເດັນກ່າວ​ຄຳ​ປາ​ໄສ​ ກ່ຽວ​ກັບ​ກັບ​ການ​ລາຍ​ງານ​ເລື້ອງ​ສ້າງວຽກ​ເຮັດ​ງານ​ທຳ ໃນ​ທຳ​ນຽບ​ຂາວ, ວັນ​ທີ 5 ພະ​ຈິກ, 2021
ປະ​ທາ​ນາທິ​ບໍ​ດີ ​ສະ​ຫະ​ລັດ, ທ່ານ​ໂຈ ໄບ​ເດັນກ່າວ​ຄຳ​ປາ​ໄສ​ ກ່ຽວ​ກັບ​ກັບ​ການ​ລາຍ​ງານ​ເລື້ອງ​ສ້າງວຽກ​ເຮັດ​ງານ​ທຳ ໃນ​ທຳ​ນຽບ​ຂາວ, ວັນ​ທີ 5 ພະ​ຈິກ, 2021

ສະຫະລັດເອີ້ນ​ການ​ພະຍາຍາມລອບ​ສັງຫານ​ນາຍົກລັດຖະມົນຕີອີຣັກວ່າ ​ເປັນ​ການ​ໂຈມ​ຕີຕໍ່ "ອະທິປະ​ໄຕ ​ແລະ​ສະຖຽນ​ລະ​ພາບ​ຂອງ​ປະ​ເທດ​ອີຣັກ" ​ແລະ​ຍອມຮັບ​ວ່າ​ລັກສະນະ​ຂອງ​ການ​ໂຈມ​ຕີ​ນີ້ ​ແມ່ນ​ຊີ້​ໄປ​ຫາກຸ່ມ​ທີ່​ພົວພັນ​ກັບ​ອີຣ່ານ.

ນາ​ຍົກ​ລັດ​ຖະ​ມົນ​ຕີ​ອີ​ຣັກ, ທ່ານ​ມຸ​ສ​ຕາ​ຟາ ອາ​ລ-ຄາ​ດີ​ມີ (Mustafa al-Kadhimi) ໃນ​ວັນ​ອາ​ທິດຜ່ານ​ມາສາ​ມາດ​ຫລົບ​ຫນີ​ຈາກ​ການ​ໂຈມ​ຕີ​-ທີ່​ໃຊ້ເຮືອ​ບິນບໍ່​ມີ​ຄົນ​ຂັບທີ່ປະ​ກອບ​ອາ​ວຸດນັ້ນ​ໄດ້​, ດັ່ງ​ທີ່​ເຈົ້າ​ຫນ້າ​ທີ່​ຮັກ​ສາ​ຄວາມ​ປອດ​ໄພ​ຂອງ​ອີ​ຣັກເວົ້າ​ວ່າ ​ທ່ານ​ໄດ້​ຮັບ​ບາດ​ເຈັບ​ເລັກ​ນ້ອຍ​, ແລະ​ທ່ານກໍ​ໄດ້​ຮຽກ​ຮ້ອງ​ໃຫ້​ຢູ່​ໃນ​ຄວາມ​ສະ​ຫງົບ​ຢ່າງ​ວ່ອງ​ໄວ​.

“ການ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟ​ແລະ​ເຮືອ​ບິນບໍ່​ມີ​ຄົນ​ຂັບທີ່​ຂີ້ຂາດຕາ​ຂາວ​ບໍ່ໄດ້​ສ້າງ​ປະ​ເທດ​ຊາດບ້ານ​ເມືອງ​ແລະ​ບໍ່ໄດ້​ສ້າງ​ອະນາຄົດ,” ນັ້ນ​ຄື​ຄຳ​ເວົ້າ​ຂອງທ່ານ​ອາ​ລ-ຄາ​ດີ​ມີ (al-Kadhimi) ທີ່ກ່າວ​ໃນ​ຄຳ​ປາ​ໄສຜ່ານ​ທາງ​ໂທລະພາບ​ບໍ່​ດົນຫຼັງ​ຈາກ​ການ​ໂຈມ​ຕີ​ນັ້ນ ຊຶ່ງປະ​ທາ​ນາທິ​ບໍ​ດີ​ສະ​ຫະ​ລັດ, ທ່ານ​ໂຈ ໄບ​ເດັນ​ກໍ​ປະ​ນາມ ຢ່າງວ່ອງ​ໄວ.

​ໃນ​ວັນ​ຈັນ​ວານ​ນີ້ ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ​ແລະ​ທຳ​ນຽບຫ້າ​ແຈ ​ໄດ້​ກ່າວ​ຢ້ຳ​ ການ​ປະ​ນາມ​ຂອງ​ປະທານາທິບໍດີ ​ໂດຍ​ກ່າວ​ເຕືອນ​ວ່ານາຍົກລັດຖະ ມົນຕີອີຣັກອາດ​ຈະບໍ່​ແມ່ນ​ຜູ້​ທີ່​ຢູ່​ໃນເປົ້າໝາຍ​ທີ່ຕັ້ງ​ໃຈ​ແນ​ໃສ່​ພຽງ​ຄົນ​ດຽວ.

"ພວກ​ເຮົາ​ເຊື່ອ​ວ່າ​ນີ້​ແມ່ນ​ການ​ໂຈມ​ຕີ​ບໍ່​ພຽງ​ແຕ່ແນ​ໃສ່​ທ່ານ​ເທົ່າ​ນັ້ນ ​ແຕ່ມັ​ນ​ຍັງແນ​ໃສ່​ອະທິປະ​ໄຕ ​ແລະ​ສະຖຽນ​ລະ​ພາບ​ຂອງ​ປະ​ເທດ​ອີຣັກອີກ​ດ້ວຍ", ນັ້ນ​ຄື​ຄຳ​ເວົ້າ​ຂອງ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ, ທ່ານ​ເນດ ໄພ​ຣ​ສ໌ (Ned Price) ກ່າວ​ຕໍ່​ບັນດາ​ນັກ​ຂ່າວ.

ທ່ານ​ໄພ​ຣ​ສ໌ ກ່າວ​ຕໍ່​ໄປ​ວ່າ "ນາຍົກລັດຖະມົນຕີຄາ​ດີ​ມີ ບໍ່ພຽງແຕ່ເປັນ ຕົວແທນ ຂອງຫົວຫນ້າລັດຖະບານເທົ່ານັ້ນ, ແຕ່ທ່ານເປັນຕົວແທນ ຂອງ​ປະ​ເທດ​ອີ​ຣັກ, ແລະທ່ານເປັນຜູ້ບັນຊາ​ກໍາລັງຮັກສາຄວາມປອດໄພຂອງອີຣັກນຳອີກ."

ບໍ່​ມີ​ໃຜ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ ໃນ​ການ​ໂຈມ​ຕີນີ້​ເທື່ອ​, ​ແຕ່​ແຫຼ່ງຂ່າວ​ດ້ານ​ຄວາມ​ປອດ​ໄພ​ຂອງ​ອີຣັກ ກ່າວ​ຕໍ່​ອົງການ​ຂ່າວຣອຍ​ເຕີ​ສ໌ (Reuters) ວ່າ ການ​ໂຈມ​ຕີ​ດັ່ງກ່າວ ​ອາດ​ຈະ​ໄດ້​ດຳ​ເນີນ​ໄປ​ໂດຍ​ພວກ​ຫົວ​ຮຸນ​ແຮງ ​ທີ່​ສະໜັບສະໜູນ​ອີຣ່ານຢ່າງ​ໜ້ອຍກຸ່ມ​ນຶ່ງ​.

ບັນດາ​ເຈົ້າ​ໜ້າ​ທີ່ ​ທີ່​ບໍ່​ປະສົງ​ອອກ​ນາມ ກ່າວ​ວ່າ ການ​ສືບສວນ​ເບື້ອງ​ຕົ້ນ​ໄດ້​ກຳ ນົດ​ວ່າ ທັງ​ເຮືອບິນ​ບໍ່​ມີ​ຄົນ​ຂັບ​ທີ່​ໃຊ້​ໃນ​ການ​ໂຈມ​ຕີ​ແລະ​ລະ​ເບີດ​ແມ່ນ​ຜະລິດ​ຢູ່​ໃນ​ອີຣ່ານ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG