ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ເວົ້າເຖິງ ເທັກໂນໂລຈີ ຂຽວສະອາດ ສ່ວນ ຣັດເຊຍ ສະເໜີ ນ້ຳມັນ ລາຄາຖືກ ຢູ່ທີ່ ກອງປະຊຸມ APEC


ປະທານາທິບໍດີ ບາຣັກ ໂອບາມາ ກ່າວຖະແຫລງ ຢູ່ທີ່ກອງປະຊຸມສຸດຍອດ ບັນດາຜູ້ອຳນວຍການໃຫຍ່ ທີ່ເຂົ້າຮ່ວມໂດຍ ຜູ້ນຳນັກທຸລະກິດ 800 ຄົນ ຈາກທົ່ວຂົງເຂດຕາງໜ້າໃຫ້ ສະຫະລັດ ແລະ ບັນດາບໍລິສັດຕ່າງໆ ໃນເອເຊຍປາຊີຟິກ ຢູ່ທີ່ນະຄອນຫຼວງມານີລາ ປະເທດຟີລິບປິນ, ເມື່ອວັນພຸດ ທີ 18 ພະຈິກ 2015.
ປະທານາທິບໍດີ ບາຣັກ ໂອບາມາ ກ່າວຖະແຫລງ ຢູ່ທີ່ກອງປະຊຸມສຸດຍອດ ບັນດາຜູ້ອຳນວຍການໃຫຍ່ ທີ່ເຂົ້າຮ່ວມໂດຍ ຜູ້ນຳນັກທຸລະກິດ 800 ຄົນ ຈາກທົ່ວຂົງເຂດຕາງໜ້າໃຫ້ ສະຫະລັດ ແລະ ບັນດາບໍລິສັດຕ່າງໆ ໃນເອເຊຍປາຊີຟິກ ຢູ່ທີ່ນະຄອນຫຼວງມານີລາ ປະເທດຟີລິບປິນ, ເມື່ອວັນພຸດ ທີ 18 ພະຈິກ 2015.

ຢູ່ທີ່ ກອງປະຊຸມສຸດຍອດ ຮ່ວມມືເສດຖະກິດ ເອເຊຍປາຊີຟິກ
ໃນນະຄອນຫຼວງມານີລາ ເມື່ອວັນພຸດມື້ນີ້ ປະທານາທິບໍດີ
ສະຫະລັດ ທ່ານບາຣັກ ໂອບາມາ ສົ່ງເສີມເທັກໂນໂລຈີ ພະລັງ
ງານທີ່ສະອາດ ເພື່ອເພີ້ມການຂະຫຍາຍຕົວຂອງໂລກຂຶ້ນ ໃນ
ຂະນະດຽວກັນ ນາຍົກລັດຖະມົນຕີ ຣັດເຊຍ ທ່ານ Dmitry
Medvedev ກໍໄດ້ສະເໜີ ນ້ຳມັນ ແລະ ແກັສ ລາຄາຖືກ.

ໃນລະຫວ່າງກອງປະຊຸມສຸດຍອດ ບັນດາຜູ້ນຳ APEC ປະທາ
ນາທິບໍດີ ໂອບາມາ ໄດ້ໂຄສະນາ ເສດຖະກິດແບບນຶ່ງ ຕໍ່ລັດຖະ
ບານໃນຂົງເຂດ ເພື່ອໃຫ້ສະໜັບສະໜູນ ຂໍ້ຕົກລົງຂອງໂລກທີ່
ເຂັ້ມແຂງ ຢູ່ທີ່ກອງປະຊຸມ ຂອງອົງການສະຫະປະຊາຊາດ ກ່ຽວ
ກັບການປ່ຽນແປງ ຂອງດິນຟ້າອາກາດ ໃນນະຄອນຫຼວງປາຣີ ທີ່ຈະມາເຖິງນີ້ ເພື່ອຫລຸດ
ຜ່ອນ ການເພິ່ງພາອາໄສ ພະລັງງານພື້ນຖານຄາບອນ ທີ່ມີສ່ວນເຮັດໃຫ້ໂລກອຸ່ນຂຶ້ນນັ້ນ.

ທ່ານໂອບາມາ ເວົ້າວ່າ “ຖ້າພວກເຮົາສາມາດ ຕົກລົງກັນໄດ້ ມັນອາດຂັບດັນໃຫ້ມີວຽກ
ເຮັດງານທຳໃໝ່ໆ ແລະ ມີໂອກາດຕ່າງໆ ແລະ ການລົງທຶນໃນເສດຖະກິດໂລກ ເວົ້າ
ກົງໄປກົງມາ ທີ່ຕ້ອງການ ການສົ່ງເສີມໃນຕອນນີ້.”

ປະທານາທິບໍດີ ອາເມຣິກາ ໄດ້ໃຫ້ຂໍ້ສັງເກດວ່າ ການປ່ຽນແປງຂອງດິນຟ້າອາກາດ ຂົ່ມຂູ່
ຕໍ່ເສດຖະກິດຂອງ 21 ປະເທດໃນ APEC ທີ່ຮັບຜິດຊອບສຳລັບ 60 ເປີເຊັນ ຜົນຜະລິດ
ຂອງໂລກ ແລະເກືອບເຄິ່ງນຶ່ງສຳລັບ ການຄ້າຂາຍຂອງໂລກ.

ພວກໝູ່ເກາະຢູ່ລຸ່ມມະຫາສະມຸດປາຊີຟິກ ແມ່ນມີຄວາມສ່ຽງເພີ້ມຂຶ້ນຕໍ່ໄພນ້ຳຖ້ວມ ແລະ
ການສູນເສຍເນື້ອທີ່ ຍ້ອນລະດັບນ້ຳທະເລທີ່ສູງຂຶ້ນ ແລະ ຟີລິບປິນ ທີ່ເປັນເຈົ້າພາບຈັດ
ກອງປະຊຸມ APEC ເຊິ່ງ ພົນລະເມືອງຫຼາຍພັນຄົນເສຍຊີວິດ ແລະ ໄດ້ໃຊ້ຈ່າຍ ຫຼາຍຕື້
ໂດລາ ເພື່ອທຳການສ້ອມແປງຄວາມເສຍຫາຍ ຫຼັງຈາກໄດ້ຖືກຖະລົ່ມໂດຍໄຕ້ຝຸ່ນ Haiyan
ເມື່ອສອງປີກ່ອນ.

ທ່ານໂອບາມາເວົ້າວ່າ “ພວກເຮົາຮູ້ວ່າ ບໍ່ມີເຫດການທາງອາກາດອັນໃດນຶ່ງ ທີ່ມີຄວາມ
ຈຳເປັນວ່າ ເປັນສາເຫດ ມາຈາກການປ່ຽນແປງຂອງດິນຟ້າອາກາດ ແຕ່ຢ່າງດຽວ. ແຕ່
ແບບແຜນຕ່າງໆທີ່ເກີດຂຶ້ນ ແລະ ດ້ານວິທະຍາສາດ ບໍ່ບິດເບືອນ ອຸນຫະພູມ ແລະ ລະ
ດັບ ນ້ຳທະເລຕ່າງໆ ແມ່ນກຳລັງເພີ້ມຂຶ້ນ ແຜ່ນໂຂ້ນນ້ຳກ້ອນໃນຂົ້ວໂລກ ກຳລັງເປື່ອຍ
ພາຍຸຕ່າງໆແມ່ນມີກຳລັງແຮງຂຶ້ນ.”

APEC Climate Change
please wait
Embed

No media source currently available

0:00 0:00:41 0:00

XS
SM
MD
LG