ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການເຈລະຈາ ລະຫວ່າງ ສຫລ ແລະ ກຸ່ມ​ຕາ​ລີບານ ຍັງດຳ​ເນີນຕໍ່ໄປ ແຕ່ກໍ​ໄດ້ປະເຊີນກັບ 'ອຸປະສັກບາງຢ່າງ' 


ພາບນີ້ ໄດ້ຖືກເປີດເຜີຍໂດຍ ກະຊວງການຕ່າງປະເທດ ຂອງກາຕ້າ ທີ່ສະແດງໃຫ້ເຫັນວ່າ ເຈົ້າໜ້າທີ່ຂອງກາຕ້າ, ສຫລ ແລະຕາລີບານ ສົນທະນາກັນ ຢູ່ໃນສະຖານທີ່ປິດລັບແຫ່ງນຶ່ງ ໃນນະຄອນຫຼວງ ໂດຮາ, ວັນທີ 25 ກຸມພາ 2019.
ພາບນີ້ ໄດ້ຖືກເປີດເຜີຍໂດຍ ກະຊວງການຕ່າງປະເທດ ຂອງກາຕ້າ ທີ່ສະແດງໃຫ້ເຫັນວ່າ ເຈົ້າໜ້າທີ່ຂອງກາຕ້າ, ສຫລ ແລະຕາລີບານ ສົນທະນາກັນ ຢູ່ໃນສະຖານທີ່ປິດລັບແຫ່ງນຶ່ງ ໃນນະຄອນຫຼວງ ໂດຮາ, ວັນທີ 25 ກຸມພາ 2019.

ສະຫະລັດ ແລະ ກຸ່ມຕາລີບານ ໄດ້ຢຸດພັກນຶ່ງວັນ ໃນວັນສຸກວານນີ້ ຈາກການເຈລະຈາ
ແບບມາຣາທອນ ໄລຍະ 11 ວັນ ຢູ່ໃນປະເທດ ກາຕ້າ ຊຶ່ງແນເປົ້າໝາຍໃສ່ ການສະຫຼຸບ ຂໍ້ຕົກລົງ ສຳລັບການຍຸຕິສົງຄາມ ທີ່ແກ່ຍາວມາໄດ້ 18 ປີ ໃນອັຟການິສຖານ. ເຖິງຢ່າງ
ໃດກໍຕາມ ເຈົ້າໜ້າທີ່ຂັ້ນສູງຂອງກອງທັບ ສະຫະລັດ ໄດ້ກ່າວຖະແຫລງ ກ່ຽວກັບວ່າ ມີ
“ບາງອຸປະສັກ” ທີ່ບັນດານັກເຈລະຈາ ແມ່ນກຳລັງພະຍາຍາມ ຈະແກ້ໄຂຢູ່.

ການປຶກສາຫາລື ໃນຮອບຫຼ້າສຸດ ໄດ້ເກີດຂຶ້ນ ຢູ່ໃນນະຄອນຫຼວງ ໂດຮາ ຂອງ ກາຕ້າ
ກໍໄດ້ມີຄວາມກ້າວໜ້າ ນັບຕັ້ງແຕ່ ວັນທີ 25 ເດືອນກຸມພາ ເປັນຕົ້ນມາ. ໃນການປະກາດ
ຢ່າງເປັນທາງການ ກ່ຽວກັບການຢຸດເຊົາຊົ່ວຄາວໃນການເຈລະຈານັ້ນ ຖະແຫລງການ
ຂອງກຸ່ມຕາລີບານ ໄດ້ກ່າວວ່າ ຂັ້ນຕອນການປຶກສາຫາລືກັນ ຈະເລີ້ມຄືນອີກ ໃນວັນ
ເສົາມື້ນີ້.

ລົດຫຸ້ມເກາະ ຂອງສະຫະລັດ ທີ່ກຳລັງລາດຕະເວນ ແມ່ນແນມເຫັນໄດ້ ຢູ່ໃນກະຈົກລົດຄັນນຶ່ງ ໃນນະຄອນຫຼວງ ກາບູລ ຂອງອັຟການິສຖານ, ວັນທີ 23 ສິງຫາ 2017.
ລົດຫຸ້ມເກາະ ຂອງສະຫະລັດ ທີ່ກຳລັງລາດຕະເວນ ແມ່ນແນມເຫັນໄດ້ ຢູ່ໃນກະຈົກລົດຄັນນຶ່ງ ໃນນະຄອນຫຼວງ ກາບູລ ຂອງອັຟການິສຖານ, ວັນທີ 23 ສິງຫາ 2017.

ສະຫະລັດ ແລະພວກເຈົ້າໜ້າທີ່ຂອງກຸ່ມກະບົດ ໄດ້ກ່າວຖະແຫລງ ໃນສອງສາມວັນ
ມໍ່ໆມານີ້ວ່າ ການສົນທະນາກັນ “ແມ່ນດຳເນີນໄປໃນທິດທາງ ທີ່ສ້າງສັນ” ຫາກແຕ່ມີ
ບັນຫາຂັດແຍ່ງໃນດ້ານຖະແຫລງການ ກ່ຽວກັບ ຫົວຂໍ້ຂອງກອງປະຊຸມ.

ທູດພິເສດເພື່ອສັນຕິພາາບຂອງສະຫະລັດ ປະຈຳອັຟການິສຖານ ທ່ານ ຊາລເມ
ຄາລີລຊາດ ເປັນຜູ້ນຳພາຂອງຝ່າຍສະ​ຫະ​ລັດ.

ໂຄສົກຂອງກຸ່ມຕາລີບານ ທ່ານ ຊາບີຮູລາ ມູຈາຫີດ ໄດ້ກ່າວໃນຖະແຫລງການ ເມື່ອ
ວັນສຸກ ວານນີ້ ວ່າ ບັນດາຜູ້ຕາງໜ້າຂອງຕົນ ທີ່ຢູ່ໃນ “ການປຶກສາຫາລືທີ່ ຮ້ອບດ້ານ”
ກັບບັນດານັກເຈລະຈາຂອງສະຫະລັດ ໄດ້ເພັ່ງເລັງໃສ່ ພຽງແຕ່ ເລື້ອງການຖອນ“ກຳ
ລັງຂອງຕ່າງຊາດທີ່ປົກຄອງໃນປັດຈຸບັນ”
ອອກຈາກອັຟກາ ນິສຖານ ໃນການແລກ
ປ່ຽນກັບ ການປະຕິຍານຂອງກຸ່ມຕາລີບານ ທີ່ຈະບໍ່ໃຫ້ ປະເທດ ເປັນສະຖານທີ່ໃຊ້ເປັນ
ສູນກາງສຳລັບການກໍ່ການຮ້າຍ.

ນາຍພົນ ໂຈເຊັບ ໂວແທລ Joseph Votel, ຫົວໜ້າສູນບັນຊາການ, ກຳລັງໃຫ້ການຕໍ່ ຄະນະກຳມະການກອງທັບ ຂອງສະພາຕ່ຳ ຢູ່ທີ່ລັດຖະສະພາ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 7 ມີນາ 2019.
ນາຍພົນ ໂຈເຊັບ ໂວແທລ Joseph Votel, ຫົວໜ້າສູນບັນຊາການ, ກຳລັງໃຫ້ການຕໍ່ ຄະນະກຳມະການກອງທັບ ຂອງສະພາຕ່ຳ ຢູ່ທີ່ລັດຖະສະພາ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 7 ມີນາ 2019.

ຢູ່ທີ່ກອງປະຊຸມຖະແຫລງຂາວ ໃນວໍຊິງຕັນເມື່ອຕົ້ນສັບປະດານີ້ ໂຄສົກກະຊວງການ
ຕ່າງປະເທດ ສະຫະລັດ ທ່ານ ໂຣເບີດ ພາລລາດີໂນ ໄດ້ສະເໜີແນະເຖິງ ການພົບປະ
ທີ່ດຳເນີນໄປຢ່າງຕໍ່ເນື່ອງ ຢູ່ໃນນະຄອນຫຼວງໂດຮານັ້ນ ເປັນໄປໄດ້ ວ່າ ຍັງຈະມີການ
ປຶກສາຫາລື ການຢຸດຍິງໂດຍກຸ່ມຕາລີບານ ແລະ ການພົວພັນ ຂອງກຸ່ມນີ້ ໃນການເຈ
ລະຈາ ພາຍໃນກຸ່ມອັຟການິສຖານ.

ພວກກະບົດ ປະຕິເສດ ທີ່ຈະຈັດການປຶກສາຫາລືໃດໆ ກັບລັດຖະບານ ກາບູລ ຈົນ
ກວ່າວ່າ ພວກເຂົາເຈົ້າ ມີ “ລາຍລະອຽດໃໝ່ໆອອກມາ” ກັບ ສະຫະລັດ ກ່ຽວກັບ ການ
ຖອນກຳລັງທະຫານ ແລະ ເລື້ອງການຕໍ່ຕ້ານການກໍ່ການຮ້າຍ ເສຍກ່ອນ. ກຸ່ມຕາລີບານ
ຍັງບໍ່ເຕັມໃຈ ທີ່ຈະປຶກສາຫາລື ໃນການຢຸດຍິງຢູ່ ໃນຂັ້ນຕອນຂອງການເຈລະຈາ ໂດຍ
ຢ້ານວ່າ ການເຮັດເຊັ່ນັ້ນ ອາດຈະກໍ່ໃຫ້ເກີດຄວາມແຕກແຍກ ພາຍໃນກຸ່ມ ແລະເປັນ
ບ່ອນທຳລາຍຕໍ່ກິດຈະກຳຕ່າງໆຂອງພວກກະບົດ ໃນສະໜາມລົບ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG