ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະຫະລັດ ແລະກຸ່ມຕາລີບານ ຮຽກຮ້ອງໃຫ້ ບັນດາຜູ້ນຳ ອັຟການິສຖານ ເສັດສິ້ນ ການແລກປ່ຽນຊະເລີຍ


ພວກຊະເລີຍຕາລິບານ ໃນອັຟການິສຖານ ທີ່ຖືກປ່ອຍໂຕອອກຈາກຄຸກບາກຣາມ ໃນແຂວງພາຣວານ ອັຟການິສຖານ ວັນອັງຄານ ທີ 26, 2020.
ພວກຊະເລີຍຕາລິບານ ໃນອັຟການິສຖານ ທີ່ຖືກປ່ອຍໂຕອອກຈາກຄຸກບາກຣາມ ໃນແຂວງພາຣວານ ອັຟການິສຖານ ວັນອັງຄານ ທີ 26, 2020.

ສະຫະລັດ ຮຽກຮ້ອງໃຫ້ບັນດາຜູ້ນຳອັຟການິສຖານ ໃຫ້ເສັດສິ້ນການແລກປ່ຽນ ຊະເລີຍ
ແລະເລີິ້ມເປີິດການເຈລະຈາສັນຕິພາບກັບພວກກະບົດຕາລີບານໂດຍ ປາສະຈາກ
ການຊັກຊ້າໃດໆ.

ຢູ່ໃນການສົ່ງຂໍ້ຄວາມຜ່ານທາງທະວີດເຕີ້ຫຼາຍໆຄັ້ງໃນວັນອາທິດວານນີ້ ເອກອັກຄະລັດ
ຖະທູດສະຫະຫັດ ປະຈຳນະຄອນຄາບູລ ທ່ານຣອສ ວິລສັນ ຍັງໄດ້ກ່າວ ຢ້ຳຖິງຄວາມຈໍາ
ເປັນທີ່ປະທານາທິບໍດີອັຟການິສຖານ ທ່ານອາສຣັຟ ການີແລະ ແລະຄູ່ແຂ່ງທາງການ
ເມືອງຂອງທ່ານ ທີ່ໄດ້ປ່ຽນເປັນພາຄີໃນການຮ່ວມມື ທ່ານ ອັບດູລລາ ອັບດູລລາ ໃຫ້ຈັດ
ຕັ້ງປະຕິບັດຂໍ້ຕົກລົງການຄອງອຳນາດຮ່ວມກັນຊຶ່ງ ທັງສອງໄດ້ເຊັນໃນເດືອນພຶດສະພາ
ທີ່ຜ່ານມາ.

ເອກອັກຄະລັດຖະທູດສະຫະລັດ ກ່າວວ່າ “ພວກເຮົາຂໍຮຽກຮ້ອງໃຫ້ບັນດາຜູ້ນຳປະເທດ
ດັ່ງກ່າວສ້າງຕັ້ງລັດຖະບານໃໝ່ທີ່ເໝາະສົມ ສ້າງສະພາສູງເພື່ອຄວາມດອງຊາດ ເສັດສິ້ນ
ການແລກປ່ຽນພວກຊະເລີຍ ແລະກ້າວໄປສູ່ການເປີດເຈລະຈາພາຍໃນອັຟການິສຖານ.”
ພາຍໃຕ້ຂໍ້ຕົກລົງຄອງອຳນາດຮ່ວມກັນ ກັບທ່ານການີນີ້ ທ່ານອັບດູລລາ ໄດ້ຖືກ ແຕ່ງຕັ້ງ
ໃຫ້ເປັນຫົວໜ້າສະພາສູງໃນການສ້າງຄວາມປອງດອງຊາດ ຊຶ່ງມີໜ້າທີ່ ເປັນຜູ້ນຳພາ
ຄະນະທີມງານອັຟການິສຖານເຂົ້າຮ່ວມການເຈລະຈາກັບກຸ່ມຕາລິ ບານ ທີ່ຍັງບໍ່ທັນມີ
ໝາຍກໍານົດເທື່ອນັ້ນ.

ການເຈລະຈາທີ່ໄດ້ມີການສະໜີໄປນັ້ນ ເຖິງຢ່າງໃດກໍດີແມ່ນຂຶ້ນຢູ່ກັບການແລກປ່ຽນຊະ
ເລີຍ ຊຶ່ງກາບູລຕ້ອງໄດ້ປ່ອຍພວກຊະເລີຍຕາລິບານ 5,000 ຄົນ ເພື່ອ ເປັນການແລກ
ປ່ຽນກັບການປ່ອຍກຳລັງຮັກສາຄວາມປອດໄພອັຟການິສຖານຈຳ ນວນ 1,000 ຄົນ ທີີ່
ໄດ້ຖືກຈັບ ໂດຍກຸ່ມກະບົດດັ່ງກ່າວ.

ພວກເຈົ້າໜ້າທີ່ອັຟການິສຖານໄດ້ກ່າວວ່າ ພວກຊະເລີຍປະມານ 4,400 ຄົນ ໄດ້ຖືກ
ປ່ອຍໂຕແລ້ວ. ແຕ່ວ່າ ລັດຖະບານໄດ້ປະຕິເສດທີ່ຈະປ່ອຍພວກຊະເລີຍ ກຸ່ມສຸດທ້າຍ
ປະມານ 600 ຄົນ ໂດຍອະທິບາຍວ່າ ເຂົາເຈົ້າເປັນ “ອັນຕະລາຍ ທີ່ສຸດ” ແລະເນັ້ນໜັກ
ວ່າ ລັດຖະບານຕ່າງປະເທດຈຳນວນນຶ່ງ ຍັງຢືນຢັດຕ້ອງ ການໃຫ້ເຂົາເຈົ້າຢູ່ໃນຄຸກຕໍ່ໄປ.

ເອກອັກຄະລັດຖະທູດສະຫະລັດ ກ່າວເຖິງຄວາມບໍ່ພໍໃຈຂອງວໍຊິງຕັນທີ່ກາບູລ ປະຕິ
ເສດທີ່ຈະດຳເນີນການຕື່ມກ່ຽວກັບພວກຊະເລີຍ ໂດຍກ່າວວ່າ “ປະຊາຊົນ ອັຟການິສ
ຖານ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງ ເຖິງການໝົດຄວາມອົດທົນ ຂອງເຂົາເຈົ້າ. ຈົ່ງ
ເລີ້ມການເຈລະຈາລະຫວ່າງພັກຝ່າຍພາຍໃນຂອງອັຟການິສ ຖານ ດຽວນີ້ ເພື່ອໃຫ້ມີ
ການຫາລືກ່ຽວກັບການຢຸດຍິງຖາວອນແລະຮອບດ້ານສາ ມາດມີຂຶ້ນໄດ້.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG