ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດເຈລະຈາໂດຍກົງ ກັບກຸ່ມທາລີບານ


ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton ກ່າວໃນພິທີໄວ້ອາໄລ ລະລຶກເຖິງທ່ານ Richard Holbrooke ທູດພິເສດສະຫະລັດ ຮັບຜິດຊອບກ່ຽວກັບເລື່ອງ ອັຟການິສຖານ ແລະປາກິສຖານ ທີ່ Asia Society ໃນນະຄອນນິວຢອກ (18 ກຸມພາ 2011)
ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton ກ່າວໃນພິທີໄວ້ອາໄລ ລະລຶກເຖິງທ່ານ Richard Holbrooke ທູດພິເສດສະຫະລັດ ຮັບຜິດຊອບກ່ຽວກັບເລື່ອງ ອັຟການິສຖານ ແລະປາກິສຖານ ທີ່ Asia Society ໃນນະຄອນນິວຢອກ (18 ກຸມພາ 2011)

ວາລະສານທີ່ມີຊື່ສຽງສະບັບນຶ່ງຂອງສະຫະລັດລາຍງານໃນ
ວັນສຸກວານນີ້ວ່າລັດຖະບານປະທານາທິບໍດີສະຫະລັດທ່ານ
ບາຣັກໂອບາມາໄດ້ເປີດການເຈລະຈາໂດຍກົງແບບລັບໆກັບ
ພວກຜູ້ນຳຂອງກຸ່ມທາລີບານ ໃນອັຟການິສຖານ.

ນັກຂ່າວ Steve Coll ທີ່ເຄີຍໄດ້ຮັບ ລາງວັນ Pulitzer
ມາແລ້ວ ຂຽນລົງໃນວາລະສານ New Yorker ກ່າວເຖິງ
ການເຈລະຈາທີ່ຍັງດຳເນີນຢູ່ຕໍ່ມານີ້ວ່າ ຢູ່ໃນຮູບລັກສະນະ
ຂອງການ “ສຳຫຼວດກວດຄົ້ນ” ບໍ່ເຖິງຂັ້ນກັບ ເປັນການເຈ
ລະຈາສັນຕິພາບເທື່ອ.

ທ່ານ Coll ເວົ້າວ່າ ຫຼາຍໆຄົນທີ່ໄດ້ຮັບລາຍງານກ່ຽວກັບການເຈລະຈາດັ່ງກ່າວໄດ້ແຈ້ງໃຫ້
ທ່ານຊາບໃນສັບປະດາແລ້ວ.

ບົດຂຽນຂອງວາຣະສານ New Yorker ເວົ້າວ່າ ການເຈລະຈາທີ່ວ່ານີ້ແມ່ນຄວາມສຳເລັດ
ທາງດ້ານການທູດຄັ້ງສຸດທ້າຍຂອງມື້ລາງທ່ານ Richard Hol-brooke ທູດພິເສດຂອງສະ
ຫະລັດ ຮັບຜິດຊອບກ່ຽວກັບເລື່ອງ ອັຟການິສຖານ ແລະປາກິສຖານ. ບົດຂຽນນີ້ກ່າວວ່າ
ທ່ານ Holbrooke ທີ່ເສຍຊີວິດຢ່າງກະທັນຫັນໃນເດືອນທັນວາປີກາຍ ມີຊີວິດຍືນດົນພໍຈົນ
ໄດ້ເຫັນຄຳແນະນຳຂອງທ່ານໃຫ້ເປີດການເຈລະຈາກັບພວກທາລີບານນັ້ນ ຖືກຮັບເອົາ.

ໃນຕອນເຊົ້າຂອງມື້ວານນີ້ ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary
Clinton ກ່າວວ່າ ພວກທາລີບານ ບໍ່ສາມາດທີ່ຈະເອົາຊະນະ ຫຼືທົນຕໍ່ການກົດດັນທາງທະ
ຫານຂອງສະຫະລັດໄດ້ ແລະຕ້ອງໄດ້ຕັດຂາດ ກັບກຸ່ມກໍ່ການຮ້າຍອາລກາຍດາ ແລະສ້າງ
ຄວາມປອງດອງຊາດກັບລັດຖະບານອັຟການິສຖານ.

ໃນຄຳປາໄສຕໍ່ອົງການ Asia Society ທີ່ນະຄອນນິວຢອກ ທ່ານນາງ Clinton ກ່າວວ່າ
ພວກທາລີບານກຳລັງປະເຊີນກັບການທີ່ຈະຖືກລະບຸວ່າເປັນສັດຕູຂອງປະຊາຄົມນາໆຊາດ
ຖ້າຫາກບໍ່ຍອມຕັດຂາດ ກັບກຸ່ມກໍ່ການຮ້າຍອາລກາຍດາ.

ນອກນັ້ນທ່ານນາງ Clinton ຍັງໄດ້ປະກາດໃຫ້ຊາບວ່ານັການທູດອະວຸໂສ Marc Gross-
man ຈະກັບຄືນເຂົ້າມາເຮັດວຽກເປັນທູດພິເສດຄົນໃໝ່ຮັບຜິດຊອບກ່ຽວກັບເລື່ອງອັຟກາ
ນິສຖານ ແລະປາກິສຖານ.

ທ່ານ Grossman ໄດ້ອອກກິນເບ້ຍບຳນານ ໃນປີ 2005 ໃນຖານະລັດຖະມົນຕີຊ່ອຍວ່າ
ການກະຊວງການຕ່າງປະເທດສະຫະລັດ ຮັບຜິດຊອບກ່ຽວກັບກິດຈະການດ້ານການເມືອງ
ຊຶ່ງຕາມປົກກະຕິແລ້ວ ແມ່ນຕຳແໜ່ງສູງສຸດສຳລັບພວກເຈົ້າໜ້າທີ່ກະຊວງການຕ່າງປະເທດ
ມືອາຊີບ.

XS
SM
MD
LG