ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກູ່ມຕາລິບານ ແລະ ສະຫະລັດ ເຈລະຈາກັນ


ພວກນັກລົບຕາລິບານ ວາງອາວຸດທີ່ເມືອງ Herat, ອັຟການິສຖານ, ເມື່ອວັນພຸດ ທີ 21 ເດືອນກັນຍາ 2011, ເພື່ອເຂົ້າຮ່ວມການເຈລະຈາ
ສະຫງົບເສິກ ກັບຝ່າຍລັດຖະບານອັຟການິສຖານ.
ພວກນັກລົບຕາລິບານ ວາງອາວຸດທີ່ເມືອງ Herat, ອັຟການິສຖານ, ເມື່ອວັນພຸດ ທີ 21 ເດືອນກັນຍາ 2011, ເພື່ອເຂົ້າຮ່ວມການເຈລະຈາ ສະຫງົບເສິກ ກັບຝ່າຍລັດຖະບານອັຟການິສຖານ.

ພວກເຈົ້າ​ໜ້າ​ທີ່ຕາ​ລີ​ບານ ກ່າວ​ວ່າ ຄະນະເຈລະຈາ​ຂ​ອງກຸ່ມ​ຕາ​ລິ​ບານໃນ​ອັ​ຟການິສຖານ
ກໍາ​ລັງ​ພົບ​ປະ​ກັນ​ກັບເຈົ້າ​ໜ້າ​ທີ່​ອາ​ເມຣິກັນຢູ່​ທີ່ກາ​ຕ້າ ​ສໍາລັບ​ການເຈລະຈາ​ແບບ​ຕໍ່​ເນື່ອງ​ກັນ​
ຫລາຍໆ​ບັ້ນທີ່ແນ່​ໃສ່​ເພື່ອ​ສ້າງ​ຄວາມ​ໄວ້​ວາງ​ໃຈຂຶ້ນ ໃນທັງ​ສອງ​ກໍ້າ​ສອງ​ຝ່າຍ​ ກ່ອນ​ໜ້າ
ການ​ເຈລະ​ຈາສັນຕິພາບ ທີ່​ຈະ​ມາ​ເຖິງ​ນີ້.

ທ່ານ Maulavi Qalamuddin ຊຶ່ງ​ເຄີຍ​ເປັນ​ຜູ້​ນໍາ​ໜ່ວຍ​ຕໍາຫລວດ ທາງສາສນາຂອງ​ກຸ່ມ​
ຕາ​ລີ​ບານ ​ກ່າວ​ໃນ​ວັນ​ອາທິດ​ນີ້​ວ່າ ພວກ​ຜູ້​ແທນ​ຂອງ​ຕົນມີຮວມທັງ​ອະດີດ​ເຈົ້າ​ໜ້າ​ທີ່ຫລາຍ
ຄົນ ​ແລະ​ອ​ະດີດ​ເລຂາ​ຄົນ​ນຶ່ງ​ຂອງ​ຜູ້​ນໍາ​ Mullah Omar ຫົວໜ້າ​ກຸ່​ມຕາ​ລິ​ບານ.

ທ່ານ Qalamuddin ກ່າວ​ວ່າ ຫົວ​ຂໍ້​ຂອງການ​ເຈລະຈາແມ່ນ​ຮວມທັງ ການ​ປ່ອຍ​ພວກນັກ
ໂທດຕາ​ລີ​ບານ ​ຈາກສູນ​ກັງ​ຂັງ​ຂອງ​ກອງທັບສະຫະຣັດ ທີ່ອ່າວ Guantanamo ​ເທິງ​ເກາະ
Cuba ນັ້ນ​ນໍາ. ທ່ານກ່າວໃຫ້​ຮູ້​ອີກ​ວ່າ ຄະນະ​ເຈລະຈາໄດ້​ເດີນທາງໄປ​ປະ​ເທດ​ກາ​ຕ້າຈາກ
ປາ​ກິສຖານ ​ຊຶ່ງ​ອາດເປັນຮ່ອງ​ຮອຍຊີ້​ບອກ​ວ່າ ລັດຖະບານອິດສະ​ລາມາ​ບັສ ອາດ​ໃຫ້ການ​
ສະໜັບ​ສະໜຸນ​ແກ່ການ​ເຈລະຈາ​ສັນຕິພາບ​ນັ້ນ.

ໃນ​ຂະນະ​ດຽວ​ກັນ​ນັ້ນ ​ທາງເຈົ້າ​ໜ້າ​ທີ່ອັ​ຟການິສຖານ ກໍ​ໄດ້​ກ່າວ​ໃນ​ວັນ​ອາທິດວານ​ນີ້​ວ່າ ​
ໃນ​ບໍ່​ຊ້າ​ນີ້​ເຂົາ​ເຈົ້າກໍ​ຈະ​ເປີດ​ການ​ເຈລະຈາອີກ​ດ້ານ​ນຶ່ງ ​ເປັນ​ດ້ານ​ທີ​ສອງກັບ​ກຸ່ມຕາ​ລິີບານ ​
ໂດຍ​ຈະ​ພົບ​ປະກັນ​ຢູ່​ຊາ​ອຸ​ດີ ອາເຣເບຍ ​ໃນ​ຄວາມ​ພະຍາຍາມ​ເພື່ອຍຸດຕິ ​ສົງ​ຄາມອັຟກາ​
ນິສຖານ ທີ່​ມີ​ມາ​ໄດ້​ນຶ່ງທົດ​ສະ​ວັດແລ້ວນັ້ນ.

ເຈົ້າ​ໜ້າ​ທີ່ສະຫະລັດ ຍັງ​ບໍ່​ທັນ​ໄດ້​ໃຫ້​ຄວາ​ມຄິດ​ເຫັນ ​ກ່ຽວ​ກັບຄໍາ​ຖະ​ແຫລ​ງ​ດັ່ງ​ກ່າວນີ້.

XS
SM
MD
LG