ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ກຳປັ່ນລົບ ສະຫະລັດ 2 ລຳ ແລ່ນຜ່ານ ຊ່ອງແຄບ ໄຕ້ຫວັນ ໃນວັນຈັນ ຜ່ານມານີ້


ທະຫານກອງທັບເຮືອຂອງໄຕ້ຫວັນ ຢືນຕົງ ໃນລະຫວ່າງ ພິທີນຳເຮືອພິຄາດ 2 ລຳ ທີ່ຜະລິດໂດຍ ສະຫະລັດ ລຸ້ນ Kidd ອອກປະຕິບັດການ, ວັນພະຫັດ ທີ 2 ພະຈິກ ປີ 2006, ຢູ່ທີ່ຖານທັບເຮືອ Suao, ຢູ່ທາງພາກຕາເວັນອອກສຽງເໜືອ ຂອງໄຕ້ຫວັນ.
ທະຫານກອງທັບເຮືອຂອງໄຕ້ຫວັນ ຢືນຕົງ ໃນລະຫວ່າງ ພິທີນຳເຮືອພິຄາດ 2 ລຳ ທີ່ຜະລິດໂດຍ ສະຫະລັດ ລຸ້ນ Kidd ອອກປະຕິບັດການ, ວັນພະຫັດ ທີ 2 ພະຈິກ ປີ 2006, ຢູ່ທີ່ຖານທັບເຮືອ Suao, ຢູ່ທາງພາກຕາເວັນອອກສຽງເໜືອ ຂອງໄຕ້ຫວັນ.

ກຳປັ່ນລົບ ສະຫະລັດ ສອງລຳ ໄດ້ແລ່ນຜ່ານ ຊ່ອງແຄບໄຕ້ຫວັນ ໃນວັນຈັນ ວານນີ້.

ໂຄສົກທຳນຽບຫ້າແຈ ພັນເອກ ຣອບ ແມນນິງ ໄດ້ກ່າວຕໍ່ ບັນດານັກຂ່າວ ວ່າ ກຳປັ່ນ
ລົບ USS Curtis Wilbur ແລະ USS Antietam ໄດ້ອອກປະຕິບັດການ ໃນອັນທີ່
ທ່ານ ອະທິບາຍວ່າ ເປັນ “ການແລ່ນຜ່ານຕາມປົກກະຕິ” ເພື່ອສະແດງໃຫ້ເຫັນເຖິງ
ຄວາມໝັ້ນໝາຍຂອງ ສະຫະລັດ ຕໍ່ “ເສລີພາບ ແລະການເປີດກວ້າງ ເຂດອິນໂດ-
ປາ​ຊີ​ຟິກ.”

ກອງທັບເຮືອ ສະຫະລັດ ໄດ້ປະຕິບັດການເຝິກຊ້ອມ ແບບດຽວກັນນີ້ ທີ່ເອີ້ນວ່າ “ເສລີ
ພາບ ໃນການເດີນເຮືອ”
ໂດຍແລ່ນຜ່ານ ນ່ານ​ນ້ຳອັນກວ້າງໃຫຍ່ ທີ່ແບ່ງແຍກ ຈີນ
ແລະ ໄຕ້ຫວັນ ຢ້ອນຄືນໄປເມື່ອເດືອນກໍລະກົດຜ່ານມາແລ້ວນັ້ນ.

ການເຝິກຊ້ອມ ໃນວັນຈັນວານນີ້ ໄດ້ມີຂຶ້ນທ່າມກາງການກົດດັນທີ່ເພີ້ມຂຶ້ນເລື້ອຍໆ
ຂອງຈີນ ຕໍ່ໄຕ້ຫວັນ ເມື່ອສອງສາມເດືອນບໍ່ນານມານີ້. ຈີນ ໄດ້ຕັດສາຍສຳພັນ ກັບ
ເກາະນີ້ ທີ່ປົກຄອງດ້ວຍຕົນເອງ ໃນປີ 2016 ໃນເວລາ ປະທານາທິບໍດີ ເຊ້ຍ ອິ່ງ-
ເຫວັນ ຜູ້ນຳຂອງພັກປະຊາທິປະໄຕກ້າວໜ້າ ທີ່​ນິ​ຍົມ​ເອກ​ກະ​ລາດ ໄດ້ເຂົ້າຮັບຕຳແໜ່ງ
ໃນປີ 2016 ແລະ ໄດ້ປະຕິເສດທີ່ຈະຮັບເອົາຫຼັກການຂອງປັກກິ່ງ ທີ່ ວ່າ “ຈີນດຽວ ຫຼື
One China”
ທີ່ວ່າ ໄຕ້ຫວັນ ແມ່ນຢູ່ພາຍໃຕ້ການປົກຄອງ ຂອງຈີນແຜ່ນດິນໃຫຍ່.
ຈີນ ໄດ້ດຳເນີນການຊ້ອມລົບທາງທະຫານມາແລ້ວຫຼາຍຄັ້ງ ໃນບໍ​ລິ​ເວນຊ່ອງແຄບຂອງ
ໄຕ້ຫວັນ ແລະໄດ້ຊັກຊວນໃຫ້ປະເທດອື່ນໆ ​ຕັດສາຍສຳພັນດ້ານການທູດ ກັບໄຕ້ຫວັນ
​ມາ​ຮັບ​ຮູ້ ຈີນ ແທນ.

ສັງສອງຝ່າຍ ໄດ້ແຍກ​ອອກ​ຈາກກັນ ຫຼັງຈາກສົງຄາມກາງເມືອງ ໃນປີ 1949 ໃນເວລາ
ກອງກຳລັງຈີນ​ຄະ​ນະຊາດ ຂອງ ຈຽງ ​ໄຄ-ເຊັກ ໄດ້ພາກັນຫຼົບໜີ ໄປ ຕັ້ງຢູ່ໃນເກາະ
ໄຕ້ຫວັນ ຫຼັງຈາກທີ່ໄດ້ຖືກຂັບໄລ່ອອກໄປຈາກຈີນແຜ່ນດິນໃຫຍ່ ໂດຍກຳລັງຄອມມິວນິສ
ຂອງ ມາວ ເຈີຕຸງ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG