ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ສະຫະລັດ ແລະ ໄຕ້ຫວັນ ເລີ້ມຕົ້ນ ສົນທິສັນຍາດ້ານການຄ້າສະບັບໃໝ່ ຮ່ວມກັນ


ແຟ້ມພາບ - ທຸງຂອງໄຕ້ຫວັນ ແລະ ສະຫະລັດ ໄດ້ຖືກວາງໃສ່ໂຕະ ກ່ອນໜ້າກອງປະຊຸມ ລະຫວ່າງ ບັນດາສະມາຊິກສະພາ ຂອງທັງໄຕ້ຫວັນ ແລະ ສະຫະລັດ ຢູ່ໃນນະຄອນຫຼວງໄທເປ, ວັນທີ 27 ມີນາ 2018.
ແຟ້ມພາບ - ທຸງຂອງໄຕ້ຫວັນ ແລະ ສະຫະລັດ ໄດ້ຖືກວາງໃສ່ໂຕະ ກ່ອນໜ້າກອງປະຊຸມ ລະຫວ່າງ ບັນດາສະມາຊິກສະພາ ຂອງທັງໄຕ້ຫວັນ ແລະ ສະຫະລັດ ຢູ່ໃນນະຄອນຫຼວງໄທເປ, ວັນທີ 27 ມີນາ 2018.

ສະຫະລັດໄດ້ເຮັດສົນທິສັນຍາການຄ້າສະບັບໃໝ່ກັບໄຕ້ຫວັນ ໃນວັນພຸດວານນີ້ ໂດຍຫວັງວ່າຈະຢຶດໝັ້ນທາງສາຍສຳພັນດ້ານເສດຖະກິດໃຫ້ໃກ້ຊິດຂຶ້ນກັບເກາະແຫ່ງນີ້ ທີ່ຈີນອ້າງວ່າ ເປັນດິນ​ແດນຂອງຕົນເອງນັ້ນ ໃນຂະນະດຽວກັນ ເຮັດໃຫ້ເສດຖະກິດຂອງປັກກິ່ງ ທີ່ມີອິດທິພົນຢູ່ໃນພາກພື້ນຫລຸດລົງ.

ບັນດາເຈົ້າໜ້າທີ່ໃນລັດຖະບານທ່ານໄບເດັນ ໄດ້ກ່າວວ່າ ຂໍ້ຕົກລົງ ສະຫະລັດ-ໄຕ້ຫວັນ ຈະເສີມຂະຫຍາຍການຄ້າສອງຝ່າຍທາງດ້ານດິດຈິໂຕລ ແລະພະລັງ ງານສະອາດ ແລະວ່າ ທັງສອງຄູ່ພາຄີ ຈະເປີດການເຈລະຈາເພື່ອການຄ້າທາງດ້ານເທັກໂນໂລຈີ ແລະການລົງທຶນຕື່ມອີກ.

ໃນການປະກາດຂອງສົນທິສັນຍາດັ່ງກ່າວ ລັດຖະມົນຕີການຄ້າສະຫະລັດ ທ່ານນາງ ຈີນາ ເຣມອນໂດ (Gina Raimondo) ໄດ້ກ່າວວ່າ ສາຍສຳພັນດ້ານເສດຖະກິດ ລະຫວ່າງ ສະຫະລັດ ແລະ ໄຕ້ຫວັນ ແມ່ນສຳຄັນເປັນພິເສດ ເພາະວ່າ ໄຕ້ຫວັນເປັນຜູ້ນຳໃນການສະໜອງ semiconductors ອັນກ້າວໜ້າ ທີ່ຈຳເປັນເພື່ອປະກອບໃສ່ພະລິດຕະພັນເທັກໂນໂລຈີສຳລັບຜູ້ຊົມໃຊ້ຕ່າງໆ. ເຈົ້າໜ້າທີ່ອະວຸໂສໃນຄະນະລັດຖະບານ ໄດ້ກ່າວວ່າ ການຄວບຄຸມຕໍ່ການສົ່ງອອກເທັກໂນໂລຈີຕ່າງໆທີ່ສຳຄັນໆ ຈະຕ້ອງໄດ້ຮັບການປຶກສາຫາລືແກ້ໄຂໃນການເຈລະຈາລະຫວ່າງ ສະຫະລັດ ແລະໄຕ້ຫວັນ.

“ໄຕ້ຫວັນເປັນຄູ່ພາຄີີທີ່ສຳຄັນຍິ່ງສຳລັບພວກເຮົາ ໂດຍສະເພາແລ້ວ ໃນເລື້ອງທີ່ກ່ຽວຂ້ອງກັບ semiconductors” ທ່ານນາງ ເຣມອນໂດ ໄດ້ກ່າວຕໍ່ບັນດານັກຂ່າວ ແລະກ່າວຕື່ມວ່າ “ພວກເຮົາຫວັງວ່າ ຈະສືບຕໍ່ຮັດແໜ້ນສາຍສຳພັນດ້ານເສດຖະກິດຂອງພວກເຮົາ ກັບໄຕ້ຫວັນ ແລະພວກເຮົາກໍມີການສົນທະນາກັບໄຕ້ຫວັນ ຢູ່ເລື້ອຍໆ.”

ສົນທິສັນຍາ ສະຫະລັດ ກັບໄຕ້ຫວັນ ມີຂຶ້ນບໍ່ເທົ່າໃດວັນ ຫຼັງຈາກທີ່ປະທານາ ທິບໍດີ ໂຈ ໄບເດັນ ໄດ້ປະກາດຂໍ້ຕົກລົງການຮ່ວມມືດ້ານການຄ້າສະບັບໃໝ່ ກັບສິບກວ່າປະເທດໃນເຂດເອເຊນ-ປາຊີຟິກ ໃນລະຫວ່າງການເດີນທາງໄປຍັງເກົາຫຼີໃຕ້ແລະຍີ່ປຸ່ນຂອງທ່ານນັ້ນ.

ໄຕ້ຫວັນ ບໍ່ໄດ້ຖືກເຊື້ອເຊີນໃຫ້ເຂົ້າຮ່ວມກອງປະຊຸມ ກອບປະຕິງານດ້ານເສດ ຖະກິດເຂດອິນໂດ-ປາຊີຟິກ ຫຼື Indo-Pacific Economic Framework

ຍ້ອນຄວາມເປັນຫ່ວງຈາກປະເທດຈຳນວນນຶ່ງ ທີ່ວ່າ ການມີສ່ວນຮ່ວມຂອງປະເທດດັ່ງກ່າວ ອາດເຮັດໃຫ້ຈີນບໍ່ພໍໃຈ.

ແຕ່ເຈົ້າໜ້າທີ່ອະວຸໂສໃນຄະນະລັດຖະບານທ່ານນຶ່ງ ໄດ້ກ່າວວ່າ “ລັດຖະບານທ່ານໄບເດັນ ແລະທ່ານນາງແຮຣິສ ເຫັນໄຕ້ຫວັນ ຄືຜູ້ນຳທາງດ້ານປະຊາທິ ປະໄຕ ແຫລ່ງເທັກໂນໂລຈີຍັກໃຫຍ່ ແລະຄູ່ພາຄີທາງດ້ານເສດຖະກິດ ແລະຄວາມໝັ້ນຄົງທີ່ສຳຄັນ.”

ຄວາມສຳພັນລະຫວ່າງສະຫະລັດກັບໄຕ້ຫວັນ ຄັ້ງຫຼ້າສຸດນີ້ ອາດເຮັດໃຫ້ສາຍ ສຳພັນລະຫວ່າງວໍຊິງຕັນ ກັບປັກກິ່ງ ເຄັ່ງຕຶງຂຶ້ນຕື່ມອີກ. ເມື່ອຢູ່ເອເຊຍອາທິດແລ້ວນີ້ ທ່ານໄບເດັນ ໄດ້ກ່າວວ່າ ສະຫະລັດ ຈະປ້ອງກັນໄຕ້ຫວັນ ທາງການທະຫານ ຖ້າຫາກຈີນ ໄດ້ບຸກໂຈມຕີປະເທດເກາະທີ່ປົກຄອງຕົນເອງ, ລະບອບປະຊາທິປະໄຕ ອັນເປັນຄຳຖະແຫລງ ເບິ່ງຄ່າວ່າ ຈະຂັດແຍ້ງກັບນະໂຍບາຍ “ຈີນດຽວ” ທີ່ມີມາຍາວນານຂອງສະຫະລັດ ຊຶ່ງຮັບຮູ້ວ່າ ໄຕ້ຫວັນເປັນສ່ວນນຶ່ງຂອງຈີນແຜ່ນດິນໃຫຍ່.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG