ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສ​ຫລ ຂາຍ​ອາ​ວຸດ ​ໃຫ້​ໄຕ້​ຫວັນ ເພື່ອ​ສົ່ງ​ເສີມ​ ສັນ​ຕິ​ພາບ ບໍ່​ປ່ຽນ​ແປງ ​ຕໍ່ນະ​ໂຍ​ບາຍ ຈີນ​ດຽວ


ທະ​ຫານກອງ​ປືນ​ໃຫຍ່​ແມ່​ຍິງ​ໄຕ້​ຫວັນ ຢືນ​ລຽນ​ແຖວ​ໃຫ້​ແກ່​ພວກ​ນັກ​ຂ່າວ ລະ​ຫວ່າງ​ການ​ເຝິກ​ຊ້ອມ​ປະ​ຈຳ​ປີ ວັນ​ທີ 9 ກໍ​ລະ​ກົດ 2019.
ທະ​ຫານກອງ​ປືນ​ໃຫຍ່​ແມ່​ຍິງ​ໄຕ້​ຫວັນ ຢືນ​ລຽນ​ແຖວ​ໃຫ້​ແກ່​ພວກ​ນັກ​ຂ່າວ ລະ​ຫວ່າງ​ການ​ເຝິກ​ຊ້ອມ​ປະ​ຈຳ​ປີ ວັນ​ທີ 9 ກໍ​ລະ​ກົດ 2019.

ສະ​ຫະ​ລັດ ​ກ່າວ​ໃນ​ວັນ​ອັງ​ຄານ​ວານ​ນີ້​ວ່າ ການ​ຂາຍອຸບ​ປະ​ກອນ​ທາງ​ທະ​ຫານ ຂອງ​ຕົນ
​ໃຫ້ແກ່​ໄຕ້​ຫວັນແມ່ນ​ແນ​ໃສ່​ການ​ສົ່ງ​ເສີມ “ສັນ​ຕິ​ພາບ ແລ​ະສະ​ຖຽນ​ລະພາບ” ຢູ່​ໃນ​ເຂດ
​ເອ​ເຊຍປາ​ຊິ​ຟິກແລ​ະ​ວໍ​ຊິງ​ຕັນ​ຈະບໍ່​ປ່ຽນແປງນະ​ໂຍ​ບາຍ “ຈີນ​ດຽວ.”

ຈີນ​ໄດ້​ຮຽກ​ຮ້ອງ​ໃຫ້​ສະ​ຫະ​ລັດຍົກ​ເລີກ​ການ​ຂາຍ​ດັ່ງ​ກ່າວ ຫຼັງ​ຈາກ​ກະ​ຊວງ​ຕ່າງ​ປະ​ເທດ
​ໄດ້​ໃຫ້​ການ​ອະ​ນຸ​ມັດ ​ຕໍ່​ການ​ຮ້ອງ​ຂໍ​ຂອງໄຕ້​ຫວັນ ເພື່ອ​ຊື້​ອຸບ​ປະ​ກອນ​ທາງ​ທະ​ຫານ ​ທີ່​ມີ​
ມູ​ນ​ຄ່າ​ປະ​ມານ 2 ພັນ​ 2 ຮ້ອຍ​ລ້ານ​ລ້ານ​ໂດ​ລາ. ​

ການ​ຕົກ​ລົງ​ດັ່ງ​ກ່າວນີ້ ໄດ້​ປະ​ກາດ​ໃນ​ວັນ​ຈັນ​ທີ່​ຜ່ານ​ມາ ໂດຍ​ອົງ​ການຮ່ວມ​ມືໃນ ຄວາມ
​ປອດ​ໄພ​ຂອງກະ​ຊວງ​ປ້ອງ​ກັນ​ປະ​ເທດຮວມ​ມີລົດ​ຖັງ Abrams M1A2T 108 ຄັນ ລູກ​
ສອນ​ໄຟຍິງ​ເຮືອ​ບິນ​ທີ່​ແບກ​ໃສ່​ບ່າ Stinger 250 ກະ​ບອກ ແ​ລະ​ລູກ​ສອນ​ໄຟ ຍິງລົດ​ຖັງ
1,500 ​ກະ​ບອກ. ອົງ​ການ​ດັ່ງ​ກ່າວ ໄດ້​ກ່າວ​ວ່າ ຂໍ້​ຕົກ​ລົງນີ້ຈະ​ບໍ່​ປ່ຽນ​ແປງ ຄວາມ​ກ້ຳ​ເກິ່ງ
ທາງ​ທະ​ຫານ ຂັ້ນພື້ນ​ຖານຢູ່ໃນ​ຂົງ​ເຂດ.

ໂຄ​ສົກກະ​ຊວງ​ຕ່າງ​ປະ​ເທດ ທ່ານ​ນາງ​ມໍແກນ ອອກ​ເຕ​ກັ​ສ ກ່າວໃນ​ລ​ະຫວ່າງ​ການ​ລາຍ
​ງານ​ວ່າ “​ຜົນ​ປະ​ໂຫຍດ​ຂອງ​ພວກ​ເຮົ​າ​ໃນ​ໄຕ້​ຫວັນ ໂດຍ​ສະ​ເພາະທີ່ ພົວ​ພັນ​ກັບການ​ຂາຍ​
ອຸບ​ປະ​ກອນ​ທາງ​ທະ​ຫານ​ເຫລົ່າ​ນີ້ ກໍ​ເພື່ອ​ສົ່ງ​ເສີມ​ສັນ​ຕິ​ພາບ ແລະ​ສະ​ຖຽນ​ລະ​ພາບ ​
ຂ້າມຊ່ອງ​ແຄບ​ໄຕ້​ຫວັນ ​ໃນທົ່ວ​ຂົງ​ເຂດ.”

ທ່ານ​ນາງ​ອອກ​ເ​ຕກັ​ສ ກ່າວ​ເພີ້ມ​ວ່າ “ບໍ່ມີ​ການ​ປ່ຽນ​ແປງ ​ແນ່ນອນ ໃນນະ​ໂຍ​ບາຍຈີນ
ດຽວ​ທີ່​ມີ​ມາ​ແຕ່​ດົນ​ນານ​ຂອງ​ພວກ​ເຮົາ” ຊຶ່ງ​ອີງຖະ​ແຫຼງ​ຮ່ວມສະ​ຫະ​ລັດກັບ​ຈີນສາມ
​ສະ​ບັບ ແລະ​ກົດ​ໝາຍ​ວ່າ​ດ້ວຍ​ຄ​ວາມ​ສຳ​ພັນ​ກັບໄຕ້​ຫວັນ.

ເຈົ້າ​ໜ້າ​ທີ່​ກະ​ຊວງ​ຕ່າງ​ປະ​ເທດ​ຄົນ​ນຶ່ງ ກ່າວ​ຕໍ່ ວີ​ໂອ​ເອ ວ່າ ການ​ອະ​ນຸ​ມັດ​ກ່ຽວກັບ
​ການຂາ​ຍ​ດັ່ງ​ກ່າວ ​ແມ່ນ​ສອດ​ຄ່ອງກັບ​ກົດ​ໝາຍ ແລະ​ນະ​ໂຍ​ບາຍ​ຂອງ​ສະ​ຫະ​ລັດ.

ເຈົ້າ​ໜ້າ​ທີ່​ກ່າວ​ວ່າ “ຂໍ້​ສະ​ເໜີກ່ຽວ​ກັບ​ການຂາຍນີ້ ​ແມ່ນ​ຮັບ​ໃຊ້​ຜົ​ນ​ປະ​ໂຫຍດແຫ່ງ
ຊາດ ເສດ​ຖະ​ກິດ ແລະ​ຄວາມ​ໝັ້ນ​ຄົງ​ຂອງ​ສະ​ຫະ​ລັດ ໂດຍ​ໃຫ້​ການ​ສະ​ໜັບ​ສະ​ໜູນ
ສືບ ​ຕໍ່​ຄວາມ​ພະ​ຍາ​ຍາມ​ຂອງ​ຜູ້​ຊີ້ ເພື່ອປັບ​ປຸງ​ກອງ​ທັບ​ໃຫ້​ທັນສະ​ໄໝ​ ແລະ​ເພື່ອ​ຮັກ​
ສາ​ຄວາມ​ສາ​ມາດ​ໃນ​ດ້ານ​ປ້ອງ​ກັນປະ​ເທດ​ທີ່​ໜ້າ​ເຊື່ອ​ຖື.”

ຢູ່​ນະ​ຄອນ​ໄທ​ເປ ປະ​ທາ​ນາ​ທິ​ບໍ​ດີ​ໄຕ້​ຫວັນ ທ່ານ​ນາງ ສາຍ ອີງ ເຫວີນ ໄດ້​ສະ​ແດງ​
ຄວ​າມ​ພໍ​ໃຈ ​ຕໍ່​ຂໍ້​ຕົກ​ລົງ ໂດຍກ່າວ​ວ່າ ​ອາ​ວຸດ​ປ້ອງ​ກັນ ທີ່ມອບ​ໃຫ້​ໂດຍ​ສະ​ຫະ​ລັດ ຈະ
​ຊຸກ​ຍູ້​ຄວາມ​ສາ​ມາດ​ໃນ​ດ້ານປ້ອງ​ກັນ​ຕົນ​ເອງຂອງ​ໄຕ້​ຫວັນ ແລະ​ສະກັດ​ກັ້ນ​ໄພ​ຂົ່ມ
ຂູ່​ທາງ​ທະ​ຫານ​ທີ່​ອາດ​ມີ​ຂຶ້ນ.

ຢູ່​ໃນ​ທວິດ​ໃນ​ວັນ​ອັງ​ຄານ​ວານ​ນີ້ ທ່ານ​ນາງ​ສາຍ ກ່າວ​ວ່າ ໄຕ້​ຫວັນ​ຈະ​ສືບ​ຕໍ່​ການ​ລົງ​
ທຶນ​ໃນດ້ານ​ປ້ອງ​ກັນ​ປະ​ເທດ ປ້ອງ​ກັນ​ປະ​ຊາ​ທິ​ປະ​ໄຕ ໃນ​ຂະ​ນະ​ທີ່​ສົ່ງ​ເສີມ​ສັນ​ຕິ​
ພາບ ແລະ​ສະ​ຖຽນ​ລະ​ພາບ​ ຢູ່​ໃນ​ຂົງ​ເຂ​ດ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG