ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ກ່າວວ່າ ການ​ຢຸດຍິງ ໃນຊີເຣຍ ສ່ວນໃຫຍ່ ຍັງໄດ້ຮັບ ການເຄົາລົບ ຢູ່ຕໍ່ມາ


ປະຊາຊົນພາກັນກວດເບິ່ງບ່ອນເສຍຫາຍ ຫລັງຈາກການຖີ້ມ ລະເບີດ ທີ່ຄຸ້ມ al-Maysar ໃນເມືອງ Aleppo ປະເທດຊີເຣຍ.
ປະຊາຊົນພາກັນກວດເບິ່ງບ່ອນເສຍຫາຍ ຫລັງຈາກການຖີ້ມ ລະເບີດ ທີ່ຄຸ້ມ al-Maysar ໃນເມືອງ Aleppo ປະເທດຊີເຣຍ.

ສະຫະລັດ​ເຊື່ອ​ວ່າ ການ​ຍຸຕິ​ການ​ເປັນ​ປໍ​ລະ​ປັກ​ກັນ​ເປັນ​ເວລາ​ສອງ​ເດືອນ​ຢູ່​ໃນ​ຊີ​ເຣຍ ຍັງ​ ສືບ​ຕໍ່​ໄດ້​ຮັບ​ການ​ເຄົາລົບ ​ແລະ “ສ່ວນໃຫຍ່ແລ້ວແມ່ນຍັງໄດ້​ຮັບ​ການ​ປະຕິບັດ” ​ເຖິງ​ແມ່ນ ​ວ່າ​ ໄດ້​ມີ​ການ​ເພີ້​ມຄວາ​ມຮຸນ​ແຮງ​ ແລະ​ການກ່າວ​ຫາ​ວ່າ​ມີ​ການລະ​ເມີດ​ຂອງ​ພວກ​ກະບົດ ແລະ​ລັດຖະບານກໍ​ຕາມ.​

​ໂຄສົກ​ກະຊວງ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kirby ກ່າວໃນ​ວັນ​ອັງຄານ ວານ​ນີ້​ ວ່າ ລະດັບ​ການ​ສູ້​ລົບແມ່ນຍັງ​ຕ່ຳ​ກວ່າ​ ກ່ອນ​ການ​ຢຸດ​ຍິງເລີ້ມ​ມີ​ຜົນບັງຄັບ​ໃຊ້ ​ເມື່ອ​ທ້າ​ຍ ​ເດືອນກຸ​ມພາຜ່ານ​ມາ.

ທູດ​ພິ​ເສດ​ສະຫະ​ປະຊາ​ຊາດ ​ຮັບຜິດຊອບ​ເລື້ອງ​ຊີເຣຍ ທ່ານ Staffan de Mistura ​ໄດ້​ ກ່າວ​ເຖິງການ​ເພີ້​ມຂຶ້ນ ຂອງຄວາມ​ຮຸນ​ແຮງ​ວ່າ “​ເປັນທີ່​ໜ້າ​ວິຕົກ” ຢູ່​ໃນ​ການ​ຊັ່ງ​ຊາ​ເທື່ອ ​ຫລ້າ​ສຸດ​ຂອງ​ທ່ານ ​ໃນ​ອາທິດ​ນີ້ ​ແຕ່​ທ່ານ​ຍັງ​ກ່າວ​ວ່າການ​ຢຸດ​ຍິງ​ແມ່ນ​ກຳລັງ​ໄດ້​ຮັບການ ປະຕິບັດ​ຢູ່ໃນ​ຫລາຍ​ເຂດ.

ທ່ານ Kirby ກ່າວ​ວ່າ ກຳລັງຊີ​ເຣຍ ​ໄດ້ ”​ເປັນ” ຜູ້​ຮັບຜິດຊອບຕໍ່​ການ​ໂຈມ​ຕີ​ທາງ​ອາກາ​ດ ຢູ່ໃນ​ສອງເມືອງ ​ທີ່​ຖືກ​ຍຶດຄອງ ໂດຍ​ພວກ​ຕໍ່ຕ້ານ​ລັດຖະບານທາງ​ພາກຕາ​ເວັນ​ຕົກ​ສຽງ​ເໜືອຂອງ​ຊີ​ເຣຍ ​ເຮັດ​ໃຫ້​ພົນ​ລະ​ເຮືອນເສຍຊີວິດ 44 ຄົນ.

ທ່ານ​ກ່າວ​ວ່າ ການ​ລະ​ເມີດ​ສ່ວນ​ໃຫຍ່​ໄດ້​ເກີ​ດຂຶ້ນ​ໂດຍລັດຖະບານແລະ​ພວກ​ເຮົາ​ມີ​ເຫດ ຜົນ​ທີ່​ເຊື່ອ​ຢູ່​ໃນເວລາ​ນີ້ວ່າ ນັ້ນ​ໄດ້ເປັນ​ກໍລະນີກ່ຽວ​ກັບ​ການ​ຖີ້ມລະ​ເບີດ​ດັ່ງກ່າວ​ນີ້.”

ກຸ່ມ​ສິ້ງ​ຊອມ​ສິດທິ​ມະນຸດ​ໃນ​ຊີ​ເຣຍ ກ່າວ​ວ່າ ​ບັນດາເຮືອບິນ​ລົບ​ຊີ​ເຣຍ​ໄດ້​ທຳ​ການໂຈມ​ຕີ ທາງ​ອາກາດ​ຢ່າງ​ຮ້າຍ​ແຮງ ​ທີ່​ໄດ້​ຖືກ​ຕະຫລາດ​ຂາຍ​ຜັກ​ໃນ​ເມືອງ Maarat al-Numan ​ໃນ​ວັນ​ອັງຄານ​ວານ​ນີ້. ການ​ໂຈມ​ຕີ​ທາງ​ອາ​ກາດ ​ຢູ່ໃນແຫ່ງ​ອື່ນໆ​ໄດ້​ມີ​ຂຶ້ນ​ຢູ່​ໃກ້​ກັບ​ເມືອງ Kafranbel.

ການ​ຍິງ​ປືນ​ໃຫຍ່​ໂຈມ​ຕີ​ໄດ້​ມີ​ຂຶ້ນລຸນ​ຫລັງ​ການ​ສູ້​ລົບ​ໃນ​ວັນ​ຈັນຜ່ານ​ມາ ທີ່​ແຂວງແ​ຄມຝັ່ງ​ ທະ​ເລ Latakia ຊຶ່ງ​ເປັນທີ່​ໝັ້ນ​ອັນ​ແຂງ​ແຮງຂອງພວກ​ທີ່​ນັບຖື​ສາສະໜາ​ອິສລາມນິກາຍ Alawite ຊຶ່ງ​ເປັນ​ນິກາຍ​ນຶ່ງທີ່​ແຍກ​ອອກ​ຈາກ​ນິກາຍ​ຊີໄອທ໌ຂອງປະທາ​ນາ​ທິບໍດີ Bashar al-Assad.

Syria Violence
please wait
Embed

No media source currently available

0:00 0:01:39 0:00

ອ່ານຂ່າວພາສາອັງກິດ

XS
SM
MD
LG