ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ສຫລ ເວົ້າວ່າ ຈະສືບສວນ ເລື້ອງໃຊ້ອາວຸດເຄມີ ຢູ່ຊີເຣຍ (ວີດິໂອແລະສະໄລດ໌)


ໃນການກ່າວຄໍາປາໄສ ທີ່ກຸງ Jerusalem ໃນວັນພຸດ ທີ 20 ມີນາ ວານນີ້ ທ່ານໂອບາມາເວົ້າວ່າ ສະຫະລັດຈະສືບ ສວນຢ່າງລະອຽດ ກ່ຽວກັບລາຍງານທີ່ເວົ້າວ່າ ມີການໃຊ້ອາວຸດເຄມີຢູ່ໃນຊີເຣຍ.
ໃນການກ່າວຄໍາປາໄສ ທີ່ກຸງ Jerusalem ໃນວັນພຸດ ທີ 20 ມີນາ ວານນີ້ ທ່ານໂອບາມາເວົ້າວ່າ ສະຫະລັດຈະສືບ ສວນຢ່າງລະອຽດ ກ່ຽວກັບລາຍງານທີ່ເວົ້າວ່າ ມີການໃຊ້ອາວຸດເຄມີຢູ່ໃນຊີເຣຍ.
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາເວົ້າວ່າ ສະ
ຫະລັດຈະສືບ ສວນຢ່າງລະອຽດ ກ່ຽວກັບລາຍງານທີ່ເວົ້າວ່າ ມີການໃຊ້ອາວຸດເຄມີຢູ່ໃນຊີເຣຍ.

ໃນການກ່າວຄໍາປາໄສ ທີ່ກຸງ Jerusalem ໃນວັນພຸດ ວານນີ້
ທ່ານໂອບາມາເວົ້າວ່າ ການໃຊ້ອາວຸດເຄມີໃດໆກໍຕາມ ຈະເປັນ
“ຄວາມຜິດພາດ ທີ່ໜ້າເສົ້າໃຈ” ແລະກ່າວເພີ້ມອີກວ່າ ລັດຖະ ບານຂອງທ່ານແມ່ນມີຄວາມ “ສົງໄສຢ່າງເລິກ ເຊິ່ງ” ຕໍ່ການ
ກ່າວອ້າງທີ່ວ່າ ຝ່າຍຕໍ່ຕ້ານລັດຖະບານເປັນຜູ້ໃຊ້ອາວຸດດັ່ງກ່າວ.

ກ່ອນໜ້ານັ້ນ ເອກອັກຄະລັດຖະທູດປະຈໍາຊີເຣຍ ກ່າວຕໍ່
ຄະນະກໍາມາທິການ ຄວາມສຳພັນຕ່າງປະເທດຂອງສະພາຕໍ່າສະຫະລັດວ່າ ສະຫະລັດ
ບໍ່ມີຫລັກຖານເພື່ອສະໜັບສະໜຸນຕໍ່ການກ່າວຫາທີ່ວ່າ ມີການໃຊ້ອາວຸດເຄມີໃນອາທິດ
ນີ້ ຢູ່ໃນພາກເໜືອຂອງຊີເຣຍ.

ເບິ່ງວີດິໂອກ່ຽວກັບຂ່າວນີ້:



ສ່ວນຢູ່ນະຄອນນີວຢອກນັ້ນ ສະຫະລັດ ຮ່ວມກັບອັງກິດແລະຝຣັ່ງໄດ້ຮຽກຮ້ອງ ໃຫ້ສະ
ຫະປະຊາຊາດ ສືບສວນການກ່າວຫາດັ່ງກ່າວ.

ປະທານາທິບໍດີ Bashar al-Assad ຂອງຊີເຣຍກ່າວອ້າງວ່າ ພວກຕໍ່ຕ້ານລັດຖະບານ
ໄດ້ໃຊ້ອາວຸດເຄມີຢູ່ໃກ້ເມືອງ Aleppo ໃນຂະນະທີ່ ພວກຕໍ່ຕ້ານລັດຖະບານເວົ້າວ່າ ກໍາ
ລັງທະຫານຂອງທ່ານ Assad ເປັນຜູ້ຮັບຜິດຊອບໃນການໃຊ້ອາວຸດດັ່ງກ່າວ.

ປະມວນພາບກ່ຽວກັບສະພາບການໃນຊີເຣຍ:

XS
SM
MD
LG