ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຫົວ​ໜ້າ​ປ້ອງ​ກັນ​ປະ​ເທດ ສ​ຫລ ຊົ່ວຄາວ ກ່າວວ່າ ມີ​ຄວາມ​ກ້າວ​ໜ້າ​ຢ່າງ​ໃຫຍ່ ໃນ​ການ​ຕໍ່​ສູ້​ກັບ​ພວກ IS


ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ທ່ານ ແພັດ​ທ​ຣິກ ຊາ​ນາ​ແຮນ ລົມ​ກັບ​ສື່​ມວນ​ຊົນ ໃນ​ຂະ​ນະ​ທີ່​ທ່ານ​ລໍ​ຖ້າ ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ ເນ​ໂຕ້ ທ່ານ ເຈັນ​ສ໌ ສ​ໂຕນ​ເທັນ​ເບີກ, ທຳ​ນຽບ​ຫ້າ​ແຈ. 28 ມັງ​ກອນ, 2019.
ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ທ່ານ ແພັດ​ທ​ຣິກ ຊາ​ນາ​ແຮນ ລົມ​ກັບ​ສື່​ມວນ​ຊົນ ໃນ​ຂະ​ນະ​ທີ່​ທ່ານ​ລໍ​ຖ້າ ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ ເນ​ໂຕ້ ທ່ານ ເຈັນ​ສ໌ ສ​ໂຕນ​ເທັນ​ເບີກ, ທຳ​ນຽບ​ຫ້າ​ແຈ. 28 ມັງ​ກອນ, 2019.

ຜູ້ວ່າ​ການ​ຫົວ​ໜ້າ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ສະ​ຫະ​ລັດ ທ່ານ ແພັດ ຊາ​ນາ​ແຮນ ໄດ້​
ກ່າວໃນວັນຈັນມື້ນີ້ວ່າ ກຸ່ມລັດອິສລາມຍັງຄົງ “ມີຢູ່ໃນທົ່ວໂລກ”, ໃນຂະນະທີ່ນັກຮົບ
ທີ່ໄດ້ຮັບການໜູນຫຼັງໂດຍ ສະຫະລັດ ກຳລັງເຮັດວຽກ ເພື່ອກວດລ້າງເຂດແດນແຫ່ງ
ສຸດທ້າຍທີ່ກຸ່ມຫົວຮຸນແຮງດັ່ງກ່າວຄວບຄຸມຢູ່ ໃນພາກຕາເວັນອອກຂອງປະເທດ ຊີ
ເຣຍ.

ທ່ານ ຊາ​ນາ​ແຮນ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວທີ່​ເດີນ​ທາງ​ໄປ​ ອັ​ຟ​ກາ​ນິ​ສ​ຖານ ກັບ​ທ່ານ​
ວ່າ ເມື່ອເວົ້າເຖິງລະດັບຄວາມສາມາດຂອງພວກລັດອິສລາມແລ້ວ, ມັນແຕກຕ່າງ
ໄປຈາກ “ພວກທີ່ຕົກຄ້າງກັບຕົວແທນຜູ້ກໍ່ການຮ້າຍ.”

ທ່ານ ຊາ​ນາ​ແຮນ ໄດ້​ກ່າວ​ຢູ່​ໃຈ​ກາງ​ຮ່ອມ​ພູ​ແມ່​ນ້ຳ ຢູ​ເຟ​ຣັດ​ສ໌ ວ່າ “ແຕ່​ໃນ​ກໍ​ລະ​ນີ​
ຂອງການປະຕິບັດການທາງທະຫານນັ້ນ, ຂ້າພະເຈົ້າຄິດວ່າ ການອະທິບາຍລັກ
ສະນະຂອງຄວາມກ້າວໜ້າພາຍໃນ ຊີເຣຍ ແມ່ນພວກເຂົາໄດ້ຖືກສັງຫານຢ່າງຮາບ
ຄາບແລ້ວ ແລະ ພວກເຮົາກໍກຳລັງທຳຄວາມກ້າວໜ້າໄດ້ຢ່າງຫຼວງຫຼາຍ.”

ໃນ​ອາ​ທິດ​ທີ່​ຜ່ານ​ມາ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ ໄມ​ຄ໌ ພອມ​
ພຽວ ໄດ້ພະຍາຍາມທີ່ຈະໃຫ້ການຮັບປະກັນອີກຄັ້ງນຶ່ງ ຕໍ່ບັນດາພັນທະມິດວ່າ ສະ
ຫະລັດ ຈະບໍ່ປະຖິ້ມຄວາມພະຍາຍາມທີ່ຈະທຳລາຍພວກລັດອິສລາມ ເມື່ອເຂົາເຈົ້າ
ຖອນກຳລັງຂອງເຂົາເຈົ້າອອກໄປຈາກ ຊີເຣຍ. ທ່ານ ຊານາແຮນ ໄດ້ກ່າວໃນວັນຈັນ
ມື້ນີ້ວ່າ ທ່ານມີແຜນທີ່ຈະປຶກສາຫາລື ກ່ຽວກັບ ສະຖານະການດັ່ງກ່າວ ກັບບັນດາ
ພັນທະມິດອົງການ ເນໂຕ້ ໃນອາທິດນີ້, ລວມທັງການສະໜັບສະໜູນ ແລະ ການປະ
ຕິບັດການຮັກສາຄວາມປອດໄພທີ່ທ່ານວ່າມີຄວາມສຳຄັນ ເມື່ອຍ້າຍອອກຈາກການ
ປະຕິບັດການທາງທະຫານທີ່ສຳຄັນນັ້ນ.

ກອງ​ກຳ​ລັງ​ປະ​ຊາ​ທິ​ປະ​ໄຕ ຊີ​ເຣຍ ຫຼື SDF ທີ່​ໄດ້​ຮັບ​ການ​ໜູນຫຼັງ​ຈາກ ສະ​ຫະ​ລັດ ໄດ້
ກ່າວໃນວັນອາທິດວານນີ້ວ່າ ເຂົາເຈົ້າໄດ້ຍຶດຄືນ 41 ພື້ນທີ່ໆຖືກຄວບຄຸມໂດຍກຸ່ມຫົວ
ຮຸນແຮງລັດອິສລາມໃນພາກຕາເວັນອອກ ຊີເຣຍ.

ທ່ານ ມຸ​ສ​ຕາ​ຟ​າ ບາ​ລີ, ໂຄ​ສົກ​ຂອງກອງ​ກຳ​ລັງ SDF, ໄດ້​ຂຽນ​ຂໍ້​ຄ​ວາມ​ໃນ​ທວິດ​ເຕີ​ວ່າ
ກອງກຳລັງ SDF ໄດ້ທຳລາຍທີ່ໝັ້ນຫຼາຍແຫ່ງໃນບ້ານ ບາກຸສ, ແຕ່ການຕໍ່ສູ້ຢ່າງໜັກ
ແມ່ນໄດ້ດຳເນີນຕໍ່ໄປ.

ທ່ານ​ໄດ້​ຂຽນ​ວ່າ “ກອງ​ກຳ​ລັງ SDF ໄດ້​ເຄື່ອນ​ໄປ​ທາງ​ພາກ​ເໜືອ ແລະ ຕາ​ເວັນ​ຕົກ
ເຂົ້າໄປໃນບ້ານ ບາກຸສ ຕັ້ງແຕ່ 7 ໂມງແລງຂອງມື້ວານນີ້, ຍຶດໄດ້ຄືນພື້ນທີ່ 41 ແຫ່ງ
ຂອງພວກ ISIS ແລະ ໄດ້ທຳລາຍທີ່ໝັ້ນຫຼາຍແຫ່ງ. ການໂຈມຕີຕອບໂຕ້ຂອງພວກ
IS ໄດ້ຖືກທຳລາຍຕອນ 4 ໂມງເຊົ້າຂອງມື້ນີ້. ການຕໍ່ສູ້ຢ່າງໜັກ ແມ່ນກຳລັງດຳເນີນ
ໄປ ຢູ່ບ້ານແຫ່ງສຸດທ້າຍໃນເວລານີ້.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG