ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກຕໍ່ຕ້ານ ໃນຊີເຣຍ ​ຍຶດ ດ່ານຊາຍແດນ ໃນເຂດ Golan (ວີດີໂອ/ສະໄລດ໌)


ທະຫານ​ອິສຣາ​ແອ​ລ ແນມເບິ່ງ ລົດຂອງອົງການສປຊ ຂັບຜ່ານ
ເຂດຊາຍແດນ Quneitra
ທະຫານ​ອິສຣາ​ແອ​ລ ແນມເບິ່ງ ລົດຂອງອົງການສປຊ ຂັບຜ່ານ ເຂດຊາຍແດນ Quneitra
ກຸ່ມ​ຕໍ່ຕ້ານ​ຊີ​ເຣຍ ທີ່​ພະຍາຍາມ​ຫາ​ທາງ​ໂຄ່ນ​ລົ້ມປະທານາທິບໍດີ Bashar al-Assad ​ຍຶດ​ໄດ້ດ່ານ​ຂ້າມ​ຊາຍ​ແດນ​ແຫ່ງ​ນຶ່ງ ຢູ່​ຕາມ​ເສັ້ນ​ຢຸດ​ຍິງ​ທີ່​ຕິດ​ກັບ​ອິສຣາ​ແອ​ລ ​ໃນ​ເຂດພູ​ພຽງ Golan.

ກຸ່ມ​ຕໍ່ຕ້ານ ​ໄດ້​ຍຶດ​ເອົາ​ດ່ານ​ຂ້າມ​ຊາຍ​ແດນ Quneitra ​ເມື່ອວັນ​ພະຫັດ​ມື້​ນີ້ ຫຼັງຈາກ​ໄດ້​ມີ​ການ​ປະ​ທະ​ກັນຫຼາຍບັ້ນ​ກັບ​ກອງທັບ​ຊີ​ເຣຍ.

​ເຂດ​ດັ່ງກ່າວ​ເປັນ​ພຽງ​ດ່ານ​ຂ້າມ​ແຫ່ງ​ດຽວ​ເທົ່າ​ນັ້ນ ລະຫວ່ງຊີ​ເຣຍ ​
ແລະ​ອີສຣາ​ແອ​ລ ​ແລະ​ກໍ​ມີ​ການ​ລາດຕະ​ເວນ​ ໂດຍກໍາລັງ​ຮັກສາ​
ສັນຕິພາບ​ສະຫະ​ປະຊາຊາດ. ໂຄສົກ​ຄົນ​ນຶ່ງປະ​ຈໍາ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອອສ​ເຕຣຍ
​ເວົ້າ​ວ່າ ກໍາລັງ​ຮັກສາ​ສັນຕິພາບ​ໄດ້​ຖອນ​ອອກ​ຈາກເຂດ​ດ່ານ​ຂ້າມ​ຊາຍ ແດນ ​ແລະ​ບໍ່​ມີ​ໃຜ​ໄດ້​ຮັບ​ອັນຕະລາຍ.

ກໍາລັງ​ຂອງ​ຢູແອັນ ​ໄດ້​ທໍາ​ການ​ລາດຕະ​ເວນ​ຢູ່​ເຂດ​ຢຸດ​ຍິງລະຫວ່າງ​ຊີ​ເຣຍ ​ແລະ​ເຂດ
ຍຶດຄອງຂອງ​ອີສຣາ​ແອ​ລໃນ​ບໍລິ​ເວນ​ພູ​ພຽງ Golan ມາ​ເປັນ​ເວລາຫຼາຍສິບປີ.

​ເມື່ອ​ເດືອນແລ້ວນີ້ ກຸ່ມ​ຕໍ່ຕ້ານ​ຊີ​ເຣຍກຸ່ມ​ນຶ່ງ ​ໄດ້​ກັກ​ຕົວ​ກໍາລັງ​ຮັກສາ​ສັນຕິພາບ​ສີ່​ຄົນ ​
ໄວ້​ເປັນ​ເວລາຫຼາຍມື້ກ່ອນ​ຈະ​ປ່ອຍພວກ​ເຂົາ​ເຈົ້າ​ໄປ.



ຂະນະ​ດຽວ​ກັນ ສະຫະລັດ​ກໍາລັງ​ຮຽກຮ້ອງໃຫ້ອີຣ່ານ ​ແລະ​ກຸ່ມຫົວ​ຮຸນ​ແຮງ Hezbollah ​
ໃນ​ເລ​ບາ​ນອນ ໃຫ້​ຖອນ​ພວກ​ນັກ​ລົບ​ຂອງ​ພວກ​ເຂົາ​ເຈົ້າອອກ​ຈາກ​ຊີ​ເຣຍ ​ໂດຍກ່າວ​ວ່າ
ກອງທັບ​ຊີ​ເຣຍ​ແມ່ນ​ເພິ່ງ​ພາໃນ​ການ ​ໂຈມ​ຕີທັງ​ສອງ​ຄັ້ງ ເພື່ອ​ຍຶດເອົາ​ເມືອງ Qusair ຄືນ.

ກໍາລັງ​ນິຍົມ​ລັດຖະບານ​ຊີ​ເຣຍ ​ໄດ້ເຂົ້າຍຶດ​ເມືອງ Qusair ​ໄດ້​ເມື່ອ​ວັນ​ພຸດ​ວານ​ນີ້ ຫຼັງຈາກ​
ການ​ບຸກ​ໂຈມ​ຕີ​ເປັນ​ເວລາ​ເກືອບ​ສາມ​ອາທິດ​ເພື່ອ​ຂັບ​ໄລ່​ກຸ່ມ​ຕໍ່ຕ້ານ​ປະທານາທິບໍດີ Bashar
al-Assad. ກຸ່ມ​ຕໍ່ຕ້ານ​ຊີ​ເຣຍ ​ໄດ້​ຍຶດຄອງ​ເມືອງ​ດັ່ງກ່າວ ​ເປັນ​ເວລາຫຼາຍກວ່າ​ນຶ່ງ​ປີ.

ທໍານຽບຂາວ​ປະນາມ​ການ​ໂຈມຕີຄັ້ງນີ້ ​ໂດຍ​ກ່າວ​ວ່າ ມັນ​ເປັນ​ທີ່​ຊັດ​ເຈນວ່າ ​ກໍາລັງ​ທະຫານ​
ຂອງ​ທ່ານ Assad ນັ້ນ ​ບໍ່​ສາມາດ​ຍຶດ​ເອົາ​ເມືອງ Qusair ​ໂດຍ​ລໍາພັງ​ໄດ້. ທໍານຽບຂາວ​
ຍັງ​ເວົ້າ​ອີກ​ວ່າ ທັງ​ສອງ​ຝ່າຍ ​ທີ່​ມີ​ຂໍ້​ຂັດແຍ້​ງ ກັນ​ນັ້ນ ​ຈະ​ຕ້ອງ​ອະນຸຍາດ​ໃຫ້​ບັນດາ​ອົງການ
​ເພື່ອ​ມະນຸດສະ​ທໍາ​ຕ່າງໆ​ ສາ ມາດ​ເຂົ້າ​ໄປ​ເພື່ອ​ຍົກຍ້າຍແລະ​ປິ່ນປົວ​ພວກທີ່​ໄດ້​ຮັບ​ບາດ​
ເຈັບ​ໃນຕົວ​ເມືອງ Qusair ນັ້ນ.

ວີດີໂອທີ່ກ່ຽວຂ້ອງ:

US Analysts: Qusair Capture Bolsters Assad Regime
please wait

No media source currently available

0:00 0:02:45 0:00
ລິງໂດຍກົງ




XS
SM
MD
LG