ສະຫະລັດ ກ່າວວ່າ ມັນມີສັນຍານທີ່ວ່າ ລະບອບການປົກຄອງຂອງທ່ານ ບາຊາ ອາລ
ອາຊາດ ໃນ ຊີເຣຍ ອາດໄດ້ໃຊ້ອາວຸດເຄມີອີກຄັ້ງ ແລະ ເຂົາເຈົ້າໄດ້ເຕືອນໃຫ້ ຊີເຣຍ
ຢຸດມັນ.
ກະຊວງການຕ່າງປະເທດ ສະຫະລັດ ໄດ້ກ່າວໃນວັນອັງຄານວານນີ້ວ່າ ເຂົາເຈົ້າເຊື່ອ
ວ່າກອງກຳລັງ ຊີເຣຍ ໄດ້ຢູ່ເບື້ອງຫຼັງການກ່າວຫາ ກ່ຽວກັບ ການໂຈມຕີດ້ວຍແກັສພິດ
ຄລໍຣີນ ຢູ່ພາກຕາເວັນຕົກສຽງເໜືອຂອງ ຊີເຣຍ ໃນວັນອາທິດທີ່ຜ່ານມາ.
ໂຄສົກຍິງຄົນນຶ່ງໄດ້ກ່າວວ່າ ບັນດາເຈົ້າໜ້າທີ່ກຳລັງເກັບກຳຂໍ້ມູນ ກ່ຽວກັບ ການໂຈມ
ຕີທີ່ມີການສົງໄສນັ້ນ, ແຕ່ໄດ້ກ່າວວ່າ “ຖ້າລັດຖະບານຂອງທ່ານ ອາຊາດ ໄດ້ໃຊ້ອາວຸດ
ເຄມີ, ສະຫະລັດ ແລະ ພັນທະມິດຂອງພວກເຮົາຈະຕອບໂຕ້ຢ່າງວ່ອງໄວ ແລະ ຢ່າງ
ເໝາະສົມ.”
ທ່ານນາງກ່າວວ່າ ການໂຈມຕີດັ່ງກ່າວຈະເປັນສ່ວນນຶ່ງ ຂອງການຕໍ່ສູ້ທີ່ຮຸນແຮງ ທີ່ໄດ້
ລະເມີດຂໍ້ຕົກລົງຢຸດຍິງ ເພື່ອປົກປ້ອງພົນລະເຮືອນຫຼາຍລ້ານຄົນ ໃນຂົງເຂດ ອິດລິບ,
ທຳລາຍສະຖານທີ່ສາທາລະນະສຸກ, ໂຮງຮຽນ, ບ້ານເຮືອນ ແລະ ສູນອົບພະຍົບ.
ສະຫະລັດ ກ່າວວ່າ ຊີເຣຍ ແລະ ຣັດເຊຍ ທີ່ເປັນພັນທະມິດຂອງເຂົາເຈົ້າ ເຄີຍມີປະ
ຫວັດ ກ່ຽວກັບ ການຖິ້ມໂທດ ການໂຈມຕີດ້ວຍອາວຸດເຄມີໃສ່ພວກກະບົດ.
ທ່ານນາງໄດ້ກ່າວວ່າ “ຂໍ້ເທັດຈິງແມ່ນກະຈ່າງແຈ້ງ ລະບອບການປົກຄອງ ອາຊາດ
ເອງ ໄດ້ດຳເນີນການໂຈມຕີດ້ວຍອາວຸດເຄມີທີ່ຖືກຢືນຢັນ ໃນປະເທດ ຊີເຣຍ ເກືອບ
ວ່າທຸກຄັ້ງ. ຄວາມຜິດໃນການໂຈມຕີດ້ວຍອາວຸດເຄມີ ທີ່ໂຫດຮ້າຍຂອງລະບອບ
ການປົກຄອງ ອາຊາດ ແມ່ນບໍ່ສາມາດປະຕິເສດໄດ້.”
ທາງລັດຖະບານ ຊີເຣຍ ບໍ່ໄດ້ໃຫ້ຄຳເຫັນໃດໆ ກ່ຽວກັບ ການກ່າວຫາຂອງ ສະຫະລັດ.
ສະຫະລັດ ໄດ້ຖິ້ມລະເບີດໃສ່ ຊີເຣຍ ສອງຄັ້ງ ໃນການຕອບໂຕ້ຕໍ່ການໃຊ້ແກັສພິດຕໍ່
ພົນລະເຮືອນນັ້ນ.