ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຮືອບິນ ອິສຣາແອລ ໂຈມຕີ ຄັງອາວຸດ ໃນຊີເຣຍ


ທະຫານອິສຣາແອລ ຢຶນຢູ່ຕິດກັບລົດເຂົາເຈົ້າ ໃນບໍລິເວນຊາຍແດນ ທີ່ຕິດກັບເລບານອນ (4 ພຶດສະພາ 2013)
ທະຫານອິສຣາແອລ ຢຶນຢູ່ຕິດກັບລົດເຂົາເຈົ້າ ໃນບໍລິເວນຊາຍແດນ ທີ່ຕິດກັບເລບານອນ (4 ພຶດສະພາ 2013)
ແຫຼ່ງຂ່າວໃນອິສຣາແອລ ໃຫ້ການຢືນຢັນວ່າ ກອງທັບອາກາດ
ຂອງປະເທດດັ່ງກ່າວໄດ້ທຳການໂຈມຕີໃນປະເທດຊີເຣຍຕໍ່ອັນ ທີ່ເຊື່ອກັນວ່າເປັນຄັງອາວຸດທີ່ຈະສົ່ງໄປໃຫ້ກຸ່ມຫົວຮຸນແຮງ Hez-
bollah ໃນເລບານອນ.

ບໍ່ມີຖະແຫຼງການທີ່ເປັນທາງການໃດໆ ກ່ຽວກັບການໂຈມຕີດັ່ງ
ກ່າວຈາກລັດຖະບານອິສຣາແອລ.

ເຈົ້າໜ້າທີ່ສະຫະລັດກ່າວຕໍ່ອົງການຂ່າວຕ່າງໆໃນແລງວັນສຸກ
ວານນີ້ວ່າ ການ ໂຈມຕີດັ່ງກ່າວມີຂຶ້ນໃນຕອນເດິກຂອງຄືນວັນ
ພະຫັດ ຫຼືໃນຕອນເຊົ້າຂອງມື້ວັນສຸກວານນີ້. ລາຍງານເວົ້າວ່າ ບໍ່ມີຮ່ອງຮອຍໃດໆສະແດງໃຫ້ເຫັນວ່າເຮືອບິນລົບຂອງອິສຣາແອລໄດ້ບິນເຂົ້າໄປໃນເຂດ ນ່ານຟ້າຂອງຊີເຣຍ.

ເຈົ້າໜ້າທີ່ສະຫະລັດໄດ້ກ່າວຕໍ່ພວກນັກຂ່າວແບບຂໍສະຫງວນຊື່. ລັດຖະບານສະຫະລັດບໍ່ ໄດ້ໃຫ້ຄວາມເຫັນຢ່າງເປັນທາງການໃດໆ ກ່ຽວກັບລາຍງານຂ່າວດັ່ງກ່າວນີ້.

ອົງການຂ່າວທາງອິນເຕີແນັດ Politico ໄດ້ອ້າງຄຳເວົ້າ ຂອງສະມາຊິກສະພາສູງ Lind-
say Graham ຊຶ່ງສັງກັດຢູ່ໃນຄະນະກຳມາທິການກອງທັບຂອງສະພາສູງສະຫະລັດ ທີ່ ກ່າວຕໍ່ແຂກຜູ້ມີກຽດໃນງານລ້ຽງຫາລາຍໄດ້ຂອງພັກຣີພັບບລີກັນວ່າ ອິສຣາແອລໄດ້ຖິ້ມ ລະເບີດໂຈມຕີຊີເຣຍໃນມື້ນັ້ນ. ທ່ານບໍ່ໄດ້ກ່າວຫຍັງ ຫຼາຍໄປກວ່ານີ້.

ຖ້າຫາກໄດ້ຮັບການຢືນຢັນ ນີ້ແມ່ນເທື່ອທີສອງ ທີ່ອິສຣາແອລ ໄດ້ທຳການໂຈມຕີທາງອາ ກາດຕໍ່ຊີເຣຍພາຍໃນປີນີ້. ເມື່ອໄວໆມານີ້ອິສຣາແອລກ່າວວ່າ ໃນເດືອນມັງກອນຜ່ານມາ ຕົນໄດ້ທຳການໂຈມຕີ ຂະບວນລົດລຳລຽງອາວຸດຢູ່ໃນຊີເຣຍ ຊຶ່ງຄິດກັນວ່າ ກຳລັງສົ່ງໄປ ໃຫ້ພວກຫົວຮຸນແຮງ Hezbollah ໃນເລບານອນ.
XS
SM
MD
LG