ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງ​ກຳ​ລັງ ປະ​ຊາ​ທິ​ປະ​ໄຕ ຊີ​ເຣຍ ເຕືອນ​ພວກ​ລັດ ອິ​ສ​ລາມ ໃຫ້​ຍອມ​ແພ້ ຫຼື ຕາຍ


ລົດ​ ຮຳ​ວີ ຂັບ​ຜ່ານ​ບ້ານ​ແຫ່ງ​ນຶ່ງ ທີ່​ຖືກ​ຍຶດ​ຄືນ ​ຈາ​ກ​ພວກ​ຫົວ​ຮຸນ​ແຮງ​ລັດ​ອິ​ສ​ລາມ ເມື່ອບໍ່​ດົນ​ມາ​ນີ້ ໂດຍກອງ​ກຳ​ລັງ​ປະ​ຊາ​ທິ​ປະ​ໄຕ ຊີ​ເຣຍ ທີ່​ໄດ້​ຮັບ​ການ​ໜູນ​ລັງ ​ຈາກ ສະ​ຫະ​ລັດ ໃກ້​ກັບ​ບ້ານ ບາ​ກຸ​ສ. 17 ກຸມ​ພາ, 2019.
ລົດ​ ຮຳ​ວີ ຂັບ​ຜ່ານ​ບ້ານ​ແຫ່ງ​ນຶ່ງ ທີ່​ຖືກ​ຍຶດ​ຄືນ ​ຈາ​ກ​ພວກ​ຫົວ​ຮຸນ​ແຮງ​ລັດ​ອິ​ສ​ລາມ ເມື່ອບໍ່​ດົນ​ມາ​ນີ້ ໂດຍກອງ​ກຳ​ລັງ​ປະ​ຊາ​ທິ​ປະ​ໄຕ ຊີ​ເຣຍ ທີ່​ໄດ້​ຮັບ​ການ​ໜູນ​ລັງ ​ຈາກ ສະ​ຫະ​ລັດ ໃກ້​ກັບ​ບ້ານ ບາ​ກຸ​ສ. 17 ກຸມ​ພາ, 2019.

ທະ​ຫານ​ບ້ານ​ທີ່​ໄດ້​ຮັບ​ການ​ໜູນຫຼັງ​ໂດຍ ສະ​ຫະ​ລັດ ໃນ ຊີ​ເຣຍ ໄດ້​ເຕືອນ​ພວກ​ນັກ​ຮົບ​
ລັດອິສລາມ ຈຸສຸດທ້າຍທີ່ຍັງເຫຼືອຢູ່ໃຫ້ຍອມຈຳນົນ ຫຼື ຕາຍ.

ລົດ​ບັນ​ທຸກຫຼາຍ​ສິບ​ຄັນ​ໄດ້​ປາ​ກົດ​ຕົວ​ຢູ່​ເຂດນອກ​ຂອງ​ບ້ານ ບາ​ກຸ​ສ ໃນ​ວັນ​ອັງ​ຄານ
ວານນີ້ ເພື່ອອົບພະຍົບນັກຮົບລັດອິສລາມ ຜູ້ທີ່ໄດ້ຕັດສິນໃຈຍອມແພ້, ພ້ອມກັບຄອບ
ຄົວຂອງພວກເຂົາ.

ກອງ​ກຳ​ລັງ​ປະ​ຊາທິ​ປະ​ໄຕ​ ຊີ​ເຣຍ ນຳພາໂດຍ​ຊາວ ເຄີດ ໄດ້​ກ່າວ​ວ່າ ເຂົາ​ເຈົ້າ​ຈະ​ທຳ​
ການໂຈມຕີ ຫຼັງຈາກພວກພົນລະເຮືອນຖືກຍົກຍ້າຍອອກໄປແລ້ວ.

ແຕ່​ບັນ​ດາ​ເຈົ້າ​ໜ້າ​ທີ່​ສິດ​ທິ​ມະ​ນຸດ​ອົງ​ການ ສະ​ຫະ​ປະ​ຊາ​ຊາດ ໄດ້​ກ່າວ​ວ່າ ເຂົາ​ເຈົ້າ​
ເປັນຫ່ວງ ກ່ຽວກັບ ປະມານ 200 ຄອບຄົວທີ່ລີ້ຢູ່ໃນບ້ານ ບາກຸສ. ເຂົາເຈົ້າເວົ້າວ່າ
ພວກນັກຮົບ IS ໄດ້ຫາທາງປ້ອງກັນພວກແມ່ຍິງ ແລະເດັກນ້ອຍ ​ບໍ່​ໃຫ້ໜີ​ອອກ​ໄປ​.

ປະ​ຊາ​ຊົນຫຼາຍ​ພັນ​ຄົນ​, ລວມ​ທັງ​ພົນ​ລະ​ເຮືອນ ແລະ ພວກ​ນັກ​ຮົບ​ທີ່​ຖືກ​ສົງ​ໄສ ວ່າ​ເປັນ
ຊາວຕ່າງຊາດບາງຄົນ ຜູ້ທີ່ໄດ້ເຂົ້າຮ່ວມກຸ່ມ IS ນັ້ນ, ໄດ້ຫຼັ່ງໄຫຼອອກຈາກບ້ານ ບາກຸສ
ໃນສອງສາມອາທິດທີ່ຜ່ານມາ.

ລັດ​ຖະ​ບານ​ທ່ານ ທ​ຣຳ ຢາກ​ໃຫ້​ບັນ​ດາ​ປະ​ເທດ​ໃນ ຢູ​ໂຣບ ຮັບ​ເອົາ​ພວກ​ນັກ​ຮົບ​ຂອງ
ພວກເຂົາເຈົ້າ ຜູ້ທີ່ໄດ້ຫຼົບໜີອອກຈາກບ້ານເກີດ ເພື່ອໄປຮ່ວມກັບພວກຫົວຮຸນແຮງ
ດັ່ງກ່າວ.

ອັງ​ກິດ​ ໄດ້​ປະ​ຕິ​ເສດ ແລະ ໄດ້​ຖອນ​ສັນ​ຊາດ​ຂອງ​ພວກ​ເຂົາ. ຝ​ຣັ່ງ ກໍ​ໄດ້​ສະ​ແດງ​ຄວາມ
ກະຕືລືລົ້ນພຽງໜ້ອຍດຽວ ສຳລັບການຮັບເອົາອະດີດພວກນັກຮົບ ລັດອິສລາມກັບຄືນ.

ກອງ​ກຳ​ລັງຊາວ ເຄີດ ຜູ້​ທີ່​ໄດ້​ຕໍ່​ສູ້​ກັບ​ພວກ IS ດ້ວຍ​ການ​ສະ​ໜັບ​ສະ​ໜູນ​ຂອງ​ກອງ​ກຳ​
ລັງ ສະຫະລັດ ນັ້ນໄດ້ກ່າວວ່າ ເຂົາເຈົ້າຄາດວ່າຈະເອົາຊະນະພວກ IS ໄດ້ທັງໝົດ
ພາຍໃນທ້າຍອາທິດນີ້.

ນັກ​ຮົບ​ອາ​ວຸ​ໂສ​ຊາວ​ເຄີດ​ໄດ້​ກ່າວ​ໃນ​ວັນ​ອັງ​ຄານ​ວານນີ້​ວ່າ “ໃນ​ສອງ​ສາມ​ວັນ​ຂ້າງ​ໜ້າ,
ພວກເຮົາຈະປະກາດໄຊຊະນະຄັ້ງໃຫຍ່ ຕໍ່ອົງການກໍ່ການຮ້າຍທີ່ໃຫຍ່ທີ່ສຸດ ທີ່ໄດ້ເຮັດ
ສົງຄາມຢູ່ໃນໂລກ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG