ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສຫລ ເຕືອນ ຊີເຣຍ ບໍ່ໃຫ້ ລ່ວງເຂົ້າໄປ ໃນ ເຂດຫຼຸດຜ່ອນ ຄວາມເຄັ່ງຕຶງ


ເຂດພາກຕາເວັນຕົກສຽງໃຕ້ ຂອງຊີເຣຍ
ເຂດພາກຕາເວັນຕົກສຽງໃຕ້ ຂອງຊີເຣຍ

ກະຊວງການຕ່າງປະເທດສະຫະລັດ ກ່າວວ່າ ສະຫະລັດຈະເອົາ “ມາດຕະການທີ່ໜັກ
ແໜ້ນ ແລະເໝາະສົມ” ໃນການຕອບໂຕ້ ຕໍ່ການລ່ວງລະເມີດໃດໆ ຂອງລັດຖະບານຊີ
ເຣຍ ຢູ່ໃນບໍລິເວນພາກຕາເວັນຕົກສຽງໃຕ້ຂອງຊີເຣຍທີ່ຢູ່ໃນເຂດຫຼຸດຜ່ອນຄວາມເຄັ່ງ
ຕຶງລົງນັ້ນ.

ຂໍ້ຕົກລົງຫລຸດຜ່ອນຄວາມເຄັ່ງຕຶງ ໄດ້ມີການເຈລະຈາກັນເມື່ອປີກາຍ ໂດຍສະຫະລັດ
ຈໍແດັນ ແລະຣັດເຊຍ.

ທ່ານນາງແຮດເທີ ນາວເອີດ ກ່າວຢູ່ໃນຖະແຫຼງການສະບັບນຶ່ງ ໃນຕອນແລງວັນພະ
ຫັດ ວານນີ້ວ່າ ຂໍ້ຕົກລົງຫລຸດຜ່ອນຄວາມເຄັ່ງຕຶງ ແລະການຢຸດຍິງນັ້ນ ເປັນຂໍ້ລິເລີ້ມ
ຂອງປະທານາທິບໍດີສະຫະລັດທ່ານດໍໂນລ ທຣຳ ແລະປະທານາທິບໍດີຣັດເຊຍທ່ານ
ວລາດີເມຍ ປູຕິນ “ເພື່ອຫລຸດຜ່ອນບັນຫາຂັດແຍ້ງຢູ່ໃນຊີເຣຍ ເພື່ອຊ່ອຍຊີວິດ ແລະ
ສ້າງເງື່ອນໄຂສຳລັບໃຫ້ພວກອົບພະຍົບໄດ້ກັບຄືນໄປບ້ານເຮືອນຂອງພວກເຂົາເຈົ້າ ດ້ວຍຄວາມປອດໄພ ແລະຄວາມສະໝັກໃຈ.”

ທ່ານນາງນາວເອີດ ກ່າວຕື່ມວ່າ “ການບຸກໂຈມຕີ ຂອງອຳນາດການປົກຄອງຊີເຣຍ
ເຂົ້າໄປໃນເຂດຢຸດຍິງນັ້ນ ຈະເປັນການລ່ວງລະເມີດ ຕໍ່ຂໍ້ລິເລີ້ມເຫຼົ່ານີ້.”

ທ່ານນາງນາວເອີດກ່າວວ່າ ສະຫະລັດ “ຈະສືບຕໍ່ໃຫ້ຄວາມໝັ້ນໝາຍ ເພື່ອຮັກສາ
ສະຖຽນລະພາບ ຢູ່ໃນເຂດຫລຸດຜ່ອນຄວາມເຄັ່ງຕຶງ ທາງພາກຕາເວັນຕົກສຽງໃຕ້
ແລະການຢຸດຍິງ ທີ່ໃຫ້ການຄ້ຳຈຸນນັ້ນ.”

ເຂດຫລຸດຜ່ອນຄວາມເຄັ່ງຕຶງແມ່ນຕັ້ງຢູ່ຕິດກັບປະເທດຈໍແດັນ ແລະເຂດຢຶດຄອງພູ
ພຽງໂກລານ ຂອງອິສຣາແອລ. ເຂດດັ່ງກ່າວແມ່ນເປັນສ່ວນນຶ່ງຂອງຊີເຣຍທີ່ລັດຖະ
ບານທ່ານບາຊາ ອາລ-ອາຊາດ ຍັງຄວບຄຸມບໍ່ໄດ້ເທື່ອ.

ທ່ານນາງນາວເອີດ ກ່າວວ່າ “ການຢຸດຍິງຕ້ອງໄດ້ຮັບການຈັດຕັ້ງປະຕິບັດ ແລະການ ເຄົາລົບຕໍ່ໄປ” ແລະກໍຮຽກຮ້ອງໃຫ້ຣັດເຊຍ ຊຶ່ງເປັນປະເທດ “ສະມາຊິກຖາວອນຂອງ
ສະພາຄວາມໝັ້ນຄົງສະຫະປະຊາຊາດໃຊ້ອິດທິພົນທາງການທູດແລະການທະຫານ
ຂອງຕົນບັງຄັບໃຫ້ລັດຖະບານຊີເຣຍຢຸດເຊົາການໂຈມຕີ ແລະບັງຄັບໃຫ້ລັດຖະບານ ເຊົາການບຸກໂຈມຕີທາງທະຫານຕື່ມອີກ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG