ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຕຳຫຼວດອັງກິດ ຈັບໄວລຸ້ນ 2 ຄົນທີ່ມີສ່ວນກ່ຽວຂ້ອງ ກັບການປະເຊີນໜ້າກັນ ຢູ່ທີ່ໂບດຊາວຢິວໃນ ສະຫະລັດ


ເຈົ້າໜ້າທີ່ຂອງອົງການ FBI ກຳລັງດຳເນີນຂັ້ນຕອນການເກັບກຳຫຼັກຖານ ຢູ່ທີ່ດ້ານນອກໂບດ Congregation Beth Israel, ວັນທີ 16 ມັງກອນ 2022, ໃນເມືອງຄອລລີວີລ ຂອງລັດເທັກຊັສ, ບ່ອນທີ່ຊາຍຄົນນຶ່ງ ຈັບຄົນເປັນໂຕປະກັນ ທີ່ແກ່ຍາວເປັນເວລາຫຼາຍກວ່າ 10 ຊົ່ວໂມງ ຕັ້ງແຕ່ວັນເສົາ.
ເຈົ້າໜ້າທີ່ຂອງອົງການ FBI ກຳລັງດຳເນີນຂັ້ນຕອນການເກັບກຳຫຼັກຖານ ຢູ່ທີ່ດ້ານນອກໂບດ Congregation Beth Israel, ວັນທີ 16 ມັງກອນ 2022, ໃນເມືອງຄອລລີວີລ ຂອງລັດເທັກຊັສ, ບ່ອນທີ່ຊາຍຄົນນຶ່ງ ຈັບຄົນເປັນໂຕປະກັນ ທີ່ແກ່ຍາວເປັນເວລາຫຼາຍກວ່າ 10 ຊົ່ວໂມງ ຕັ້ງແຕ່ວັນເສົາ.

ຕຳຫຼວດໃນອັງກິດ ໄດ້ປະກາດເມື່ອຕອນແລງວັນອາທິດວານນີ້ວ່າ ມີການຈັບກຸມສອງຄົນທີ່ມີສ່ວນກ່ຽວຂ້ອງກັບການສືບສວນຂອງການຈັບຕົວປະກັນຢູ່ໂບດຊາວຢິວແຫ່ງນຶ່ງໃນລັດ ເທັກຊັສ ຂອງ ສະຫະລັດ.

ຕຳຫຼວດເຂດເມືອງແມນແຊັສເຕີ ໄດ້ກ່າວໃນຖະແຫລງການວ່າ ບັນດາເຈົ້າໜ້າທີ່ຕຳຫຼວດຕໍ່ຕ້ານການກໍ່ການຮ້າຍ ໄດ້ກັກຕົວໄວລຸ້ນສອງຄົນຢູ່ໃນເຂດແມນແຊັສເຕີຕອນໃຕ້ ແລະວ່າພວກເຂົາຍັງຢູ່ໃນການຄຸມຕົວເພື່ອການສອບປາກຄຳ. ບໍ່ມີລາຍລະອຽດຕື່ມກ່ຽວກັບຂໍ້ກ່າວຫາໃດໆທີ່ອາດເປັນໄປໄດ້.

ທາງການຂອງ ສະຫະລັດ ໃນຕອນເຊົ້າຂອງວັນອາທິດວານນີ້ ໄດ້ລະບຸໂຕ ທ້າວ ມາລິກ ຟາຍຊາລ ອັກຄຣາມ (Malik Faisal Akram) ອາຍຸ 44 ປີ ພົນລະເມືອງອັງກິດ ເປັນຊາຍຜູ້ທີ່ໄດ້ຈັບ 4 ຄົນເປັນໂຕປະກັນ ຢູ່ທີ່ໂບດຊື່ວ່າ Congregation Beth Israel ຕັ້ງຢູ່ໃກ້ກັບເມືອງຟອດ ໂວຣຕ໌ (Fort Worth) ຂອງລັດເທັກຊັສ.

ການປະເຊີນໜ້າກັນໄດ້ແກ່ຍາວອອກໄປເປັນເວລາ 10 ຊົ່ວໂມງ ກ່ອນທີ່ໜ່ວຍກອມມັງໂດປະຕິບັດກົດໝາຍ ໄດ້ບຸກເຂົ້າໄປໃນຕຶກຂອງໂບດດັ່ງກ່າວ. ພວກຕົວປະກັນທັງໝົດໄດ້ຖືກປ່ອຍໂຕ ແລະທີມຕິດອາວຸດຍຸດທະສາດຂອງອົງການສັນຕິບານກາງ FBI ໄດ້ຍິງສັງຫານທ້າວ ອັກຄຣາມ.

ປະທານາທິບໍດີ ສະຫະລັດ ໂຈ ໄບເດັນ ໄດ້ຍົກຍ້ອງວ່າ “ວຽກງານທີ່ມີຄວາມກ້າຫານ” ຂອງບັນດາເຈົ້າໜ້າທີ່ປະຕິບັດກົດໝາຍ ແລະໄດ້ກ່າວວ່າ ການຕໍ່ຕ້ານຊາວຢິວ ທີ່ສະແດງໃຫ້ເຫັນໂດຍການໂຈມຕີນັ້ນ ແມ່ນຈະບໍ່ຖືກຍອມຮັບໄດ້.

ທ່ານ ໄບເດັນ ໄດ້ເວົ້າວ່າ “ພວກເຮົາຈະຮູ້ຕື່ມອີກໃນບໍ່ເທົ່າໃດວັນຂ້າງໜ້ານີ້ ກ່ຽວກັບແຮງຈູງໃຈຂອງຜູ້ຈັບຄົນເປັນຕົວປະກັນນັ້ນ. ແຕ່ໃຫ້ຮູ້ເປັນທີ່ຈະແຈ້ງວ່າ ຜູ້ໃດກໍຕາມທີ່ປະສົງເຜີຍແຜ່ຄວາມກຽດຊັງ -- ພວກເຮົາຈະຄັດຄ້ານການຕໍ່ຕ້ານຊາວຢິວ ແລະລັດທິຫົວຮຸນແຮງ ຢູ່ໃນປະເທດແຫ່ງນີ້.”

ອົງການສັນຕິບານກາງ FBI ໄດ້ກ່າວໃນຖະແຫລງການວ່າ ບໍ່ມີສິ່ງທີ່ບົ່ງບອກວ່າ ມີຜູ້ອື່ນໃດອີກ ທີ່ພົວພັນໃນການໂຈມຕີ ແຕ່ອົງການນີ້ ບໍ່ໄດ້ໃຫ້ເຫດຜົນສຳລັບແຮງຈູງໃຈທີ່ອາດເປັນໄປໄດ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG