ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສ​ຫລ ກ່າວ​ວ່າ ການ​ລົງ​ຈາກອຳ​ນາດ​ ຂອງ​ ທ. ​ມາ​ດູ​ໂຣ ບໍ່​ແມ່ນ​ເປັນ ການ​ລົງ​ໂທດ ຕໍ່​ທ່ານ​ເລີຍ


ປະ​ທ​າ​ນາ​ທິ​ບໍ​ດີ​ເວ​ເນ​ຊູ​ເອ​ລາ ທ່ານ​ນິ​ໂກ​ລັສ ມາ​ດູ​ໂຣ ນຳ​ພາ​ການ​ປະ​ທ້ວງ ​ປະ​ນາມການລົງ​ໂທດ​ເສດ​ຖະ​ກິດ ຂອງປະ​ທາ​ນາ​ທິບໍ​ດີ​ດໍ​ໂນ​ລ ທ​ຣຳ ທີ່​ນະ​ຄອນ​ກາ​ຣາ​ກັ​ສ​ຂອງ ເວ​ເລຊູ​ເອ​ລາ, ວັນ​ທີ 10 ສິງ​ຫາ 2019.
ປະ​ທ​າ​ນາ​ທິ​ບໍ​ດີ​ເວ​ເນ​ຊູ​ເອ​ລາ ທ່ານ​ນິ​ໂກ​ລັສ ມາ​ດູ​ໂຣ ນຳ​ພາ​ການ​ປະ​ທ້ວງ ​ປະ​ນາມການລົງ​ໂທດ​ເສດ​ຖະ​ກິດ ຂອງປະ​ທາ​ນາ​ທິບໍ​ດີ​ດໍ​ໂນ​ລ ທ​ຣຳ ທີ່​ນະ​ຄອນ​ກາ​ຣາ​ກັ​ສ​ຂອງ ເວ​ເລຊູ​ເອ​ລາ, ວັນ​ທີ 10 ສິງ​ຫາ 2019.

ທູດ​ພິ​ເສ​ດຕ​າງ​ໜ້າ​ໃຫ້ສະ​ຫະ​ລັດຢູ່ເວ​ເນ​ຊູ​ເອ​ລາ ທ່ານ​ອິ​ລີ​ອັອດ ເອແບ​ຣມ​ສ໌ ໄດ້​ກ່າວ​ຕໍ່
​ບັນ​ດາ​ນັກ​ຂ່າວ​ວ່າ ອາ​ເມ​ຣິ​ກາ “ພ້ອມ​ແລ້ວ​ທີ່​ຈ​ະ​ທຳ​ການປ່ຽນ​ແປງ​ຢູ່ໃນເວ​ເນ​ຊູ​ເອ​ລ​າ”
ແລະການ​ທີ່​ປະ​ທາ​ນາ​ທິບໍ​ດີນິ​ໂກ​ລັ​ສ ມາ​ດູ​ໂຣ ທີ່​ດີ້ນ​ຮົນ​ຕໍ່​ສູ້​ຢູ່ນັ້ນລົງ​ຈາກ​ອຳ​ນາດໄປ
​ແມ່ນເປັນ​ພາກ​ສ່ວ​ສຳ​ຄັນທີ່​ຈະ​ເຮັດ​ໃຫ້​ປ​ະ​ເທດ​ສາ​ມາດກ້າວ​ໄປ​ຫາ​ການ​ເລືອກ​ຕັ້ງ​ຢ່າງ
ເສ​ລີ ແລະ​ຂ້າມ​ຜ່ານໄປ​ຫາ​ປະ​ຊາ​ທິ​ປະ​ໄຕໄດ້. ແຕ່​ວ່າ​ທ່ານ​ເອ​ແບ​ຣມສ໌ ໄດ້​ເນັ້ນ​ໜັກ​ວ່າ
“ນີ້​ບໍ່ແມ່ນການ​ລົງ​ໂທດ ນີ້​ບໍ່​ແມ່ນ​ການ​ແກ້​ແຄ້ນ ແລະ​ພວກ​ເຮົາ​ໄດ້​ພະ​ຍາ​ຍາມ​ເຮັດ​ໃຫ້
ເຂົ້າ​ໃຈ​ໃນ​ເລື້ອງນີ້​ເປັນ​ທີ່​ຈະ​ແຈ້ງ​.”

ທ່ານ​ເອແບ​ຣມ​ສ໌ ​ກ່າວ​ວ່າ ທ່ານ​ຍັງ​ບໍ່​ທັນ​ໄດ້​ເຫັນ​ຮອງຮອຍ​ໃດໆ​ ວ່າ ​ທ່ານ​ມາ​ດູ​ໂຣ ຈະ
​ຍິນ​ດີເຈ​ລະ​ຈາ​ທຳ​ການ​ປະ​ນີ​ປະ​ນອມ ໂດຍທີ່ທ່ານ​ລົງ​ຈາກ​ອຳ​ນາດດ້ວຍ​ຄວາມ​ສະ​ໝັກ​
ໃຈ. ການ​ເລືອກ​ຕັ້ງ​ໃໝ່​ປີ 2018 ຂອງ​ທ່ານ​ມາ​ດູ​ໂຣ ໄດ້ຖືກ​ຖື​ວ່າ​ບໍ່​ຖືກ​ຕ້ອງ​ຕາມ​ກົດ
​ໝາຍ​ ໂດຍ​ຫຼາຍໆ​ປະ​ເທດ​ຢູ່ຊີກ​ໂລກ​ຕາ​ເວັນ​ຕົກ. ສະ​ຫະ​ລັດ ແລະ​ຫຼາຍກວ່າ 50 ປະ
​ເທດ​ອື່ນໆ ຮັບ​ຮູ້​ຜູ້​ນຳ​ຝ່າຍ​ຄ້ານ​ທ່ານ​ຮວານ ກົວ​ອີ​ໂດ ວ່າ​ ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ຂ້າມ​ຜ່ານ
ຂອງ​ເວ​ເນ​ຊູ​ເອ​ລາ. ທ່ານ​ເອແບ​ຣມ​ສ໌ ກ່າວ​ວ່າ ການ​ເຈ​ລະ​ຈາ​ທີ່ ​ນໍ​ເວ​ ​ເປັນ​ເຈົ້າ​ພາບຈັດ​
ຂຶ້ນ ລະ​ຫວ່າງ​ບັນ​ດາ​ຜູ້​ຕາງ​ໜ້າ​ທ່ານ​ມາ​ດູ​ໂຣ ແລະ​ບັນ​ດາ​ຜູ້​ຕາງ​ໜ້າ​ທ່ານ​ກົວ​ອີ​ໂດໄດ້​
ແຕກ​ຫັກ​ລົງ ໂດຍ​ທີ່ທີມ​ຜູ້​ຕາງ​ໜ້າ​ທ່ານ​ມາ​ດູ​ໂຣ ​ກຳ​ລັງ​ຊອກ​ຫາ​ການທາງ​ໃຫ້​ແນ່​ໃຈ​ວ່າ
ທ່ານ​ມາ​ດູ​ໂຣ ຈະ​ໄດ້​ມີ​ການ​ເຈ​ລະ​ຈາ​ໃນ​ທາງ​ດີຕໍ່​ທ່ານຫລືບໍ່ ຖ້າບໍ່​ດັ່ງ​ນັ້ນ​ແລ້ວກໍ​ຈະ​ຊອກ
​ຫາ​ທາງ​ທ່ວງເວ​ລາໄວ້.

ທ່ານ​ມາ​ດູ​ໂຣ​ໄດ້​ຢືນ​ຢັນ​ວ່າ​ບັນ​ດາ​ສະ​ມາ​ຊິກ​ລັດ​ຖະ​ບານ​ຂອງ​ທ່ານ ຍັງ​ໄດ້​ຈັດ​ການ​ສົນ​
ທະ​ນາ​ກັບ​ພວກ​ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ ​ໂດຍກ່າວ​ວ່າ​ມີການ​ຕິດ​ຕໍ່​ຜ່ານ​ຫຼາຍ​ຊ່ອງ​ທາງ
​ຕ່າງໆ ໂດຍໄດ້​ຮັບ​ອະ​ນຸ​ຍາດ​ຈາກ​ທ່ານ​ໂດຍ​ກົງ.

ທ່ານ​ເອແບ​ຣມ​ສ໌ ໄດ້​ຊີ້​ໃສ່​ການ​ເປີດ​ໜ່ວຍ​ງານ​ວ່າ​ດ້ວຍ​ວຽກ​ງານ​ເວ​ເນ​ຊູ​ເອ​ລາ (VAU)
ທີ່​ຢູ່ພາຍ​ໃຕ້​ການ​ນຳ​ພາ​ຂອງ​ອຸບ​ປະ​ທູດ ​ເຈ​ມ​ສ໌ ສະ​ຕໍ​ຣີ ຢູ່​ສະ​ຖານ​ທູດ​ອາ​ເມ​ຣິ​ກາ​ໃນ​
ນະ​ຄອນໂບ​ໂກ​ຕ້າ ປະ​ເທດ​ໂຄ​ລອມ​ເບຍ ໂດຍກ່າວ​ວ່າ ສະ​ຫະ​ລັດ​ຕ້ອງ​ການ​ທີ່​ຈະກຽມ
​ພ້ອມຕໍ່​ສິ່ງ​ທີ່ໃນ​ຄຳ​ເວົ້າ​ຂອງ​ທ່ານທີ່​ວ່າ “ມື້​ທີ່​ລະ​ບອບ​ນີ້​ພັງ​ທະ​ລາຍ​ລົງ.” ທູດ​ພິ​ເສດ​
ສະ​ຫະ​ລັດເອແບ​ຣມ​ສ໌ ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ໃນ​ວັນ​ພະ​ຫັດ​ວານ​ນີ້​ວ່າ ການ​ລົງ​ໂທດ
ຂອງ ສະ​ຫະ​ລັດ​ຕໍ່​ບັນ​ດາ​ສະ​ມາ​ຊິ​ກ​ລະ​ດັບສູງ​ຂອງ​ລັດ​ຖະ​ບານທ່ານ​ມາ​ດູ​ໂຣ ຍັງສືບ​ຕໍ່
ມີ​ຜົນ​ກະ​ທົບ​ຕາມ​ທີ່​ໄດ້​ຫວັງ​ໄວ້ ແລະ​ເວົ້າ​ວ່າ ​ທ່ານ​ເຊື່ອ​ວ່າ​ເຂົາ​ເຈົ້າ​ກຳ​ລັງ​ເຫັນ​ຄວາມ​
ລຳ​ບາກ​ເພີ້ມ​ຂຶ້ນ ​ທີ່​ຈະ​ຂາຍ​ນ້ຳ​ມັນຂອງ​ຕົນ​ໃນລາ​ຄາຕາມ​ທ້ອງ​ຕະ​ຫຼາດ ແລະທຳ​ທຸ​
ລະ​ກຳດ້ານ​ການ​ເງິນ.

ອ່ານ​ຂ່າວນີ້ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG