ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສະຫະລັດ ທ້າທາຍ ຈີນ, ແລະ ສົ່ງສັນຍານ ການປ່ຽນແປງ ນະໂຍບາຍໃນ ທະເລຈີນໃຕ້


ເຮືອພິຄາດ USS Dewey (DDG 105) ປະເພດ Arleigh-burke ເດີນທາງໄປທະເລຈີນໃຕ້. 6 ພຶດສະພາ 2017.
ເຮືອພິຄາດ USS Dewey (DDG 105) ປະເພດ Arleigh-burke ເດີນທາງໄປທະເລຈີນໃຕ້. 6 ພຶດສະພາ 2017.

ລັດຖະບານ ສະຫະລັດ ກຳລັງທ້າທາຍ ຈີນ ກ່ຽວກັບ ສະຖານະທີ່ມີອຳນາດເໜືອໝູ່ຂອງ ພວກເຂົາເຈົ້າ ໃນຄວາມຂັດແຍ່ງດ້ານອະທິປະໄຕທາງນໍ້າທີ່ສຳຄັນໃນ ເອເຊຍ ຂອງ
ພວກ ເຂົາເຈົ້າ, ແຕ່ການເຄື່ອນໄຫວພວກນັ້ນ, ຫຼັງຈາກການມິດງຽບມາຫຼາຍເດືອນ, ຖືວ່າ
ເປັນການເພັ່ງເລັ່ງໃສ່ການຮັບປະກັນຄືນ ຕໍ່ບັນດາປະເທດເອເຊຍຕາເວັນອອກສຽງໃຕ້ ແທນທີ່ຈະແມ່ນການສະໜັບສະໜູນການຕໍ່ຕ້ານ ປັກກິ່ງ ຄັ້ງໃຫຍ່.

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ປ່ອຍວາງບັນຫາທະເລຈີນໃຕ້ ໃນຕະ
ຫຼອດເວລາເຄິ່ງປີໃນການດຳລົງຕຳແໜ່ງຂອງທ່ານ ໃນຂະນະທີ່ທ່ານໄດ້ພະຍາຍາມທີ່
ຈະເຂົ້າຂາກັບ ປັກກິ່ງ, ໂດຍສະເພາະການພະຍາຍາມທີ່ຈະຂໍໃຫ້ ຈີນ ຊ່ວຍເຫຼືອໃນການ
ກົດດັນການພັດທະນາລູກສອນໄຟ ແລະ ອາວຸດນິວເຄລຍໃນ ເກົາຫຼີເໜືອ.

ແຕ່ໃນວັນທີ 24 ພຶດສະພາທີ່ຜ່ານມາ, ກອງທັບເຮືອ ສະຫະລັດ ໄດ້ສົ່ງເຮືອພິຄາດໄປຢູ່
ໃກ້ໆເກາະທຽມທີ່ ຈີນ ຄອບຄອງ ໃນໝູ່ເກາະ Spratly ຂອງທະເລທີ່ມີຄວາມຂັດແຍ້ງ
ກັນນັ້ນ. ຫຼັງຈາກນັ້ນ ໃນວັນເສົາທີ່່ຜານມາ, ລັດຖະມົນຕີປ້ອງກັນປະເທດ ທ່ານ Jim
Mattis ກໍໄດ້ກ່າວໃນເຫດການຮັກສາຄວາມປອດໄພ ເອເຊຍ ປະຈຳປີ ທີ່ກອງປະຊຸມ Shangri-La ວ່າ ການກໍ່ສ້າງເກາະທຽມຂອງ ຈີນ ສຳລັບການຕິດຕັ້ງກອງທະຫານໄປ
ນັ້ນ ໄດ້ສ້າງຄວາມເສຍຫາຍຕໍ່ຄວາມໝັ້ນຄົງໃນພາກພື້ນ.

ທ່ານ Gregory Poling ຜູ້ອຳນວຍການໂຄງການ ການລິເລີ່ມຄວາມໂປ່ງໄສທາງທະເລ
ເອເຊຍ ຂອງສູນກາງຄະນະວິໄຈ ອາເມຣິກັນ ສຳລັບແຜນຍຸດທະສາດ ແລະ ການສຶກສາ
ສາກົນກ່າວວ່າ “ບັນດາພາຄີຂອງ ສະຫະລັດ ໄດ້ຫວັງທີ່ຈະເຂົ້າຮ່ວມໃນກອງປະຊຸມ
Shagri-La ເປັນເວລາຫຼາຍເດືອນ, ໃນຂະນະທີ່ມັນເປັນໂອກາດສຳລັບ ທ່ານ Mattis ທີ່ຈະຮັບປະກັນທຸກຄົນວ່າ ນະໂຍບາຍ ກ່ຽວກັບ ເອເຊຍ ບໍ່ໄດ້ສັບສົນຄືທີ່ມັນເປັນມາ,
ລວມທັງ ກ່ຽວກັບ ທະເລຈີນໃຕ້ນຳ."

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG