ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກລອຍນໍ້າມາຣາທອນຍິງ ເລີກລົ້ມ ການລອຍຂ້າມ ຊ່ອງແຄບຟລໍຣິດາ (ວີດີໂອ)


ນາງ Penny Palfrey ແມ່ຍິງໄວ 49 ປີ ທີ່ໄດ້ລອຍນໍ້າມາ ເປັນຫຼາຍກວ່າ 40 ຊົ່ວໂມງ ກ່ອນຖືກດຶງຂຶ້ນຈາກນໍ້າ
ນາງ Penny Palfrey ແມ່ຍິງໄວ 49 ປີ ທີ່ໄດ້ລອຍນໍ້າມາ ເປັນຫຼາຍກວ່າ 40 ຊົ່ວໂມງ ກ່ອນຖືກດຶງຂຶ້ນຈາກນໍ້າ

ແມ່ຍິງ​ລອຍ​ນໍ້າ​ທົນຫຼືມາ​ຣາທອນ
​ໄວກາງຄົນ ຄົນ​ນຶ່ງ ​ໄດ້​ຍຸຕິ​ຄວາມ
​ພະຍາຍາມ​ຂອງ​ລາວ​ເພື່ອ​ໃຫ້​ໄດ້
​ເປັນ​ຄົນ​ທໍາ​ອິດ​ທີ່​ສາມາດ​ລອຍ​
ຂ້າມ​ນໍ້າ ຈາກເກາະຄິວ​ບາ​ມາຍັງ
​ສະຫະລັດ ​ໂດຍ​ບໍ່ໃຊ້ກະຊັງ​ປ້ອງ
ກັນປາສະຫຼາມ.​

ໜ້າເຄືອ​ຂ່າຍ​ສັງຄົມ​ Twitter ຂອງ Penny Palfrey ​ເວົ້າ​ວ່າ ລາວຕ້ອງ​ໄດ້ຂຶ້ນ​ຈາກ​ນໍ້າ​
ໃນ​ຕອນ​ເຊົ້າວັນ​ອາທິດ​ມື້​ນີ້ ຍ້ອນ​ກະ​ແສ​ນໍ້າ​ໄຫຼ​ແຮງ​ຈາກທາງຕາ​ເວັນ​ອອກສຽງ​ໃຕ້ ທີ່
ເປັນ​ອຸບ​ປະ​ສັກ​ບໍ່ໃຫ້​ລາວ​ສາມາດລອຍ ​ຕໍ່​ໄປອີກ​ໄດ້.

​ແມ່ຍິງ​ໄວ 49 ປີ ທີ່​ມີ​ຫລານ​ແລ້ວຄົນ​ນີ້ ​ໄດ້​ລອຍ​ນໍ້າ​ມ​າ​ ​ເປັນຫຼາຍກວ່າ 40 ຊົ່ວ​ໂມງກ່ອນ
​ຖືກ​ດຶງ​ຂຶ້ນ​ຈາກ​ນໍ້າ.

ທີ​ມງານ​ຄຸ້ມ​ກັນ​ດູ​ແລ​ລາວ​ກ່າວ​ວ່າ ກ່ອນ​ໜ້າ​ນີ້​ ນາງ Palfrey ລອຍ​ນໍ້າ​ໄດ້ດີ ​ແຕ່​ກໍ​ຖືກ​
ແມງ​ກະ​ພຸ​ນຕອດຫຼາຍ​ເທື່ອ ​ແລະ​ກໍປາກົດ​ເຫັນ​ປາສະຫຼາມຊະນິດ Hammerhead ຫຼື
ຫົວ​ຄ້ອນ​ຕີ ນໍາ. ນາງ Palfrey ​ໄດ້​ໃຊ້​ເຄື່ອງອຸບ​ປະກອນ​ທີ່​ປ່ອຍກະ​ແສໄຟຟ້າອ້ອມ​ໂຕ ​
ເພື່ອໄລ່​ປາສະຫຼາມ ບໍ່​ໃຫ້​ເຂົ້າມາໃກ້.

ມາ​ຮອດ​ວັນ​ເສົາ​ວານ​ນີ້ ນາງ Palfrey ຊຶ່ງ​ເປັນ​ແມ່​ຂອງ​ລູກ​ສາມ​ຄົນ ​ແລະ​ມີຫຼານນ້ອຍ​
ສອງ​ຄົນ ລອຍ​ນໍ້າມາ​ໄດ້ຫຼາຍກວ່າ 140 ກິ​ໂລ​ແມດ ຂອງ​ໄລຍະ​ທາງ​ທັງ​ໝົດ 166 ກິ​ໂລ
​ແມດ ຈາກ​ຄິວ​ບາ ຫາ​ສະຫະລັດ​ນັ້ນ.

​ແມ່ຍິງ​ຊາວ​ອອສ​ເຕຣ​ເລຍ​ເຊື້ອ​ສາຍ​ອັງກິດຄົນ​ນີ້ ​ໄດ້ຄາດໝາຍວ່າ​ ການລອຍ​ຂ້າມຊ່ອງ
ແ​ຄບຟລໍ​ຣິດາ ທີ່ເຕັມ​ໄປ​ດ້ວຍ​ປາສະຫຼາມນັ້ນ ຈະ​ຕ້ອງ​ໃຊ້​ເວລາດົນ​ເຖິງ 50 ຊົ່ວ​ໂມງ.

ນາງ Palfrey ຢາກ​ຈະ​ທໍາລາຍ​ສະຖິຕິ​ໂລກ ສໍາລັບການ​ລອຍ​ຂ້າມນໍ້າທະ​ເລ ​ໂດຍ​ບໍ່​ຕ້ອງ
​ອາ​ໄສ​ຕົວ​ຊ່ວຍ​ໃດ​ໆ​ໄດ້​ໄກ​ທີ່​ສຸດ ຊຶ່ງ​ສະຖິຕິ​ດັ່ງກ່າວລາວໄດ້​ສ້າງ​ໄວ້​ເອງເມື່ອ​ປີຜ່ານມາ ​ເວລາ
​ລາວ​ລອຍ​ໄດ້ 109 ກິ​ໂລ​ແມັດ​ ໂດຍ​ບໍ່​ໃຊ້​ກະຊັງ​ກັນ​ປາສະຫຼາມ ຫຼືຊຸດ​ກັນປຽກຢູ່​ເຂດ​ໝູ່​ເກາະ
Cayman ທາງ​ທິດໃຕ້​ຂອງ​ເກາະ​ຄິວ​ບາ​ນັ້ນ.

ການ​ລອຍ​ນໍ້າ​ທີ່​ບໍ່​ເຖິງ​ຈຸດໝາຍ​ຂອງນາງ Palfrey ມີຂຶ້ນຫຼັງຈາກ ນາງ Diana Nyad ນັກ
​ລອຍ​ນໍ້າ​ຊາວ​ອາ​ເມ​ຣິກັນ​ອາຍຸ​ 62 ປີ ​ໄດ້ພະຍາຍາມ​ສອງເທື່ອ​ ເພື່ອ​ລອຍຂ້າມ​ຊ່ອງແຄບ​ຟລໍຣິ
ດາ ໂດ​ຍ​ບໍ່ໃຊ້​ກະຊັງ​ກັນປາສະຫຼາມ ​ໃນ​ປີ​ກາຍ​ນີ້ ​ແຕ່​ກໍ​ບໍ່​ສໍາ​ເລັດ.

ຜ່ານ​ມາ ນາງ Susie Maroney ຊາວ​ອອສ​ເຕຣ​ເລຍ ​ໄດ້​ລອຍ​ຂ້າມ​ຊ່ອງແຄ​ບ​ດັ່ງກ່າວ ໃນ​ປີ
1997 ​ເວລາ​ນາງອາຍຸໄດ້ 22 ປີ​ ​ໂດຍ​ໄດ້​ໃຊ້​ກະຊັງ​ປ້ອງ​ກັນ​ປາສະຫຼາມ.

XS
SM
MD
LG