ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສະ​ຫະ​ລັດ ​ໂຈະ​ການ​ເກັບ​ພາ​ສີ​ເຫຼັກ​ ​ທີ່ຢູ​ເຄ​ຣນ ​ສົ່ງເຂົ້າ​ມາ​ສະ​ຫະ​ລັດ ເປັນ​ເວ​ລາ​ນຶ່ງ​ປີ


ພວກ​ພະ​ນັກ​ງານ​ເຮັດ​ວຽກ​ຢ​ູ່​ໂຮງ​ງານ​ເຫລັກ ໃນ​ເມືອງມາ​ຣີ​ອູໂປ​ລ ທາງ​ພາກ​ຕາ​ເວັນ​ອອກ​ສຽງ​ໃຕ້ ຂອງ​ນະ​ຄອນ​ກີ​ຢິບ ວັນ​ທີ 30 ຕຸລາ 2008.
ພວກ​ພະ​ນັກ​ງານ​ເຮັດ​ວຽກ​ຢ​ູ່​ໂຮງ​ງານ​ເຫລັກ ໃນ​ເມືອງມາ​ຣີ​ອູໂປ​ລ ທາງ​ພາກ​ຕາ​ເວັນ​ອອກ​ສຽງ​ໃຕ້ ຂອງ​ນະ​ຄອນ​ກີ​ຢິບ ວັນ​ທີ 30 ຕຸລາ 2008.

ສະ​ຫະ​ລັດ ໃນ​ວັນ​ຈັນ​ວານ​ນີ້ ໄດ້​ໂຈະກ​ານ​ເກັບ​ພາ​ສີເຫລັກ​ 232 ​ຂອງ​ຢູ​ເຄ​ຣນ ເປັນ​ເວ​ລາ​ນຶ່ງ​ປີ ໃນ​ຄວາມ​ພະ​ຍາ​ຍາມ​ໃໝ່​ເພື່ອ​ຊຸກ​ຍູ້​ເສດ​ຖະ​ກິດ​ຂອງ​ປະ​ເທດທີ່​ພວມ​ປະ​ສົບ​ກັບ​ໄພ​ສົງ​ຄາມ​ດັ່ງ​ກ່າວ.

​ທ່ານ​ນາງ​ຈີ​ນາ ແຣມອນ​ໂດ (Gina Raimondo) ລັດ​ຖະ​ມົນ​ຕີ​ການ​ຄ້າ​ສະ​ຫະ​ລັດ ກ່າວຢູ່​ໃນ​ການ​ປະ​ກາດ​ໃນ​ການ​ໂຈະເກັບ​ພາ​ສີວ່າ “ພວກ​ເຮົາ​ບໍ່​ສາ​ມາດ​ພຽງ​ແຕ່​ຊື່ນ​ຊົມໃນ​ຄວາມ​ທໍ​ລະ​ຫົດ​ອົດ​ທົນ ແລະ​ ຈິດ​ໃຈ​ຂອງ​ປະ​ຊາ​ຊົນ​ຢູ​ເຄ​ຣນ ພວກ​ເຮົາຕ້ອງ​ໃຫ້ການໜູນ​ຫລັງ​ເຂົາ​ເຈົ້າ​ ແລະ​ສະ​ໜັບ​ສະ​ໜູນ​ນຶ່ງ​ໃນ​ອຸດ​ສາ​ຫະ​ກຳ​ທີ່​ສຳ​ຄັນສຸດ ຕໍ່​ຄວາມ​ຢູ່​ດີ​ເປັນ​ສຸກຂອງ​ເສດ​ຖະ​ກິດ​ຢູ​ເຄ​ຣນ.”

ທ່ານ​ນາງ​ກ່າວ​ວ່າ “ໃນ​ກ​ານ​ທີ່​ໂຮງ​ງານ​ເຫລັກ​ຈະ​ສືບ​ຕໍ່​ເປັນ​ເສັ້ນ​ຊີ​ວິດ​ທາງເສດ​ຖະ​ກິດ​ຂອງປະ​ຊາ​ຊົນ​ຢູ​ເຄ​ຣນ​ໄດ້​ນັ້ນ ເຂົາ​ເຈົ້າ​ຕ້ອງ​ສາ​ມາດ​ສົ່ງ​ເຫລັກ​ຂອງ​ເຂົາ​ເຈົ້າອອກ.”

ແຕ່​ວ່າ​ການ​ໂຈະ​ໃນ​ການ​ເກັບ​ພາ​ສີ​ດັ່ງ​ກ່າວ ຈະ​ມີ​ຜົນ​ຫລາຍ​ປານ​ໃດ ທີ່​ອາດ​ຊ່ວຍ​ເສດ​ຖະ​ກິດ​ຂອງ​ຢູ​ເຄ​ຣນ ຍັງ​ບໍ່​ເປັນ​ທີ່​ແຈ່ມ​ແຈ້ງ​ໃນ​ທັນ​ທີ. ​ສະ​ຫະ​ລັດ ​ເປັນ​ປະ​ເທດ​ທີ່​ສົ່ງ​ອອກເຫລັກ​ໃຫຍ່​ທີ່​ສຸດ​ໃນ​ໂລກ ແຕ່​ວ່າ​ຢູ​ເຄ​ຣນ ​ບໍ່ໄດ້ຮວມຢູ່​ໃນບັນ​ດາ 10 ປະ​ເທດໃນ​ອັນ​ດັບ​ຕົ້ນໆ​ທີ່​ສົ່ງ​ເຫລັກ​ເຂົ້າ​ມາ​ໃນ​ສະ​ຫະ​ລັດ ໃນ​ປີ 2019 ອີງ​ຕາມ​ລາ​ຍ​ງານ​ລັດ​ຖະ​ບານ.

​ສະ​ຫະ​ລັດ​ກ່າວ​ວ່າ ອຸດ​ສາ​ຫະ​ກຳ​ເຫລັກຂອງ​ຢູ​ເຄ​ຣນ ຈ້າງ​ພະ​ນັກ​ງານນຶ່ງ​ໃນ 13 ຄົນ​ຢູ່​ໃນ​ປະ​ເທດ ແຕ່​ວ່າ​ບັນ​ດາ​ໂຮງ​ງານ​ເຫລັກ​ຂອງ​ປະ​ເທດ​ໄດ້​ຮວມ​ຢູ່ໃນເປົ້າ​ໝາຍ​ທີ່​ຖືກ​ທຳ​ລາຍ​ຢ່າງ​ໜັກ ​ລະ​ຫວ່າງ​ການ​ຮຸກ​ຮານ​ຂອງ​ຣັດ​ເຊຍ​ຕໍ່​ປະ​ເທດ​ດັ່ງ​ກ່າວ.

​ເຖິງ​ແມ່ນ​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກທີ່​ໄດ້​ຢຸດ​ການ​ປະ​ຕິ​ບັດ​ງານ​ຢູ່​ໂຮງ​ງານ​ເຫລັກ ​ແຕ່ສະ​ຫະ​ລັດ​ກ່າວ​ວ່​າ ໂຮງງ​ານ​ຈຳ​ນວນ​ນຶ່ງຕ້ອງໄດ້​ສືບ​ຕໍ່​ຈ່າຍ​ເງິນ​ເພື່ອ ລ້ຽງ​ດູແລະ​ໃຫ້ບ່ອນ​ຢູ່​ອາ​ໄສ​ແກ່​ພວກ​ຄົນ​ງານ​ເຂົາ​ເຈົ້າ. ​ໂຮງ​ງານ​ເຫລັກ​ຈຳ​ນວນ​ນຶ່ງໄດ້​ເປີດ​ຄືນ ເຖິງ​ແມ່ນ​ມີ​ການ​ສູ້​ລົບ​ຢູ່​ໃກ້ໆ​ນັ້ນ​ກໍ​ຕາມ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG