ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ໂຈະການຊ່ວຍເຫຼືອຊົ່ວຄາວ ແກ່ປາກິສຖານ


US Suspends Security Aid to Pakistan
please wait

No media source currently available

0:00 0:02:43 0:00

ເຊີນຊົມວິດີໂອ ກ່ຽວກັບ ລາຍງານນີ້.

ສະຫະລັດ ກ່າວວ່າ ຕົນໄດ້ຢຸດເຊົາບໍ່ໃຫ້ການຊ່ວຍເຫຼືອແກ່ ປາກິສຖານ ໄວ້ຊົ່ວຄາວ
ຈົນກວ່າ ປະເທດດັ່ງກ່າວຈະລົງມືປະຕິບັດການຕໍ່ຕ້ານ ອົງການກໍ່ການຮ້າຍຕ່າງໆ
ລວມມີພວກຕາລີບານ ອັຟການິສຖານ ແລະ ເຄືອຂ່າຍ ຮັກການີ, ອັນເປັນການເຄື່ອນ
ໄຫວ ທີ່ຖືກກ່າວວິຈານໂດຍລັດຖະບານ ອິສລາມາບັດ. ນັກຂ່າວວີໂອເອປະຈຳກະ
ຊວງການຕ່າງປະເທດ ໄນກີ ຈິງ (Nike Ching) ມີລາຍງານເລື່ອງນີ້ເຊິ່ງ ພຸດທະສອນ
ຈະນຳລາຍລະ ອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ເປັນການເລີ່ມຕົ້ນປີທີ່ກະຕຸກກະຕັກ ສຳລັບປີໃໝ່ປີນີ້, ໃນຂະນະທີ່ຄວາມເຄັ່ງຕຶງລະ
ຫວ່າງ ສະຫະລັດ ກັບ ປາກິສຖານ ໄດ້ເພີ່ມສູງຂຶ້ນທ່າມກາງການກ່າວຫາຂອງລັດຖະ
ບານ ວໍຊິງຕັນ ທີ່ວ່າ ລັດຖະບານ ອິສລາມາບັດ ໄດ້ສະໜອງບ່ອນຫຼົບລີ້ໃຫ້ແກ່ພວກກໍ່
ການຮ້າຍ.

ທ່ານ H.R. ແມັກມາສເຕີ ຜູ້ຊີ້ນຳດ້ານຄວາມປອດໄພແຫ່ງຊາດ ກ່າວວ່າ “ສິ່ງທີ່ອຶດອັດ
ໃຈໃນເວລານີ້ ແມ່ນພວກເຮົາເຫັນວ່າ ປາກິສຖານ ກຳລັງປະຕິບັດການຕໍ່ຕ້ານຜົນປະ
ໂຫຍດ ຂອງປະຊາຊົນຂອງເຂົາເຈົ້າ, ດ້ວຍການຕິດຕາມກຸ່ມພວກນີ້ຢ່າງເລືອກເຟັ້ນ,
ດ້ວຍການສະໜອງບ່ອນຫຼົບລີ້ ແລະ ສະໜັບສະໜູນຖານທີ່ໝັ້ນຕ່າງໆສຳລັບພວກ ຕາ
ລີບານ ແລະ ການນຳເຄືອຂ່າຍ ຮັກການີ ທີ່ປະຕິບັດການຢູ່ນອກປະເທດ ປາກິສຖານ
ໃນຂະນະທີ່ພວກເຂົາກຳລັງສືບຕໍ່ສ້າງຄວາມຫາຍານະໃນຫຼາຍພາກສ່ວນຂອງປະເທດ
ປາກິສຖານ ແລະ ອັຟການິສຖານ.”

ກະຊວງການຕ່າງປະເທດໄດ້ຢືນຢັນໃນວັນພະຫັດທີ່ຜ່ານມາວ່າ ສະຫະລັດ ໄດ້ຢຸດ
ການຊ່ວຍເຫຼືອດ້ານການຮັກສາຄວາມປອດໄພໃຫ້ແກ່ ປາກິສຖານ ໄວ້ຊົ່ວຄາວ, ແຕ່ບໍ່
ໄດ້ໃຫ້ລາຍລະອຽດ ກ່ຽວກັບ ຈຳນວນທີ່ຖືກໂຈະໄວ້.

ທ່ານນາງ ເຮເຕີ ນາວເອີດ (Heather Nauert) ໂຄສົກກະຊວງການຕ່າງປະເທດກ່າວ
ວ່າ “ຈົນກວ່າລັດຖະບານ ປາກິສຖານ ຈະເອົາມາດຕະການຢ່າງເຄັ່ງຄັດ ຕໍ່ກຸ່ມຕ່າງໆ
ລວມມີ ພວກຕາລີບານ ອັຟການິສຖານ ແລະ ເຄືອຂ່າຍ ຮັກການີ. ພວກເຮົາແນມເຫັນ
ພວກເຂົາວ່າ ເປັນຜູ້ສ້າງຄວາມບໍ່ໝັ້ນຄົງຕໍ່ພາກພື້ນ ແລະ ແນເປົ້າໝາຍໃສ່ພນັກງານ
ຂອງ ສະຫະລັດ ນຳ. ສະຫະລັດ ຈະໂຈະການຊ່ວຍເຫຼືອດ້ານການຮັກສາຄວາມປອດ
ໄພປະເພດນັ້ນໄວ້ສຳລັບປາກິສຖານ.”

ການຕັດສິນໃຈດັ່ງກ່າວ ໄດ້ສະທ້ອນໃຫ້ເຫັນເຖິງຄວາມອຶດອັດໃຈທີ່ມີມາຕໍ່ເນື່ອງຂອງ
ລັດຖະບານທ່ານ ທຣຳ ກັບ ປາກິສຖານ.

ທ່ານນາງ ນາວເອີດ (Nauert) ກ່າວວ່າ “ນີ້ບໍ່ແມ່ນສິ່ງທີ່ພວກເຮົາຕ້ອງຕົກໃຈຫຍັງ ກ່ຽວ
ກັບ ປາກິສຖານ, ເພາະວ່າທ່ານປະທານາທິບໍດີ, ລັດຖະມົນຕີ ທິລເລີສັນ ແລະ ລັດຖະ
ມົນຕີ ແມັດຕິສ, ທັງໝົດໄດ້ສົນທະນາກັບບັນດາເຈົ້າໜ້າທີ່ ປາກິສຖານ, ແຈ້ງໃຫ້ເຂົາ
ເຈົ້າຮູ້ ກ່ຽວກັບ ຄວາມເປັນຫ່ວງຂອງພວກເຮົາວ່າ ປາກິສຖານ ບໍ່ໄດ້ເຮັດວຽກພຽງພໍ
ເພື່ອຢັບຢັ້ງ, ເພື່ອເບິ່ງແຍງ ແລະ ເມື່ອຂ້າພະເຈົ້າເວົ້າວ່າ ‘ເບິ່ງແຍງ’ ຂ້າພະ ເຈົ້າໝາຍ
ເຖິງການປິດລ້ອມກຸ່ມກໍ່ການຮ້າຍ ແລະ ຫົວຮຸນແຮງຈາກການປະຕິບັດການພາຍໃນ
ປາກິສຖານ. ພວກເຮົາໄດ້ປຶກສາຫາລືກັນຫຼາຍຄັ້ງກັບ ປາກິສຖານ ກ່ຽວກັບ ບັນຫານັ້ນ,
ບອກ ປາກິສຖານ ວ່າ ເຂົາເຈົ້າຕ້ອງໄດ້ປະຕິບັດໜ້າທີ່ເຄັ່ງຄັດກວ່ານີ້.”

ແຕ່ເອກອັກຄະລັດຖະທູດ ປາກິສຖານ ປະຈຳ ສະຫະລັດ ໃນວັນພະຫັດທີ່ຜ່ານມາ ໄດ້
ອອກຄຳເຕືອນ ກ່ຽວກັບ ອັນຕະລາຍຂອງການຢຸດການຊ່ວຍເຫຼືອດ້ານການຮັກສາ
ຄວາມປອດໄພ, ໂດຍກ່າວວ່າ ລັດຖະ ບານ ອິສລາມາບັດ ໄດ້ປະກອບສ່ວນຢ່າງຫຼວງ
ຫຼາຍ ຕໍ່ການປະຕິບັດການປາບປາມລັດທິກໍ່ການຮ້າຍທີ່ນຳໜ້າໂດຍ ສະຫະລັດ ແລະ
ເພື່ອສ້າງຄວາມໝັ້ນຄົງໃນປະເທດ ອັຟການິສຖານ ທີ່ຢູ່ໃກ້ຄຽງ.

ທ່ານ ໄອຊາສ໌ ອາມັດ ຈາວດຣີ (Aizaz Ahmad Chaudhry) ເອກອັກຄະລັດຖະທູດ
ປາກິສຖານ ປະຈຳ ສະຫະລັດ ກ່າວວ່າ “ພວກເຮົາບໍ່ຄວນມີການຂັດແຍ້ງກັນ. ນັ້ນແມ່ນ
ຈຸດທີ່ເຮົາຢາກເຮັດ ເພາະວ່າ ຂ້າພະເຈົ້າຄິດວ່າ, ຖ້າພວກເຮົາເຄື່ອນໄຫວໃນທິດທາງທີ່
ທັງສອງປະເທດຈະແຍກອອກຈາກກັນ ແລະ ຂ້າພະເຈົ້າບໍ່ຄິດວ່າ ມັນຈະຢູ່ໃນຜົນປະ
ໂຫຍດຂອງທັງສອງປະເທດ ໃນການແຍກອອກຈາກກັນ.”

ສະຫະລັດ ໄດ້ໂຈະການຊ່ວຍເຫຼືອ ມູນຄ່າ 255 ລ້ານໂດລາໄວ້ກ່ອນ ເຊິ່ງເປັນເງິນໃຫ້
ແກ່ ປາກິສຖານ ເພື່ອຊື້ອຸປະກອນທາງທະຫານຂອງ ສະຫະລັດ. ການປະກາດໃນວັນ
ພະຫັດທີ່ຜ່ານມາ ແມ່ນຈຳນວນທີ່ເພີ່ມໃສ່ ສ່ວນທີ່ໂຈະໄວ້ນັ້ນ.

XS
SM
MD
LG