ໜັງສືພິມຊັ້ນນໍາສະບັບນຶ່ງຂອງສະຫະລັດກ່າວວ່າ ວໍຊິງຕັນກໍາລັງງົດ ແລະ ໃນບາງກໍລະນີ ຮອດໄດ້ຍົກເລີກເງິນຊ່ວຍເຫລືອກອງທັບປາກີສຖານ ເປັນຈໍານວນຫລາຍຮ້ອຍລ້ານໂດລາ.
ໜັງສືພິມ ນີວຢ໊ອກທາຍສ໌ ໄດ້ອ້າງພວກເຈົ້າໜ້າທີ່ອາວຸໂສທີ່ບໍ່ເປີດເຜີຍຊື່ຂອງສະຫະລັດ 3
ຄົນ ທີ່ເວົ້າວ່າ ການເຄື່ອນໄຫວດັ່ງກ່າວນີ້ ແມ່ນມີເປົ້າໝາຍເພື່ອສັ່ງສອນປາກີສຖານ ທີ່ໄດ້
ຂັບໄລ່ພວກນາຍທະຫານເຝິກແອບຂອງສະຫະລັດອອກຈາກປະເທດ ແລະກົດດັນໃຫ້ກອງ
ທັບປາກີສຖານ ຕໍ່ສູ້ກັບພວກຫົວຮຸນແຮງ ຢ່າງມີປະສິດທິຜົນຫລາຍຂຶ້ນ.
ໜັງສືພິມສະບັບນີ້ ກ່າວວ່າ ການເຄື່ອນໄຫວດັ່ງກ່າວອາດສາມາດມີຜົນກະທົບຕໍ່ເງິນແລະ
ອຸບປະກອນຊ່ວຍເຫລືອຕ່າງໆສໍາລັບກອງທັບປາກີສຖານ ທີ່ມີມູນຄ່າປະມານ 800 ລ້ານ
ໂດລາ ຫລືຫລາຍກ່ວາ ນຶ່ງສ່ວນສາມ ຂອງຈໍານວນສອງພັນກວ່າລ້ານໂດລາ ຂອງການ
ຊ່ວຍເຫລືອດ້ານຄວາມໝັ້ນຄົງ ທີ່ສະຫະລັດມອບໃຫ້ປາກີສຖານ ໃນແຕ່ລະປີນັ້ນ.
ໜັງສືພິມ ນີວຢ໊ອກທາຍສ໌ ລາຍງານວ່າ ການງົດການຊ່ວຍເຫລືອດັ່ງກ່າວ ແມ່ນແລເຫັນ
ໄດ້ຢ່າງແຈ້ງຂາວວ່າ ມີຈຸດປະສົງເພື່ອບັງຄັບໃຫ້ກອງທັບປາກີສຖານ ເລືອກເອົາໃນລະ
ຫວ່າງໃຫ້ການສະໜັບສະໜຸນແກ່ປະເທດ ທີ່ໃຫ້ເງິນແກ່ການປະຕິບັດການທາງທະຫານ
ຂອງຕົນ ເປັນຈໍານວນຫລວງຫລາຍນັ້ນ ກັບການສືບຕໍ່ສະໜອງການສະໜັບສະໜຸນຢ່າງ
ລັບໆ ໃຫ້ແກ່ກຸ່ມຕາລີບານ ຫລືພວກກຸ່ມຫົວຮຸນແຮງອື່ນໆ ທີ່ສູ້ລົບກັບທະຫານອາເມຣິ
ກັນ ໃນອັຟການີສຖານນັ້ນ.
ອິງຕາມໜັງສືພິມ The New York Times ພວກເຈົ້າໜ້າທີ່ສະຫະລັດ ທີ່ບໍ່ຂໍເປີດເຜີຍ
ຊື່ນັ້ນໄດ້ກ່າວວ່າ ການມອບສົ່ງອຸບປະກອນແລະການຊ່ວຍເຫລືອຕ່າງໆໄປໃຫ້ປາກີສຖານ
ຄົງຈະມີຂຶ້ນຕໍ່ໄປ ຖ້າຫາກວ່າຄວາມສໍາພັນລະຫວ່ງສະຫະລັດແລະປາກີສຖານດີຂຶ້ນ ແລະ
ຖ້າຫາກວ່າປາກີສຖານ ມຸ່ງໝັ້ນທີ່ຈະຕໍ່ສູ້ກັບພວກກໍ່ການຮ້າຍ ຢ່າງຫ້າວຫັນແລະຕັ້ງໜ້າ ຫລາຍຂຶ້ນ ກວ່າເກົ່າ.
ຄວາມສໍາພັນລະຫວ່າງວໍຊິງຕັນ ແລະອີສລາມາບັດ ໄດ້ຈືດຈາງລົງໄປ ນັບຕັ້ງແຕ່ກໍາລັງ
ພິເສດຂອງສະຫະລັດບຸກເຂົ້າໄປສັງຫານນາຍໂອຊາມາ ບິນລາເດັນ ຜູ້ນໍາກຸ່ມອາລຄາອີດາ
ໃນປາກີສຖານ ໃນຕົ້ນເດືອນພຶດສະພາຜ່ານມາ ໂດຍທີ່ສະຫະລັດບໍ່ໄດ້ແຈ້ງໃຫ້ປາກິສຖານ ຊາບລ່ວງໜ້າເລີຍ.